ກອງປະຊຸມວິຊາການໂພຊະນາການແຫ່ງຊາດ

0
1060

ກອງປະຊຸມວິຊາການໂພຊະນາການແຫ່ງຊາດ, ຈັດຂຶ້ນຕອນເຊົ້າ ວັນທີ 11 ກຸມພາ 2021 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຮສ.ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫົວໜ້າກອງເລຂາ ຄະນະກໍາມະການໂພຊະນາການແຫ່ງຊາດ ມີ ທ່ານ ດຣ.ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ຄະນະກົມ, ຄະນະສູນ, ຄະນະພະແນກກະສິກໍາ ແລະປ່າໄມ້, ສຶກສາທິການ ແລະກິລາ, ແຜນການແລະການລົງທຶນ ແລະພະແນກສາທາລະນະສຸກແຂວງ ທົ່ວປະເທດເຂົ້າຮ່ວມ 300ຄົນ.

ທ່ານ ຮສ.ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວໃນພິທີວ່າ: ພັກ ແລະ ລັດຖະບານ ຂອງ ສປປ ລາວ ໄດ້ສຸມໃສ່ ສືບຕໍ່ແກ້ໄຂບັນຫາການຂາດສານອາຫານທຸກຮູບແບບຂອງປະຊາຊົນລາວເວົ້າລວມ, ເວົ້າສະເພາະໃນເດັກອາຍຸລຸ່ມ 5 ປີ ລວມມີ ຫລຸດຜ່ອນການຂາດສານອາຫານຊໍາເຮື້ອ (ລວງສູງຫລຸດມາດຕະຖານ ຫລື ເດັກເຕ້ຍ), ເຊິ່ງມີຜົນສະແດງອອກຕາມຜົນການສໍາຫລວດດັດຊະນີໝາຍສັງຄົມລາວປີ 2017 ເຫັນວ່າມີການປັບປຸງດີຂື້ນ ຄືຕົວຊີ້ວັດທີ່ທ້າທ້າຍ ເຊັ່ນ ອັດຕາການຂາດສານອາຫານຊໍາເຮື້ອ ໄດ້ຫຼຸດລົງຈາກ 44% ໃນປີ 2012 (LSIS 1) ມາເປັນ 33% ໃນປີ 2017 (LSIS 2) ແລະ ເປັນ 24.3% ໃນປີ 2020 (DHIS2); ອັດຕານໍ້າໜັກຫລຸດມາດຕະຖານຫລຸດລົງຈາກ 25.5% ໃນປີ 2012 ມາເປັນ 21% ປີ 2017 ແລະ ເປັນ 18.9% ໃນປີ 2020 (DHIS2). ອັດຕາສ່ວນຂອງເດັກນ້ອຍທີ່ໄດ້ຮັບການລ້ຽງດ້ວຍນົມແມ່ພຽງຢ່າງດຽວ ໄດ້ເພີ່ມຂຶ້ນຈາກ 40% ໃນປີ 2012 ເປັນ 45% ໃນປີ 2017; ແລະ ຍັງມີຫຼາຍຕົວຊີ້ບອກດ້ານສາທາລະນະສຸກອີກຫຼາຍອັນທີ່ໄດ້ຮັບການປັບປຸງດີຂື້ນ.

ແຕ່ພວກເຮົາຍັງມີສິ່ງທ້າທາຍອື່ນໆ ທີ່ຕ້ອງເອົາໃຈໃສ່ເພີ້ມຕື່ມ ຈະຕ້ອງໄດ້ສືບຕໍ່ສູ້ຊົນຮັບມືຕໍ່ພາວະຂາດສານອາຫານອີກ. ປະເທດຂອງພວກເຮົາປະຈຸບັນ ຍັງມີ ເດັກນ້ອຍ 1 ໃນ 2 ຄົນເປັນເລືອດຈາງ; ມີ 1 ໃນ 2 ຂອງແມ່ຍິງໄວຈະເລີນພັນ ມີພາວະເລືອດຈາງ; ເດັກນ້ອຍປະມານ 75.000 ຄົນ ຍັງຂາດສານອາຫານກະທັນຫັນ (ຈ່ອຍຜອມ) ໃນແຕ່ລະປີ; ເດັກນ້ອຍ 1 ໃນ 3 ຄົນ ຍັງເຕັ້ຍເກີນໄປ ທຽບກັບອາຍຸຂອງເຂົາເຈົ້າ; ນອກນັ້ນ ພັດມີການເພີ່ມຂື້ນຂອງເດັກນ້ອຍທີ່ມີຄວາມອ້ວນ ຈາກ 2.0% ໃນປີ 2012 ມາເປັນ 3.5% ໃນ 2017 (LSIS 2). ພວກເຮົາຈໍາເປັນຕ້ອງສືບຕໍ່ເຮັດວຽກຮ່ວມກັນຢ່າງຕໍ່ເນື່ອງ ແລະໃກ້ຊິດ ເພື່ອເຮັດໃຫ້ອັດຕາດັ່ງກ່າວຫຼຸດລົງຕໍ່ໄປ ໃຫ້ຢູ່ໃນລະດັບທີ່ຍອມຮັບໄດ້.

