ພົບຢາເສບຕິດເຊື່ອງໄວ້ປ່າແຄມຂອງ ເຂດ ນະຄອນ ໄກສອນ ພົມວິຫານ 1,5 ລ້ານກວ່າເມັດ

0
13369

ເຈົ້າໜ້າທີ່ທະຫານຊາຍແດນ 324 ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ປະຕິບັດໜ້າທີ່ອອກເຄື່ອນໄຫວກວດກາລາດຕະເວນໃນ ວັນທີ 25 ມັງກອນ 2021, ຢູ່ ຂອບເຂດບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພົບເຫັນເປົາສີຂາວ ຈໍານວນ 7 ເປົາ ຊຸກເຊື່ອງໄວ້ໃນປ່າກ້ອງກົກໄຄ້ ແຄມນ້ຳຂອງ ) ຈຶ່ງໄດ້ທໍາການກວດຄົ້ນ ພົບເຫັນ ຢ າເ ສ ບ ຕິ ດປະເພດ ຢ າ ບ້ າ ຈໍານວນ 788 ມັ ດ ມີ 1.500.000 ກວ່າ ເ ມັ ດ ແລະ ຢ າ ໄ ອ ສ໌ 9 ຖົງ.

ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ ວ່າ: ໃນວັນທີ 25 ມັງກອນ 2021, ໃນເວລາ 8:00 ໂມງ ທະຫານຊາຍແດນ 324 ກອງ ບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ອອກກວດກາລາດຕະເວນປະຕິບັດໜ້າທີ່ໃນຂອບເຂດຄວາມຮັບຜິດຊອບ, ເຊິ່ງໃນຂະນະລາດຕະເວນຮອດຂອບເຂດບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານ ພົົບເຫັນກະເປົາສີຂາວ ຈໍານວນ 7 ເປົາ ຊຸກເຊື່ອງໄວ້ ໃນກ້ອງກົກໄຄ້ ຫ່າງຈາກແຄມນ້ຳຂອງປະມານ 5 ແມັດ. ຜ່ານການກວດກາ ພົບເຫັນ ຢ າ ບ້ າ ຈໍານວນ 788 ມັດ ເທົ່າກັບ 1. 576.000 ເ ມັ ດ ແລະ ຢ າ ໄ ອ ສ໌ ຈໍານວນ 9 ຖົງ ນ້ອຍ, ຈຶ່ງໄດ້ນໍາເອົາ ຢ າເ ສ ບ ຕິ ດ ຈໍານວນດັ່ງກ່າວ ມາທີ່ກອງບັນຊາການທະຫານແຂວງ ພ້ອມທັງປະສານຫາພາກ ສ່ວນກ່ຽວຂ້ອງມາກວດກາສະຖານທີ່ດັ່ງກ່າວ.

ໃນວັນດຽວກັນ, ພົຈວ ສີ ທະວີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ສະ ຫວັນນະເຂດ ໄດ້ນໍາເອົາຢາຈໍານວນດັ່ງກ່າວມອບໃຫ້ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປ ກ ສ ແຂວງ, ມີຫົວໜ້າກົມຊາຍແດນ, ຄະນະຫ້ອງ ປ ກ ຊ – ປ ກ ສ ແຂວງ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານ ຢ າເ ສ ບ ຕິ ດ, ເຈົ້າໜ້າທີ່ທະຫານຊາຍແດນ 324 ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ສົມໝາຍ ພົມມະຈັນ ໃຫ້ຮູ້ຕື່ມວ່າ: ພາຍຫຼັງທີ່ໄດ້ຮັບລາຍຈາກທະຫານຊາຍແດນທີ່ ພົບເຫັນ ຢ າ ເ ສ ບ ຕິ ດ ຈໍານວນດັ່ງກ່າວ, ປ ກ ສ ແຂວງ ຈຶ່ງໄດ້ຈັດກໍາລັງວິຊາສະເພາະລົງປະສານສົມທົບກັບເຈົ້າໜ້າທີ່ທະຫານຊາຍ ແດນ ເພື່ອສືບຄົ້ນຫາທີ່ມາ ແລະ ເຈົ້າຂອງ ຢ າ ເ ສ ບ ຕິ ດ ມາ ຮັ ບໂ ທ ດ ຕາມລະບຽບກົດໝາຍ.

ລາຍງານໂດຍ: ກົດໝາຍ ລົ ງ ໂ ທ ດ

LEAVE A REPLY

Please enter your comment!
Please enter your name here