ສະຫາຍ ຄຳພັນ ພົມມະທັດ ໄດ້ຮັບໜ້າທີ່ເປັນປະທານຄະນະກວດກາສູນກາງພັກຜູ່ໃໝ່

0
3347

ອີງຕາມຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ໃນຕອນແລງ ວັນທີ 5 ກຸມພາ 2021 ທີ່ສະໂມສອນຄະນະກວດກາສູນກາງພັກ ໄດ້ມີພິທີມອບ – ຮັບ ໜ້າທີ່ລະຫວ່າງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ (ຜູ່ເກົ່າ) ປະທານອົງການກວດກາລັດຖະບານ ປະທານອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ (ຜູ່ໃໝ່) ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາສະຫາຍແຂກຖືກເຊີນເຂົ້າຮ່ວມ.

ໂອກາດເຂົ້າຮ່ວມພິທີຄັ້ງ ນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນໂອ້ລົມໃນຫຼາຍບັນ ຫາທີ່ສຳຄັນ ໂດຍສະເພາະຕໍ່ສະຫາຍປະທານຄະນະກວດ ກາສູນກາງພັກ (ຜູ່ເກົ່າ ແລະ ຜູ່ໃໝ່) ພ້ອມທັງໄດ້ສະເໜີບາງວຽກງານທີ່ຕ້ອງໄດ້ເອົາໃຈໃສ່ ທີ່ມີເນື້ອໃນສຳຄັນບາງຕອນດັ່ງນີ້: ພາຍໃຕ້ການນຳພາ-ຊີ້ນຳຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ຕໍ່ວຽກງານກວດກາ ມີສະຫາຍ ບຸນທອງ ຈິດມະນີ ເປັນປະທານນັ້ນ, ໄດ້ມີການປ່ຽນແປງຫຼາຍດ້ານທີ່ຕັ້ງໜ້າ ໄປສູ່ຄຸນນະພາບໃໝ່. ອັນພົ້ນເດັ່ນ, ແມ່ນການສະເໜີໃຫ້ສູນກາງ ອອກທິດຊີ້ນໍາກ່ຽວກັບການແກ້ໄຂພະຍາດອາດຍາສິດ ແລະ ຕ້ານການສໍ້ລາດບັງຫຼວງ; ການປັບປຸງປົວ ແປງໃນທົ່ວພັກກໍຄືການແກ້ໄຂ ບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນກົງ ຈັກພັກ-ລັດ ແລະ ສະມາຊິກພັກ -ພະນັກງານ. ອັນນັ້ນແມ່ນຜົນ ສຳເລັດທີ່ໜ້າຊື່ນຊົມຂອງຄະ ນະກວດກາແຕ່ລະຂັ້ນ ເວົ້າລວມ, ເວົ້າ ສະເພາະແມ່ນຂອງຄະນະກວດກາສູນກາງພັກ ໂດຍແມ່ນສະຫາຍ ບຸນທອງ ຈິດມະນີ ເປັນຫຼັກແຫຼ່ງນຳພາ ຊຶ່ງແມ່ນຜົນງານ, ການປະ ກອບ ສ່ວນຂອງສະຫາຍຕໍ່ການຕິດ ຕາມກວດກາ, ການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ແລະ ກົດລະບຽບຂອງພັກໃນ 2 ສະໄໝທີ່ຜ່ານມາ. ຄວາມຮັບ ຜິດຊອບ ແລະ ຜົນງານການນຳພາ-ຊີ້ນຳຂອງສະຫາຍ ຜ່ານມານຳໄປສູ່ການປັບປຸງແບບແຜນນຳພາ, ແບບແຜນວິທີເຮັດວຽກ ຂອງພັກ ແລະ ໄດ້ເປັນການສ້າງບາດກ້າວ ທີ່ດີຂຶ້ນເຖິງການຍົກບົດບາດອິດທິພົນຂອງພັກເຮົາ.

