ທ່ານ ຈັນສີ ໂພສີຄຳ ຮອງປະທານຄະນະກຳມະການເລືອກຕັ້ງລະດັບຊາດ ຕິດຕາມ-ຊຸກຍູ້ ການກະກຽມ ແລະ ດຳເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

0
2682

ໃນລະຫວ່າງວັນທີ 2-6 ກຸມພາ 2021, ທ່ານ ຈັນສີ ໂພສີຄຳ ຮອງປະທານຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ 4 ແຂວງພາກເໜືອ, ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ ແລະ ບໍ່ແກ້ວ ເພື່ອຕິດຕາມ-ຊຸກຍູ້ ການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ II. ໃຫ້ການຕ້ອນຮັບຄະນະໃນການຢ້ຽມຢາມເຮັດວຽກຄັ້ງນີ້ ມີປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍຄະນະ ເຊິ່ງຢູ່ແຂວງຜົ້ງສາລີ ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງຜົ້ງສາລີ; ຢູ່ແຂວງຫຼວງນໍ້າທາ ມີທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງຫຼວງນໍ້າທາ; ແຂວງອຸດົມໄຊ ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ຮັກສາການເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງອຸດົມໄຊ ແລະ ຢູ່ແຂວງບໍ່ແກ້ວ ໃຫ້ການຕ້ອນຮັບໂດຍທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງບໍ່ແກ້ວ.


ຢູ່ແຕ່ລະແຂວງ, ທ່ານ ຈັນສີ ໂພສີຄຳ ພ້ອມດ້ວຍຄະນະໄດ້ເຮັດວຽກຮ່ວມກັບຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ແລະ ໜ່ວຍເລືອກຕັ້ງຂັ້ນບ້ານ; ຢູ່ແຕ່ລະບ່ອນ ຄະນະຮັບຜິດຊອບໄດ້ລາຍງານສະພາບການກະກຽມຄວາມພ້ອມຮອບດ້ານໃນບັ້ນເລືອກຕັ້ງ ສສຊ ແລະ ສສຂ ຄັ້ງນີ້ ເຊິ່ງຢູ່ແຂວງຜົ້ງສາລີ ມີຜູ້ອອກຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ຈຳນວນ 9 ທ່ານ ເລືອກເອົາ 6 ທ່ານ, ຜູ້ສະໝັກ ສສຂ ຊຸດທີ II ມີ 38 ທ່ານ ເລືອກເອົາ 24 ທ່ານ, ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງທີມີອາຍຸ 18 ປີ ຂຶ້ນໄປ ໃນທົ່ວແຂວງຜົ້ງສາລີ ມີທັງໝົດ 115.666 ຄົນ, ຍິງ 56.889 ຄົນ ແລະ ໄດ້ກໍານົດຈຸດເລືອກຕັ້ງທັງໝົດມີ 241 ໜ່ວຍ. ແຂວງຫຼວງນ້ຳທາ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ຈຳນວນ 9 ທ່ານ ເລືອກເອົາ 6 ທ່ານ, ຜູ້ສະໝັກ ສສຂ ຊຸດທີ II ມີ 31 ທ່ານ ເລືອກເອົາ 21 ທ່ານ, ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງທົ່ວແຂວງຫຼວງນ້ຳທາ ມີ 118.870 ຄົນ, ຍິງ 59.310 ຄົນ ແລະ ມີໜ່ວຍເລືອກຕັ້ງທັງໝົດ 294 ໜ່ວຍ. ແຂວງອຸດົມໄຊ ມີຜູ້ອອກສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ຈຳນວນ 10 ທ່ານ ເລືອກເອົາ 7 ທ່ານ, ຜູ້ສະໝັກ ສສຂ ຊຸດທີ II ມີ 39 ທ່ານ ເລືອກເອົາ 25 ທ່ານ, ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງທົ່ວແຂວງອຸດົມໄຊ ມີ 214.896 ຄົນ, ຍິງ 104.547 ຄົນ, ມີໜ່ວຍເລືອກຕັ້ງທັງໝົດ 450 ໜ່ວຍ. ແຂວງບໍ່ແກ້ວ ມີຜູ້ອອກສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ຈຳນວນ 9 ທ່ານ ເລືອກເອົາ 6 ທ່ານ, ຜູ້ສະໝັກ ສສຂ ຊຸດທີ II ມີ 31 ທ່ານ ເລືອກເອົາ 21 ທ່ານ, ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງທົ່ວແຂວງບໍ່ແກ້ວ ມີ 118.099 ຄົນ, ຍິງ 53.311 ຄົນ ແລະ ມີໜ່ວຍເລືອກຕັ້ງທັງໝົດ 189 ໜ່ວຍ.


