ຮອງເລຂາພັກແຂວງ ຈຳປາສັກ ຢ້ຽມຢາມອວຍພອນນາຍ ແລະ ພົນທະຫານກອງພັນ 20

0
2285

ວັນທີ 5 ກຸມພາ 2021, ຢູ່ເຂດເມືອງມຸນລະປາໂມກ, ສະຫາຍ ມະໄລທອງ ກົມມະສິດ #ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານພັກແຂວງ ຮອງປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມ-ອວຍພອນ ຄະນະພັກ-ຄະນະບັນຊາ, ນາຍ ແລະພົນທະຫານ ກອງພັນທະຫານຮາບທີ 20 ໃນ ໂອກາດວັນສ້າງຕັ້ງ #ກອງທັບປະຊາຊົນລາວ ຄົບຮອບ 72 ປີ ( 20 ມັງກອນ 1949 -20 ມັງກອນ 2021 ) ມີ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ ເມືອງມຸນລະປາໂມກ, ການນຳພະແນກການຂອງແຂວງ, ມີ ທະນາຄານແຫ່ງ ສປປ ລາວ, ລັດວິສາຫະກິດໄຟຟ້າລາວ, ຕາງໜ້າ ກຸ່ມບໍລິສັດຕັງຈະເລີນ, ຕາງໜ້າ ບໍລິສັດ ເບຍລາວ, ສະມາຄົມນັກທຸລະກິດແມ່ຍິງແຂວງ, ຕະຫຼອດຮອດຂະແໜງການທີ່ກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມຕິດຕາມ.

ການມາຢ້ຽມຢາມ ຄະນະພັກ-ຄະນະບັນຊາ, ນາຍ ແລະພົນທະຫານ ກອງພັນທະຫານຮາບທີ 20 ເທື່ອນີ້ ໄດ້ນຳເອົາ ເຂົ້າສານ, ເຄື່ອງບໍລິໂພກ-ອຸປະໂພກ ທີ່ຈຳເປັນ ແລະເງິນສົດ ຈຳນວນໜຶ່ງ ທີ່ໄດ້ຮັບ ການອຸປະຖຳ ປະກອບສ່ວນຈາກພາກສ່ວນ ຜູ້ປະກອບການ ກຸ່ມນັກທູລະກິດ ແຂວງຈຳປາສັກ, ຂະແໜງການເງິນ-ການທະນາຄານ ພາກວິສາຫະກິດ ແລະ ພະແນກການ-ກົມກອງອ້ອມຂ້າງຂອງແຂວງຈຳປາສັກ ກໍ່ຄືທົ່ວສັງຄົມ ທັງນີ້ກໍ່ເພື່ອສະແດງເຖິງຄວາມສາມັກຄີຮັກແພງອັນອົບອຸ່ນ, ເປັນຫ່ວງເປັນໄຍ ຕໍ່ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ແລະຮູ້ບຸນຄູນ ໄປຍັງບັນດາພະນັກງານ, ສະມາຊິກພັກ, ນັກຮົບໃນທົ່ວກອງທັບ ທີ່ເສຍສະຫຼະ ເພື່ອປົກປ້ອງຄວາມເປັນເອກະລາດຂອງຊາດ, ປົກປ້ອງລະບອບປະຊາທິປະໄຕປະຊາຊົນ ແລະຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ ຕະຫຼອດ 72 ປີ ຜ່ານມາ.

ເພື່ອເຮັດໃຫ້ມີຄວາມໝາຍຄວາມສຳຄັນ, ສະຫາຍ ມະໄລທອງ ກົມມະສິດ ໃນນາມ ຮອງປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ໄດ້ມີຄຳເຫັນໂອ້ລົມ ເພື່ອສືບຕໍ່ເຮັດໃຫ້ສຳເລັດໜ້າທີ່ອັນມີກຽດ ໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດກໍຄືແຂວງຈຳປາສັກ ເຊິ່ງໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາ, ນາຍ ແລະພົນທະຫານ ຈົ່ງພ້ອມກັນ ສືບຕໍ່ ຮັກສາ 3 ທາດແທ້ ແລະ 6 ມູນເຊື້ອ ອັນສະຫງ່າ ອົງອາດຂອງ ກອງທັບ ປະຊາຊົນລາວ, ເສີມຂະຫຍາຍທາດແທ້ ແລະມູນເຊື້ອກອງທັບປະຊາຊົນລາວ ໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ພ້ອມກັນຢຶດໝັ້ນເສັ້ນທາງ, ຈຸດໝາຍ ແລະອຸດົມການສັງຄົມນິຍົມ ປະກອບສ່ວນ ເຂົ້າໃນພາລະກິດປ່ຽນແປງໃໝ່ໃນການສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ້ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ສີວິໄລ ແລະຍຸຕິທຳ, ເພິ່ມທະວີວຽກງານສ້າງ ແລະປັບປຸງພັກໃຫ້ໜັກແໜ້ນ ທາງດ້ານການເມືອງ ຢຶດໝັ້ນຫຼັກການລວມສູນ ປະຊາທິປະໄຕ, ເພີ່ມທະວີລະບຽບວິໄນພາຍໃນພັກ, ກອງທັບ ຢ່າງເຂັ້ມງວດ ເຊີດຊູຄວາມເປັນແບບຢ່າງນຳໜ້າ ຂອງພະນັກງານ ສະມາຊິກພັກ ໃນທຸກການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານ ແລະການດຳລົງຊີວິດ.

ຂ່າວ: ທັດຊະນະ

LEAVE A REPLY

Please enter your comment!
Please enter your name here