ສຳລັບ ສະຫາຍ ຄຳພັນ ພົມມະທັດ ມາຮັບໜ້າທີ່ໃໝ່ທີ່ສຳຄັນນີ້ແມ່ນການມອບໝາຍ ໜ້າທີ່ຄວາມຮັບຜິດຊອບອັນໜັກໜ່ວງ ແລະ ມີກຽດ. ເຊື່ອໝັ້ນວ່າດ້ວຍມູນເຊື້ອຄວາມສາ ມັກຄີເປັນປຶກແຜ່ນຂອງຄະນະກວດກາສູນກາງພັກ ແລະ ດ້ວຍການນຳພາຂອງ ສະຫາຍຈະເຮັດໃຫ້ວຽກ ງານກວດກາໄດ້ ຮັບການປັບປຸງ, ຍົກລະດັບ ແລະ ໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງຫຼາຍຂຶ້ນກວ່າເກົ່າ, ຕອບສະ ໜອງການເລັ່ງທວງໃນການແກ້ໄຂບັນຫາຢູ່ພາຍໃນພັກ-ລັດ ກໍຄືຢູ່ໃນສັງຄົມ ໃຫ້ຕົກໄປເປັນກ້າວໆ ແລະ ມີການຫັນປ່ຽນທີ່ຈະແຈ້ງ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະເໜີບາງວຽກງານຈຸດສຸມ ຂອງວຽກງານກວດກາຄື: ອັນຮີບດ່ວນກວ່າໝູ່ແມ່ນຕ້ອງສຸມໃສ່ກວດກາ ແລະ ແກ້ໄຂບັນຫາການເຊື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດກໍຄືມານະຈິດປະຕິວັດ ໃນຖັນແຖວສະມາຊິກພັກ-ພະນັກງານ ແຕ່ລະຂັ້ນ (ພະນັກງານກວດກາຕ້ອງເປັນ ແບບຢ່າງ ແລະ ຕັດສິນໃຈ ໃນການນໍາໜ້າ ເພື່ອຈະກວດກາຜູ່ອື່ນໄດ້); ຍົກສູງຂີດຄວາມສາ ມາດຂອງຄະນະພັກ, ສະມາ ຊິກພັກແຕ່ລະຂັ້ນໃນການນໍາ ພາແກ້ໄຂບັນຫາທີ່ເກີດຂຶ້ນຢູ່ ແຕ່ລະບ່ອນໃຫ້ມີການຫັນປ່ຽນ ທີ່ຈະແຈ້ງ, ອັນນີ້ແມ່ນຄວາມຮັບຜິດຊອບ ໂດຍກົງຂອງຄະ ນະພັກແຕ່ລະຂັ້ນ; ຕ້ອງກວດກາ ແລະ ແກ້ໃຫ້ໄດ້ສະພາບການຂະຫຍາຍສະມາຊິກທີ່ຂາດແຫຼ່ງຝຶກຝົນຫຼໍ່ຫຼອມທີ່ໜັກແໜ້ນ ແລະ ບໍ່ຖືກຕ້ອງຕາມກົດລະບຽບຂອງພັກ. (ສິ່ງຈູງໃຈເຂົ້າພັກ, ຊ່ອງວ່າງໃຫ້ຄົນບໍ່ດີເລັດລອດເຂົ້າໃນການຈັດຕັ້ງພັກ ໂດຍບໍ່ມີອຸດົມການອັນຈະແຈ້ງ, ມີຜົນປະໂຫຍດແອບແຝງ…); ຄົ້ນຄວ້າ, ກຳນົດກົນໄກ, ວິທີການ ແລະ ມາດຕະ ການຕົວຈິງໃນການປະເມີນຜົນການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ຮັບປະ ກັນຄຸນນະພາບແທ້ (ບໍ່ປະໃຫ້ເກີດມີສະພາບໜ່ວຍພັກໃດກໍ່ແຂງ ແຕ່ບັນຫາຫຍໍ້ທໍ້ກໍ່ຫຼາຍ ແລະ ອາດຫຼາຍກວ່າເກົ່າ…ພວກເຮົາຈະຕີລາຄາລົງເລິກແນວໃດໃຫ້ບັນຫານີ້ແຈ້ງຂຶ້ນ).

