ຊີ້ນໍາການຫ້າງຫາກະກຽມເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2 ຢູ່ແຂວງຫົວພັນ

0
1882

ພົນເອກ ຈັນສະຫມອນ ຈັນຍາລາດ ເຄື່ອນໄຫວກວດກາ ແລະ ຊີ້ນໍາການຫ້າງຫາກະກຽມເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2 ຢູ່ແຂວງຫົວພັນ.

ວັນທີ 4 ກຸມພາ 2021ນີ້, ພົນເອກ ຈັນສະຫມອນ ຈັນຍາລາດ ກໍາ ມະການກົມການເມືອງສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນປະເທດ ຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນໍາກ່ຽວກັບການຫ້າງຫາກະກຽມໃຫ້ແກ່ການດໍາເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ຢູ່ແຂວງຫົວພັນ ໂດຍມີສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ຄະນະຮັບຜິດຊອບການປ່ອນບັດແຕ່ລະຂັ້ນ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.


ໂອກາດນີ້, ທ່ານເຈົ້າແຂວງໆຫົວພັນໄດ້ລາຍງານຫຍໍ້ກ່ຽວກັບຜົນສໍາເລັດການຊີ້ນໍາໆພາຂອງອົງຄະນະພັກແຂວງຕໍ່ທຸກຂົງເຂດວຽກງານໂດຍສະເພາະແມ່ນຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະທີ່ຜ່ານມາ, ຈາກນັ້ນ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ, ຮອງເລຂາພັກແຂວງ ຮອງປະທານສະພາປະຊາຊົນແຂວງຫົວພັນກໍໄດ້ລາຍງານກ່ຽວກັບຄວາມພ້ອມໃນການກະກຽມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຢູ່ແຂວງຫົວພັນ ມີຫຼາຍໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ ໂດຍສະເພາະແມ່ນໄດ້ສໍາເລັດການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອແບ່ງວຽກງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະ; ສໍາເລັດການຈັດເຝິກອົບຮົມ ໃຫ້ແກ່ການນໍາຂັ້ນແຂວງ ແລະ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຫົວໜ້າ, ຄະນະພະແນກການຂັ້ນແຂວງ ແລະ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ລົງຊຸກຍູ້ການເຝິກອົບຮົມ ຫຼື ເຊື່ອມຊຶມເອກະສານ ຢູ່ບັນດາພະແນກການ, ສອງກອງບັນຊາການທະຫານ ແລະ ຕໍາຫຼວດແຂວງ ແລະ 10 ເມືອງທົ່ວແຂວງ, ສໍາເລັດການຄັດເລືອກເປົ້າໝາຍຈໍານວນ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 8 ( ຜູ້ສະໝັກຈາກທ້ອງຖິ່ນ ) ແລະ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ພ້ອມທັງເກັບກໍາຮູບ, ປະຫວັດຫຍໍ້ ຂອງຜູ້ສະໝັກຮັບເລືອກຕັ້ງ ສົ່ງໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ທັນກໍານົດເວລາ ແລະ ອອກແບບ ບັດລົງຄະແນນສຽງ, ບັດຕິດເອິກ ຂອງຄະນະກໍາມະການ ແລະ ອະນຸກໍາມະການຊ່ວຍວຽກ ພ້ອມທັງແຕ່ງຕັ້ງໜ່ວຍງານໄປຈັດພິມ – ຈັດຊື້ຢູ່ນະຄອນຫຼວງວຽງຈັນ; ສໍາເລັດການເກັບກໍາສະຖິຕິຈໍານວນພົນລະເມືອງທົ່ວ ແຂວງຫົວພັນ ເບື້ອງຕົ້ນມີທັງໝົດ 315.889 ຄົນ, ຍິງ 151,709 ຄົນ. ໃນນີ້, ຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 160.596 ຄົນ, ຍິງ 76.513 ຄົນ ແລະ ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 420 ໜ່ວຍ; ສໍາລັບວຽກງານ ປກຊ – ປກສ ກໍ່ໄດ້ວາງແຜນການປ້ອງກັນການເລືອກຕັ້ງຄັ້ງນີ້ ໃຫ້ມີຄວາມສະຫງົບ, ເປັນລະບຽບຮ້ອຍ ແລະ ແກ້ໄຂໜໍ່ແໜງປະກົດການຫຍໍ້ທ້ໍຕ່າງໆ ທີ່ເປັນປັດໃຈກໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ທີ່ຫວັງທໍາລາຍການເລືອກຕັ້ງຢ່າງທັນການ ແລະ ມີຄວາມສະຫງົບໂດຍພື້ນຖານ.

ໂອກາດດັ່ງກ່າວ, ພົນເອກ ຈັນສະຫມອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດກໍໄດ້ມີຄໍາເຫັນໂອ້ລົມບາງຕອນທ່ານກ່າວວ່າ: ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ນີ້ແມ່ນເຫດການການເມືອງ ແລະ ມີຄວາມສຳຄັນເປັນຢ່າງຍິ່ງ ເພາະວ່າເປັນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ, ໂດຍສະເພາະແມ່ນການບູລະນະສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຖານະທີ່ເປັນອົງການອຳນາດລັດໜຶ່ງໃນລະບອບການເມືອງຂອງ ສປປ ລາວ ໃຫ້ນັບມື້ມີຄວາມເຂັ້ມແຂງໜັກແໜ້ນ, ດັ່ງນັ້ນ ການຄັດເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າເຂົ້າໃນກົງຈັກຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ.

ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ ຊີ້ນໍາຫຼາຍບັນຫາທີ່ສໍາຄັນຕໍ່ການນໍາຂອງແຂວງໃນການເສີມຂະຫຍາຍທ່າແຮງບົ່ມຊ້ອນເພື່ອສູ້ຊົນພັດທະນາແຂວງຫົວພັນໃຫ້ຈະເລີນຮຸ່ງເຮືອງ ແລະ ຮຽກຮ້ອງໃຫ້ຄະນະຮັບຜິດຊອບການປ່ອນບັດຢູ່ແຕ່ລະບ່ອນຈົ່ງຍົກສູງຄວາມຮັບຜິດຊອບຫຼາຍກວ່າເກົ່າ, ແຕ່ລະພາກສ່ວນເພີ່ມທະວີການໂຄສະນາ-ສຶກສາອົບຮົມປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການດັ່ງກ່າວຢ່າງຟົດຟື້ນ, ຮັບປະກັນເຮັດໃຫ້ການປ່ອນບັດເລືອກຕັ້ງຄັ້ງນີ້ປະສົບຜົນສໍາເລັດ. ຈາກນັ້ນ, ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ພົບປະໂອ້ລົມຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງສອງກໍາລັງ ປກຊ-ປກສ ແຂວງ ໂດຍໄດ້ເນັ້ນໜັກໃຫ້ສອງກໍາລັງຈົ່ງພ້ອມກັນປະຕິບັດໜ້າທີ່ຂອງຕົນໃນການເປັນກໍາລັງຫຼັກແຫຼ່ງຮັກສາຄວາມສະຫງົບ, ຮັບປະກັນໃຫ້ການປ່ອນບັດເລືອກຕັ້ງຢູ່ແຕ່ລະຈຸດມີຄວາມສະຫງົບປອດໄພ 100% ແລະ ປະສົບຜົນສໍາເລັດຕາມແຜນການ.

Lao National Radio

LEAVE A REPLY

Please enter your comment!
Please enter your name here