ກອງປະຊຸມຄັ້ງນີ້ ແມ່ນກາລະໂອກາດອັນດີໃຫ້ແກ່ພວກເຮົາໄດ້ມາແລກປ່ຽນຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດ ບັນດາແຜນງານ ແລະໂຄງການໂພຊະນາການຕ່າງໆ ທີ່ໄດ້ຮັບຜົນສໍາເລັດ ລວມທັງການປະຕິບັດທີ່ດີທີ່ສຸດທີ່ສາມາດເປັນຕົວແບບໃຫ້ແກ່ພວກເຮົາໄດ້ເອົາໄປນໍາໃຊ້, ເສີມຂະຫຍາຍ ແລະ ປັບປຸງວຽກງານໃຫ້ດີຂື້ນກວ່າເກົ່າ. ຊຶ່ງໄດ້ມີການສົນທະນາແລກປ່ຽນບົດຮຽນໃນຫລາຍຫົວຂໍ້ ເຊັ່ນ ການເຮັດໂຄງການໂພຊະນາການ ແບບເຊື່ອມສານກັບວຽກງານກະສິກໍາ, ການບໍລິການສຸຂະພາບແມ່ແລະເດັກ, ການສຶກສາ, ການສະໜອງນໍ້າສະອາດ, ວິດຖ່າຍ ແລະ ສຸຂະອະນາໄມສິ່ງແວດລ້ອມ, ການຕອບໂຕ້ໄພພິບັດ, ການຄຸ້ມຄອງການຂາດສານອາຫານກະທັນຫັນແບບເຊື່ອມສານ; ການປະສານງານ ແລະ ການມີສ່ວນຮ່ວມຫລາຍຂະແໜງການ, ການຮ່ວມມືລະຫວ່າງພາກລັດ-ເອກກະຊົນ ແລະ ການມີສ່ວນຮ່ວມຂອງຊຸມຊົນ, ການສື່ສານເພື່ອປ່ຽນແປງພຶດຕິກໍາໃນສັງຄົມດ້ານໂພຊະນາການ ແລະ ອື່ນໆ. ຜົນສໍາເລັດອັນພົ້ນເດັ່ນ, ສິ່ງທ້າຍທາຍ, ບົດຮຽນທີ່ຖອດຖອນໄດ້, ວິທີການ ແລະ ກົນໄກການປະສານງານ, ທິດທາງໃນຕໍ່ໜ້າ ໂດຍສະເພາະຄວາມຍືນຍົງຂອງໂຄງການ ຈະໄດ້ສົນທະນາຄົ້ນຄວ້າ ແລະ ແລກປ່ຽນປະສົບການນໍາກັນ.

ໂອກາດນີ້ ທ່ານ ຮສ.ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາ ການນໍາ ແລະ ທີມງານຂອງກະຊວງສຶກສາ ທິການ ແລະກິລາ, ກະສິກໍາ ແລະປ່າໄມ້, ແຜນການ ແລະການລົງທຶນ ແລະ ກະຊວງການເງິນ ລວມທັງການນໍາພະແນກຂອງ 4 ຂະແໜງການດັ່ງກ່າວໃນຂັ້ນແຂວງ, ບັນດາອົງການສາກົນຕ່າງໆທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ໄດ້ມີການຮ່ວມມືອັນດີໃນການປັບປຸງວຽກງານໂພຊະນາການ ໂດຍເຮັດວຽກຮ່ວມກັນ ແບບເຊື່ອມສານ ແລະ ຢ່າງໃກ້ຊິດ. ທ່ານໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ອົງການອຸຍນິເຊັບ, ສະຫະພາບເອີຣົບ ແລະ ຄູ່ຮ່ວມງານອື່ນໆ ທີ່ໃຫ້ການຊ່ວຍເຫລືອດ້ານງົບປະມານ ແລະ ວິຊາການ ແກ່ ສປປລາວ ຕະຫລອດມາ ໃນການປັບປຸງວຽກງານໂພຊະນາການໃຫ້ດີຂື້ນ ເພື່ອສູ້ຊົນບັນລຸເປົ້າໝາຍການພັດທະນາແບບຍືນຍົງ(SDG 2) ລວມທັງການສະໜັບສະໜັບສະໜູນໃນການຈັດກອງປະຊຸມວິຊາການໃນຄັ້ງນີ້ດ້ວຍ.

Lao National Radio

LEAVE A REPLY

Please enter your comment!
Please enter your name here