ຕໍ່ໄປນີ້ອົງການກວດກາ ລັດຖະບານຈະກາຍມາເປັນຄະ ນະກຳມະການກວດກາແຫ່ງລັດ (ຂຶ້ນກັບກົມການເມືອງສູນກາງພັກ, ຂຶ້ນກັບເລຂາທິການໃຫຍ່) ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດກາການປະ ຕິບັດພາລະບົດ ບາດ, ໜ້າທີ່-ສິດ, ຄວາມຮັບຜິດຊອບ, ການປະຕິບັດມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢູ່ບັນດາກະຊວງ-ອົງການ ແລະທ້ອງຖິ່ນ (ບັນດາຂອດຂັ້ນ, ການກົດໜ່ວງຖ່ວງດຶງ, ການກະທຳທີ່ເປັນການລະເມີດກົດໝາຍ); ການປະຢັດຕ້ານການຟຸມເຟືອຍຂອງອົງການບໍລິຫານລັດແຕ່ລະຂັ້ນ; ຕິດຕາມ-ກວດກາ ໂຄງ ການລົງ ທຶນຂອງລັດເລີ່ມແຕ່ຫົວທີ ລວມທັງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ການຄຸ້ມຄອງ-ນຳໃຊ້ ກອງທຶນປະເພດຕ່າງໆທີ່ອົງ ການລັດຕັ້ງຂຶ້ນ, ການຄຸ້ມຄອງປົກປັກຮັກສາ ແລະ ນຳໃຊ້ຊັບ ພະຍາກອນຕ່າງໆ ເປັນຕົ້ນທີ່ດິນ, ປ່າໄມ້, ແຮ່ທາດ ແລະ ອື່ນໆ; ບັນຫາສຳຄັນທີ່ມີລັກສະ ນະເລັ່ງທວງ ຊຶ່ງສັງຄົມກໍຄືໃນທົ່ວພັກໃຫ້ຄວາມສົນໃຈ ແລະ ເປັນຫ່ວງຫຼາຍແມ່ນການແກ້ໄຂຜົນຂອງການກວດກາ-ກວດສອບ ແລະ ການຮ້ອງທຸກ, ຮ້ອງ ຟ້ອງຂອງພະນັກ ງານກໍຄືປະ ຊາຊົນໃຫ້ທັນການ, ເຂັ້ມງວດ, ສັກສິດຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ. ບັນຫານີ້ພົວພັນເຖິງການປັບປຸງກົນໄກ ການປະສານງານ, ຄວາມເປັນເອກະພາບ ລະຫວ່າງ ອົງການກ່ຽວຂ້ອງໃນການແກ້ໄຂບັນຫາຕ່າງໆ.