ຢູ່ແຕ່ລະຈຸດທີ່ໄດ້ລົງເຄື່ອນໄຫວຢ້ຽມຢາມ-ເຮັດວຽກ, ທ່ານ ຈັນສີ ໂພສີຄຳ ໄດ້ມີຄຳເຫັນໂອ້ລົມອະທິບາຍກ່ຽວກັບຄວາມໝາຍຄວາມສຳຄັນໃນການເລືອກຕັ້ງ ສສຊ ແລະ ສສຂ; ການເລືອກຕັ້ງດັ່ງກ່າວເປັນການປັບປຸງການຈັດຕັ້ງເບື້ອງລັດ ແລະ ເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຊິ່ງເປັນພັນທະ ແລະ ກຽດສັກສີຂອງພົນລະເມືອງລາວ ທີ່ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຜູ້ແທນຂອງຕົນເຂົ້າໃນອົງການນິຕິບັນຍັດ (ສະພາ) ເຊິ່ງເປັນອົງການຕົວແທນສິດ ແລະ ຜົນປະໂຫຍດລວມຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການທີ່ໄດ້ຮັບມອບໝາຍສິດອຳນາດຈາກປະຊາຊົນ ແລະ ສະມາຊິກສະພາກໍ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ໄດ້ຮັບການເລືອກຕັ້ງຈາກປະຊາຊົນ ແລະ ປະຊາຊົນມີສິດກວດກາສະມາຊິກສະພາ ຫຼື ຜູ້ແທນຂອງຕົນຕະລອດໄລຍະການປະຕິບັດໜ້າທີ່ວຽກງານ. ກອງປະຊຸມຄັ້ງປະຖົມມະເລີກຂອງສະພາແຫ່ງຊາດແຕ່ລະຊຸດ ຈະໄດ້ເລືອກຕັ້ງເອົາປະທານປະເທດ, ຮອງປະທານປະເທດ, ເລືອກຕັ້ງເອົານາຍົກລັດຖະມົນຕີ, ປະທານສະພາ, ປະທານ ແລະ ຫົວໜ້າ ອົງການຕຸລາການ (ປະທານສານ ແລະ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ), ພິຈາລະນາ-ຮັບຮອງເອົາຄະນະລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຕົກລົງ ແລະ ພິຈາລະນາຮັບຮອງເອົາບັນຫາສຳຄັນຕ່າງໆຂອງຊາດ ຕາມພາລະບົດບາດຂອງສະພາແຫ່ງຊາດທີ່ໄດ້ກຳນົດໄວ້ໃນກົດໝາຍ… ໃນກອງປະຊຸມຄັ້ງປະຖົມມະເລີກຂອງສະພາປະຊາຊົນແຂວງກໍ່ເຊັ່ນດຽວກັນ ຈະໄດ້ເລືອກຕັ້ງເອົາບຸກຄະລາກອນການນຳຂອງແຂວງ ເຊັ່ນ: ເຈົ້າແຂວງ, ຮອງເຈົ້າແຂວງ, ປະທານ ແລະ ຮອງປະທານສະພາປະຊາຊົນແຂວງ, ປະທານສານປະຊາຊົນແຂວງ, ຫົວໜ້າໄອຍະການປະຊາຊົນແຂວງ, ພິຈາລະນາ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ບັນຫາສຳຄັນຕ່າງໆຂອງແຂວງ ຕາມພາລະບົດບາດຂອງສະພາປະຊາຊົນແຂວງ.


ບັນດາການນຳທີ່ຖືກເລືອກຕັ້ງໃນສະພາ ຈະເປັນຜູ້ນຳເອົາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ມານຳພາຈັດຕັ້ງຜັນຂະຫຍາຍສູ່ການພັດທະນາປະເທດຊາດ ແລະ ທ້ອງຖິ່ນຮາກຖານ ຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນພົນລະເມືອງລາວ. ດັ່ງນັ້ນ ຈິ່ງເວົ້າໄດ້ວ່າ ການໄປໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ແມ່ນສິດ, ພັນທະ ແລະ ກຽດສັກສີຂອງພົນລະເມືອງລາວຢ່າງແທ້ຈິງ, ການເລືອກຕັ້ງ ຕ້ອງຮັບປະກັນໃຫ້ໄດ້ ສາມຮ້ອຍສ່ວນຮ້ອຍ (ຮັບປະກັນຕື່ນຕົວມາໃຊ້ສິດ 100%, ຮັບປະກັນບໍ່ໃຫ້ບັດຕາຍ 100% ແລະ ຮັບປະກັນຄວາມສະຫງົບປອດໄພ 100%).


ຂ່າວ ແລະ ພາບ: ນັກຂ່າວກໍ່ສ້າງພັກ

LEAVE A REPLY

Please enter your comment!
Please enter your name here