ກອງປະຊຸມຖອດຖອນບົດຮຽນກ່ຽວກັບ ໂຄງການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ໃນການປ້ອງກັນ, ຄວບຄຸມ ແລະໂຕ້ຕອບພະຍາດໂຄວິດ 19

0
1574

ກອງປະຊຸມຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ສ້າງຄວາມພ້ອມ ແລະສ້າງຄວາມເຂັ້ມແຂງໃຫ້ທ້ອງ ຖິ່ນ ໃນການປ້ອງກັນ, ຄວບຄຸມ ແລະໂຕ້ ຕອບພະຍາດໂຄວິດ 19 ໄດ້ຈັດຂື້ນໃນວັນທີ 2 ກຸມພານີ້ ທີໂຮງແຮງພູແມນ ນະຄອນ-ຫຼວງພະບາງ ໂດຍເປັນປະທານຂອງ ຮສຈ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງຫົວໜ້າຫ້ອງການສຳນັກງານນາຍົກ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງເຈົ້າແຂວງ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ ພ້ອມດ້ວຍພາກ ສ່ວນກ່ຽວຂອງຈາກກະຊວງ ແລະຂະ ແໜງການ 7 ແຂວງ ຄື: ຫຼວງພະບາງ, ໄຊຍະບູລີ, ສະຫວັນນະເຂດ, ຈຳປາສັກ, ສາ ລະວັນ, ເຊກອງ ແລະອັດຕະປື ເຂົ້າຮ່ວມ.

ວາລະດຳເນີນກອງປະຊຸມ ທ່ານຮອງລັດ ຖະມົນຕີກະຊວງ ສາທາລະນະສຸກ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ ໃນການສ້າງຄວາມເຂັ້ມແຂງ ໃຫ້ທ້ອງຖິ່ນ ໃນການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະໂຕ້ຕອບພະຍາດໂຄວິດ 19. ເຊິ່ງເປັນພະຍາດທີ່ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ສຸຂະພາບຂອງຄົນ ລວມທັງການພັດທະນາເສດຖະກິດ ຂອງພາກພື້ນ ແລະສາກົນ ລວມທັງ ສປປ ລາວ ປັດຈຸບັນທົ່ວໂລກມີຜູ້ຕິດເຊື້ອຫຼາຍກ່ວາ 103 ລ້ານຄົນ, ເສຍຊິວິດໄປແລ້ວຫຼາຍກ່ວາ 2 ລ້ານ 2 ແສນຄົນ, ປິ່ນປົວຫາຍດີຫຼາຍກ່ວາ 75 ລ້ານຄົນ, ປະເທດທີ່ຕິດເຊື້ອຫຼາຍກວ່າໝູ່ ແມ່ນສະຫະລັດອາເມລິກາ, ຮອງລົງມາແມ່ນ ປະເທດອິນເດຍ. ສຳລັບ ສປປ ລາວ ມາຮອດປະຈຸບັນກວດພົບຜູ້ຕິດເຊື້ອໂຄວິດ 19 ທັງໝົດ 44 ຄົນ ໃນນັ້ນປິ່ນປົວຫາຍດີ ແລະອອກໂຮງໝໍແລ້ວ 41 ຄົນ, ຍັງສືບຕປີ່ນປົວ 3 ຄົນ.

ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງ ການລາຍງານສະພາບປັດຈຸບັນຂອງໂລກ, ຂອງປະເທດ ແລະການໂຕ້ຕອບຕໍ່ພະຍາດໂຄວິດ 19, ຜົນກະທົບຂອງໂຄວິດ 19 ຕໍ່ການຊົມໃຊ້ ການບໍລິການດູແລສຸຂະພາບທີຈຳເປັນ ຂອງອົງການປົກຄອງທ້ອງຖິ່ນ ແລະການຮັກສາສຸຂະພາບຂັ້ນຕົ້ນ, ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ລະບົບການຄຸ້ມຄອງຂໍ້ມູນ ສະຖານທີ່ຈຳກັດ ບໍລິເວນ ຢູ່ ສປປ ລາວ, ຮັບຟັງການສັງລວມຜົນການປະເມີນວຽກງານຄຸ້ມຄອງດ້ານ 4 ແຂວງເປົ້າໝາຍ ກ່ຽວກັບສະພາບ-ການຈັດຕັ້ງປະຕິບັດຄຸ້ມຄອງດ່ານເຂົ້າ-ອອກ ໄລຍະຜ່ານມາ, ການສັງລວມຜົນໄດ້ຮັບຈາກສູນຈຳກັດບໍລິເວນ, ສິ່ງທ້າທາຍກ່ຽວກັບສູນຈຳກັດບໍລິເວນ, ດ່ານ ແລະການຂົນສົ່ງ, ຜົນຂອງການເຝົ້າລະວັງມາດຕະການດ້ານສາທາລະນະສຸກ ແລະທາງສັງຄົມໃນຊຸມຊົນ, ບົດຮຽນການຈັດຕັ້ງປະຕິບັດການເຝົ້າລະວັງໃນຊຸມຊົນ. ພ້ອມນີ້ ໄດ້ວາງແຜນສ້າງຄວາມເຂັ້ມແຂງ ໃນການກຽມຄວາມພ້ອມເພື່ອປ້ອງກັນ ແລະໂຕ້ຕອບຕໍ່ການລະບາດຂອງໂຄວິດ 19 ແນໃສ່ຮັບປະກັນ ແລະສ້າງທຸກເງື່ອນໄຂໃນປ້ອງກັນ, ຄວບຄຸມ ແລະໂຕ້ຕອບພະຍາດ ໂຄວິດ 19 ບໍ່ໃຫ້ກັບຄືນມາລະບາດຮອບໃໝ່.

ຂ່າວ: ແຫຼ້ ສຸລີນພອນ – Lao National Radio

LEAVE A REPLY

Please enter your comment!
Please enter your name here