ວຽກງານຕ້ານ ແລະ ສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ ຕ້ອງໄດ້ສຸມໃສ່ຕິດຕາມ-ກວດກາຂົງເຂດທີ່ມີຄວາມສ່ຽງພາໃຫ້ເກີດມີພຶດຕິກຳສໍ້ລາດບັງຫຼວງເຊັ່ນ: ການເກັບລາຍຮັບພາສີ-ອາກອນ, ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ສຳ ຫຼວດອອກແບບ, ການປະມູນ, ການຈັດຊື້-ຈັດຈ້າງ; ການຄຸ້ມຄອງ-ນຳໃຊ້ທີ່ດິນ, ປ່າໄມ້, ແຮ່ທາດ, ການສືບສວນ-ສອບສວນ, ການດຳເນີນ ແລະ ແກ້ໄຂຄະດີ, ການຈັດວາງສັບຊ້ອນ ພະນັກງານ, ການຮັບລັດຖະ ກອນໃໝ່, ການບໍລິການຂອງລັດ, ການກວດກາ, ກວດສອບ ແລະ ອື່ນໆ; ຕິດຕາມ-ກວດກາພະນັກງານນຳພາ-ຄຸ້ມຄອງ, ສະມາຊິກພັກ, ພະນັກງານ-ລັດ ຖະກອນ, ທະຫານ, ຕຳຫຼວດ, ພະນັກງານລັດວິສາຫະກິດ ແລະ ນາຍບ້ານທີ່ມີພຶດຕິກຳສໍ້ລາດບັງຫຼວງ, ຮັ່ງມີຜິດປົກກະຕິ, ມີການລາຍງານ-ຮ້ອງຟ້ອງຈາກສະມາຊິກພັກ, ພະນັກງານ ແລະ ພົນລະເມືອງ; ເອົາໃຈໃສ່ດຳເນີນການກວດກາການສືບສວນ-ສອບສວນຄະດີຕ່າງໆທີ່ເປັນການສໍ້ລາດບັງຫຼວງໃຫ້ເລິກເຊິ່ງ, ພາວະວິໄສ, ຖືກຕ້ອງ, ຊັດເຈນ ແລະ ຍຸຕິທຳ; ລົງເລິກບັນດາລັດວິສາຫະກິດ, ຊອກໃຫ້ເຫັນຄວາມຮັບຜິດຊອບ, ຜູ້ຮັບຜິດຊອບຕໍ່ຜົນເສຍຫາຍຂອງຊັບສິນ, ທຶນຮອນຂອງພັກຢ່າງຫຼວງຫຼາຍ ຊຶ່ງກາຍເປັນການສ້າງໜີ້ສິນຈຳນວນມະຫາ ສານໃຫ້ລັດຕ້ອງແບກຫາບ ແທນ… ຕ້ອງກວດໃຫ້ເຫັນ, ເຫັນແລ້ວ ຕ້ອງມີມາດຕະການແກ້ໄຂໃຫ້ຖືກລະດັບ; ສືບຕໍ່ປະ ຕິບັດການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຮອບທີ 3 ຕາມທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ຕິດຕາມ-ກວດກາຕໍ່ຜູ້ລະເມີດລະບຽບການແຈ້ງຊັບ ສິນທີ່ກຳນົດໄວ້; ສືບຕໍ່ເພີ່ມທະ ວີການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ສາກົນ.

ນອກນີ້, ຍັງມີບັນຫາທີ່ຕ້ອງເອົາໃຈໃສ່ ໃນສະເພາະໜ້າເປັນຕົ້ນແມ່ນຕ້ອງຮີບຮ້ອນ ເປີດກອງປະຊຸມໃຫຍ່ ຂອງບັນດາໜ່ວຍພັກ ທີ່ຂຶ້ນກັບຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານໃຫ້ສໍາເລັດໂດຍໄວ ເພື່ອກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ໂດຍຖືເອົາບັ້ນເຜີຍແຜ່ ແລະ ດຳເນີນຜົນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກນີ້; ສືບຕໍ່ປັບປຸງສັບຊ້ອນກົງຈັກການຈັດຕັ້ງ, ຈັດວາງພະນັກງານຄືນໃໝ່ໄປຄຽງຄູ່ກັບການປັບ ປຸງກົງຈັກການຈັດຕັ້ງ ແລະ ພາ ລະບົດບາດ, ໜ້າທີ່, ຂອບເຂດ ສິດຂອງຄະນະກວດກາແຕ່ ລະຂັ້ນ ຕາມທິດກະທັດຮັດ, ສົມເຫດສົມຜົນ, ສອດຄ່ອງກັບກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ. ເພີ່ມທະວີຫັນການກວດກາເປັນທັນສະໄໝ, ຫັນເຕັກໂນໂລຊີໃໝ່ ເຂົ້າໃນການກວດກາ ເພື່ອຄວາມສະດວກ, ວ່ອງໄວ ແລະ ຊັດເຈນ.

ຂ່າວ- ພາບ: ສຸກສະຫວັນ

LEAVE A REPLY

Please enter your comment!
Please enter your name here