ແຂວງຈໍາປາສັກຈັດງານບຸນກາເຟ ພູພຽງບໍລະເວນ ປະຈໍາປີ 2021

0
1658

ງານບຸນກາເຟ ພູພຽງບໍລະເວນ ປະຈໍາປີ 2021 ໄດ້ຈັດຂຶ້ນ ຢູ່ສູນການຄ້າ ເຟຣັນຊິບມໍ ນະຄອນປາກເຊ ແຂວງຈໍາປາສັກ ໃນວັນທີ 8 ກຸມພາ 2021,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ-ການຄ້າ, ທ່ານ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກໍາ-ປ່າໄມ້, ບັນດາທ່ານຕາງໜ້າອົງການຈັດຕັ້ງສາກົນ,ການນໍາພາຍໃນແຂວງ ຕ່າງແຂວງ,ພະແນກອຸດສາຫະກໍາ-ການຄ້າ ,ສະມາຄົມກາເຟລາວ ຕະຫຼອດຮອດຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດຕ່າງໆ ພາຍແຂວງ ແລະ ຕ່າງແຂວງ ເຂົ້າຮ່ວມ.

ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງໄດ້ກ່າວວ່າ:ງານບຸນກະເຟ ພູພຽງບໍລະເວນ ປະຈໍາປີ 2021 ຄັ້ງນີ້ ໄດ້ກະກຽມມາເປັນຢ່າງດີ ມີຫຼາຍກິດຈະກໍາເຊັ່ນ: ງານວາງສະແດງໃຫ້ແຂກ ແລະ ມວນຊົນໄດ້ທ່ຽວຊົມ,ແລກປ່ຽນຂໍ້ມູນຂ່າວສານ ແລະ ຊື້ – ຂາຍ ຜະລິດຕະພັນກາເຟ ທີ່ຕະຫຼາດສູນການຄ້າແຟນຊິບມໍ ມີຫົວໜ່ວຍທຸລະກິດເຂົ້າຮ່ວມທັງໝົດ 45 ຫົວໜ່ວຍ,ຜະລິດຕະພັນສິນຄ້າທີ່ນໍາມາຈໍາໜ່າຍຫຼັກແມ່ນກາເຟ ແລະ ອື່ນໆ ທີ່ເປັນສິນຄ້າຜະລິດຕະພັນອຸດສາຫະກໍາ,ຫັດຖະກໍາ ແລະ ກະສິກໍາ,ສິນຄ້າໜຶ່ງເມືອງ,ໜຶ່ງຜະລິດຕະພັນ ພາຍໃນແຂວງ ເຊິ່ງມີມູນຄ່າເຂົ້າມາຈໍາໜ່າຍປະມານ 3 ຕື້ 500 ລ້ານກີບ.

ຈາກນີ້ກໍມີກິດຈະກໍາເປີດໃຫ້ມີການທ່ຽວຊົມຮ້ານວາງສະແດງ ແລະ ຊິມກາເຟນັບແຕ່ວັນທີ 8-10 ກຸມພາ 2021, ມີພິທີສຳມະນາຫົວຂໍ້ຍົກສູງຄຸນຄ່າກາເຟລາວສູ່ຕະຫຼາດພາກພື້ນ ແລະ ສາກົນ, ມີການນໍາພາທັດສະນະສຶກສາເຂດການຜະລິດກາເຟ ທີ່ພູພຽງບໍລິເວນທີ່ ເມືອງປາກຊ່ອງ ແລະ ພິເສດກໍ ເປີດໃຫ້ມີການເຊັນບົດບັນທຶກ ແລະ ສັນຍາຮ່ວມມືກັນລະຫວ່າງພາກລັດເຊັ່ນ: ແຂວງຈໍາປາສັກ ກັບ ກະຊວງອຸດສະຫະກໍາ ແລະ ການຄ້າ,ແຂວງຈໍາປາສັກກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາບໍລິສັດຫົວໜ່ວຍທຸລະກິດດ້ວຍກັນ.ໃນນັ້ນມີ 2 ບົດບັນທຶກ ແລະ 6 ສັນຍາ. ຊຶ່ງສັນຍາລະຫວ່າງບໍລິສັດຜູ້ຜະລິດ ກັບ ບໍລິສັດຈໍາໜ່າຍສິນຄ້າທີ່ເຊັນກັນໃນຄັ້ງນີ້ມິມູນຄ່າທັງໝົດ 3 ຕື້ 200 ລ້ານກີບ. ທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ກ່າວເປີດ ງານບຸນກາເຟ ພູພຽງບໍລະເວນ ປະຈໍາປີ 2021 ວ່າ: ການຈັດງານບຸນກາເຟພູພຽງບໍລະເວນຄັ້ງນີ້ ມີຈຸດປະສົງເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືການປະຕິບັດຍຸດທະສາດການພັດທະນາກາເຟລາວ,ການກະກຽມເງື່ອນໄຂໃຫ້ແກ່ການສະເຫຼີມສະວັນສ້າງຕັ້ງສະມາຄົມກາເຟລາວຄົບຮອບ 26 ປີ.

ທີ່ສໍາຄັນເປັນການຊຸກຍູ້ສົ່ງເສີມວຽກງານການຜະລິດກະສິກໍາເປັນສິນຄ້າ ໂດຍສະເພາະກາເຟໃຫ້ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ,ຊອກຕະຫຼາດຈໍາໜ່າຍໃຫ້ກ້ວາງຂວາງ ແລະສ້າງລາຍຮັບໃຫ້ແກ່ຜູ້ປະກອບການກາເຟ ໃຫ້ຫຼາຍຂຶ້ນ ທັງເປັນການດຶງດູດສົ່ງເສີມດ້ານການທ່ອງທ່ຽວ ໂດຍຮູບແບບ ລາວທ່ຽວລາວ ທີ່ລັດຖະບານວາງອອກໃຫ້ປະກົດຜົນເປັນຈິງ .

ພາຍຫຼັງພີທີເປີດຂຶ້ນຢ່າງເປັນທາງການ ໄດ້ມີການເຊັນບົດບັນທຶກ ແລະ ສັນຍາການຊື້-ຂາຍກໍຄືການດໍາເນີນທຸລະກິດດ້ວຍກັນຂອງພາກສ່ວນບໍລິສັດ,ຫ້າງຮ້ານ,ຈາກນີ້ທ່ານເຈົ້າແຂວງ,ບັນດາລັດຖະມົນຕີ ແຂກ ແລະ ມວນຊົນທີ່ເຂົ້າຮ່ວມກໍໄດ້ຢ້ຽມຊົມຮ້ານວາງສະແດງ,ຈໍາໜ່າຍສິນຄ້າ,ຊິມ ແລະ ເລືອກຊື້ສິນຄ້າປະເພດກາເຟ ແລະອື່ນໆ ຢ່າງຫຼວງຫຼາຍ. ງານບຸນກາເຟ ພູພຽງບໍລະເວນ ປະຈໍາປີ 2021ຈະດໍາເນີນໄປຮອດວັນທີ 10 ກຸມພາ 2021 ຈິ່ງຈະສໍາເລັດ.

ຂ່າວ,ພາບ: ເກດສະໜາ ແກ້ວສຸວັນນະແສງ

LEAVE A REPLY

Please enter your comment!
Please enter your name here