ຖອດຖອນບົດຮຽນການຈັດຕັ້ງປະຕິບັດ ໂຄງການຊຸມຊົນຈັດຕັ້ງປະຕິບັດເອງ ຂອງ ທລຍ 4 ແຂວງ

0
1399

ວັນທີ 2 ກຸມພາ 2021 ນີ້ ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງ ສາລະວັນ ໄດ້ຈັດກອງປະຊຸມຝຶກອົບຮົມຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດໂຄງ ການຊຸມຊົນຈັດຕັ້ງປະຕິບັດເອງ ແລະ ໂຄງການກຸ່ມບົວລະບັດຮັກສາເສັ້ນທາງກັບ ທລຍ 4 ແຂວງຄື: ແຂວງອຸດົມໄຊ, ຜົ້ງສາລີ, ຫົວພັນ ແລະ ແຂວງຊຽງຂວາງ ເປັນກຽດເຂົ້າຮ່ວມໂດຍທ່ານ ຈິດ ທະ ວິໃສ ຜູ້ອຳນວຍການ ທລຍ ພ້ອມຄະນະ ແລະ ທ່ານ ກິພະຈັນ ໂພສາລີ ຫົວໜ້າ ທລຍ ແຂວງສາ ລະວັນ ແລະ ພະນັກງານວິຊາການເຂົ້າຮ່ວມ.

ຜູ້ເຂົ້າຮ່ວມກໍໄດ້ຮັບຟັງກ່ຽວກັບຈຸດປະສົງ, ທີ່ມາໂຄງການຍ່ອຍຮູບແບບຊຸມ ຊົນຈັດ ຕັ້ງປະຕິບັດເອງ ແລະ ໂຄງການກຸ່ມບົວລະບັດຮັກສາເສັ້ນທາງ, ພ້ອມນັ້ນທີມງານວິຊາ ການຈາກ ທລຍ ແຂວງສາລະວັນກໍໄດ້ຜັດປ່ຽນກັນຂຶ້ນລາຍງານວິທີການຂັ້ນຕອນໃນການຈັດຕັ້ງປະ ຕິບັດຂອງໂຄງການ ເປັນຕົ້ນກໍແມ່ນນັບແຕ່ການຄັດເລືອກທີມງານ, ນາຍຊ່າງ, ກຳມະກອນ ແລະ ວິຊາການຊຸມຊົນ, ການສຳຫຼວດ, ການປະເມີນຕ່າງໆກ່ອນການຈັດຕັ້ງປະຕິບັດ, ການປະເມີນ ສິ່ງແວດລ້ອມ, ການປະເມີນຄວາມສ່ຽງໄພພິບັດ, ການຄິດໄລ່ບໍລິມານ, ການຂຶ້ນແຜນຕ່າງໆ, ການອອກແບບຂອງໂຄງການ, ການກຳນົດຄ່າແຮງງານ, ວິທີການຈັດຕັ້ງປະຕິບັດ, ຮູບແບບ ການສັນຍາ, ຂໍ້ກຳນົດຕ່າງໆໃນການຈັດຊື້ວັດສະດຸອຸປະກອນການກໍ່ສ້າງ, ການເກັບມ້ຽນເອກະ ສານກ່ຽວກັບໂຄງການທີ່ຈັດຕັ້ງປະຕິບັດລວມທັງການເບີກຈ່າຍ, ການກວດສອບທາງດ້ານການເງິນ, ທັງນີ້ກໍເພື່ອເປັນການຮັບປະກັັນ ແລະ ເຮັດໃຫ້ໜ້າວຽກໃນການຈັດຕັ້ງປະຕິບັດມີຄວາມຮັດກຸ່ມ, ຖືກຕ້ອງຕາມຂັ້ນຕອນ, ສາມາດກວດສອບໄດ້ໃນການຈັດຕັ້ງປະຕິບັດວຽກງານ, ການວາງແຜນ ແລະ ທັງເປັນການເຮັດໃຫ້ບັນດາໜ້າວຽກໄດ້ສຳເລັດຕາມລະດັັບຄາດໝາຍທີ່ວາງໄວ້

ຈາກນັ້ນຜູ້ເຂົ້າຮ່ວມກໍຈະໄດ້ລົງພາກສະໜາມຕົວຈິງຢ້ຽມຢາມເບິ່ງໂຄງການຍ່ອຍຊຸມຊົນຈັດຕັ້ງປະຕິບັດເອງຢູ່ໃນ 3 ເມືອງ ຂອງແຂວງສາລະວັນ ທີ່ ທລຍ ແຂວງໄດ້ຈັດຕັ້ງປະຕິບັດເປັນຕົ້ນກໍ ແມ່ນເມືອງຕຸ້ມລານ, ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ, ພ້ອມທັງສຳພາດທີມງານບ້ານ, ນາຍ ຊ່າງ, ກຳມະກອນ, ວິຊາການຊຸມຊົນ ແລະ ພະນັກງານ ທລຍ ທີ່ປະຈຳຢູ່ໃນແຕ່ລະເມືອງ, ທັງ ນີ້ກໍເພື່ອເປັນຄວາມຮູ້ ແລະ ຂໍ້ມູນເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກຜົນຢູ່ໃນທ່ອງຖິ່ນ ແລະ ບ້ານຂອງຕົນເອງທີ່ຕົນຮັບຜຜິດຊອບ.

ພາບ-ຂ່າວ: ສິດຕາ ເພັດວົງສາ

LEAVE A REPLY

Please enter your comment!
Please enter your name here