ແຕ່ງຕັ້ງ ສະຫາຍ ຄຳພັນ ເຜີຍຍະວົງ ເປັນຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່

0
5225

ມອບ-ຮັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ສະຫາຍ ຄຳພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ເກົ່າ ແລະ ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ກຸມພານີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ສະໄໝທີ XI ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ມີບັນດາສະຫາຍການນຳພັກ-ລັດ ແລະ ສະ ມາຊິກພັກ, ພະນັກງານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.

ການມອບ-ຮັບໜ້າທີ່ຄັ້ງນີ້ ແມ່ນອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ອີງຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 27 ມັງກອນ 2021, ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 11/ຄຈສພ, ລົງວັນທີ 28 ມັງກອນ 2021 ກົມການເມືອງສູນກາງພັກ ຕົກລົງແຕ່ງຕັ້ງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໃນພິທີດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ກໍໄດ້ໃຫ້ກຽດໂອ້ລົມ ໂດຍຕາງໜ້າໃຫ້ກົມ ການເມືອງ ແລະ ຄະນະເລຂາ ທິການສູນກາງພັກສະແດງ ຄວາມ ຍ້ອງຍໍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນ ກໍຄື ບັນດາຕໍ່າແໜ່ງທີ່ບັນດາສະຫາຍ ໄດ້ຮັບການເລືອກຕັ້ງ ມອບໝາຍ ຈາກການ ຈັດຕັ້ງພັກ ແລະ ໄດ້ສະເໜີບັນດາສະຫາຍ ໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້: ໃຫ້ບັນດາສະຫາຍການນໍາທຸກຂັ້ນ ຕ້ອງເປັນເອກະພາບນໍາຂັ້ນເທິງ ບົນພື້ນຖານນັ້ນ ໃຫ້ບັນດາສະຫາຍເຮັດວຽກງານສຶກສາອົບຮົມນໍາພາແນວຄິດຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະກົມ, ພະແນກການ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການສັບຊ້ອນຈັດວາງພະນັກງານການນໍາດັ່ງກ່າວ, ບໍ່ໃຫ້ມີການສວຍໂອກາດ ທັບຖົມ-ໂຈມຕີກັນ ໃນທາງບໍ່ດີ. ອັນໃດເປັນຜົນສໍາເລັດ ທີ່ພວກສະຫາຍພ້ອມກັນນໍາພາຈັດຕັ້ງປະຕິບັດຜ່ານມາ ກໍໃຫ້ພ້ອມກັນຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ, ອັນໃດຍັງອ່ອນ ແລະ ຄົງຄ້າງ ບັນດາສະຫາຍພ້ອມກັນປັບປຸງແກ້ໄຂ ເພື່ອພ້ອມກັນສືບຕໍ່ນໍາພາພະນັກງານ ແລະ ສະມາຊິກພັກ ໃນອົງການຂອງຕົນ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ປະດິດສ້າງ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານຕົວຈິງ,ໃຫ້ບັນດາສະຫາຍ ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ, ໂດຍສະເພາະ ພາຍໃນຄະນະພັກ-ຄະນະນໍາ ຕ້ອງສາມັກຄີກັນແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກເປັນ ແຫຼ່ງ ເປັນຄັນທຸງ ແລະ ເປັນແກນນໍາ ໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະ ນັກງານ ສະມາຊິກພັກ;

ພ້ອມນັ້ນ ບັນດາສະຫາຍ ຈະຕ້ອງໄດ້ຊ່ວຍເຫຼືອ ແລະ ໃຫ້ການຮ່ວມມືກັບສະຫາຍ ຄໍາພັນ ເຜີຍຍະວົງ ທີ່ມາເຮັດໜ້າທີ່ເປັນຫົວໜ້າຜູ້ໃໝ່. ເຖິງວ່າສະຫາຍ ຈະເຄີຍເຮັດວຽກຢູ່ສູນກາງ ແລະ ທ້ອງຖິ່ນແລ້ວກໍຕາມ, ແຕ່ອາດຍັງມີຫຼາຍໜ້າວຽກທີ່ເປັນວຽກໃໝ່ ອາດກໍາບໍ່ທັນໄດ້ໝົດທຸກບັນຫາ; ໃຫ້ເອົາໃຈໃສ່ ແລະ ຖືສໍາຄັນ ລະບອບ, ແບບແຜນ ວິທີເຮັດວຽກ, ລະບອບປະຊຸມປຶກສາຫາລື ສ່ອງແສງລາຍງານ ເພື່ອສືບຕໍ່ນໍາພາພະນັກງານ-ສະມາຊິກພັກ ຈັດຕັ້ງ ປະຕິບັດວຽກງານເປັນເສນາທິການໃຫ້ສູນກາງພັກ ກໍຄືກົມການເມືອງ, ຄະນະເລຂາທິການສູນກາງພັກ ນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ.ໃນຜ່ານມາ ຫຼື ປັດຈຸບັນ, ສັງຄົມເບິ່ງຄະນະໂຄສະນາອົບຮົມ ຫຼື ວຽກງານໂຄສະນາອົບຮົມ ໃນແງ່ມູມໃດກໍຕາມ, ຄະນະໂຄສະນາອົບຮົມ ຕ້ອງໄດ້ຕັດສິນໃຈບືນຕົວພັດທະນາຕົນເອງໃຫ້ຫຼາຍຂຶ້ນ, ໂດຍສຸມໃສ່ສືບຕໍ່ປັບປຸງລະບົບກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມ ແຕ່ສູນກາງລົງເຖິງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ສົມຄູ່ກັບພາລະບົດບາດ ແລະ ຄວາມສໍາຄັນ ຂອງວຽກງານນີ້.

ເອົາໃຈໃສ່ສ້າງ-ຍົກລະດັບຖັນແຖວພະນັກງານ ທີ່ເຮັດວຽກງານໂຄສະນາອົບຮົມຂອງພັກ ຢ່າງເປັນລະບົບ, ຕໍ່ເນື່ອງ ເປັນຕົ້ນ ນັກຄົ້ນຄວ້າຂີດຂຽນ, ນັກໂຄສະນາ-ປາຖະກະຖາ. ພ້ອມນັ້ນ ກໍຕ້ອງປັບປຸງເນື້ອໃນ, ຮູບການ, ວິທີການ ຂອງວຽກງານໂຄສະນາອົບຮົມ ໃຫ້ສອດຄ່ອງ, ຕິດແທດກັບສະພາບ ແລະ ຄວາມຮຽກ ຮ້ອງຕ້ອງການຕົວຈິງ ຂອງໜ້າທີ່ການເມືອງ, ແທດກັບແຕ່ລະເປົ້າໝາຍ, ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ,ປັບປຸງລະບົບກົນໄກປະສານງານ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ກັບຄະນະພັກຂອງກະຊວງ, ອົງການຕ່າງໆ ຢູ່ສູນກາງ ແລະ ກັບຄະນະພັກ ກໍຄື ຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນ ໃຫ້ກົມກຽວ ແລະ ວ່ອງໄວ ເພື່ອກໍາສະພາບການຫັນປ່ຽນ ຂອງສະພາບການ ແລະ ດ້ານແນວຄິດຈິດຕະສາດ ຂອງພະນັກງານ, ສະມາຊິກພັກ ກໍຄື ຂອງສັງຄົມ, ເອກະພາບດ້ານການເຄື່ອນໄຫວໂຄສະນາອົບຮົມ ແຕ່ເທິງລົງລຸ່ມ.

ຂ່າວ: ສຳນານ – ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here