ການນຳສູງສຸດຂອງພັກ ແລະລັດ ສປປ ລາວ ສົ່ງຄຳອວຍພອນປີໃໝ່ໃຫ້ການນຳສູງສຸດຂອງ ສປ ຈີນ

0
4068

ວັນທີ 09 ກຸມພາ 2021ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວໄດ້ສົ່ງໂທລະເລກອວຍພອນ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ຂອງ ສປ ຈີນ ປີ 2021 ເຖິງສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນຈີນທີ່ ນະຄອນຫລວງປັກກິ່ງ.

ເນື້ອໃນໂທລະເລກຂຽນວ່າ:ສະຫາຍທີ່ຮັກແພງ,ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ຂອງ ສປ ຈີນ ປີ 2021, ຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ, ປະດິດສ້າງຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ໄດ້ຜ່ານຜ່າການທົດສອບນາໆປະການ ແລະ ສາມາດຍາດໄດ້ຜົນສໍາເລັດອັນສໍາຄັນ, ຮອບດ້ານ ແລະ ໜັກແໜ້ນ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ສ້າງສໍາເລັດສັງຄົມນິຍົມທີ່ອີ່ມໜໍາສໍາລານຮອບດ້ານໂດຍພື້ນຖານ, ມີຜົນສໍາເລັດອັນພົ້ນເດັ່ນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍຄື ການສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງ ຂອງ ພັກກອມມູນິດຈີນ ທີ່ຖື ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ, ປະຊາຊົນຈີນອ້າຍນ້ອງ ຈະສືບຕໍ່ບັນລຸເປົ້າໝາຍໃນການສ້າງສັງຄົມນິຍົມທີ່ທັນສະໄໝຮອບດ້ານ ກໍ່ຄື ບັນລຸຄວາມໄຝ່ຝັນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ ໃນຕໍ່ໜ້າຢ່າງແນ່ນອນ.

ເນື່ອງໃນໂອກາດອັນເບີກບານມ່ວນຊື່ນຕ້ອນຮັບປີໃໝ່ນີ້ ຂໍອວຍພອນໄຊອັນປະເສີດມາຍັງ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ພ້ອມດ້ວຍຄອບຄົວ ແລະ ບັນດາສະຫາຍການນໍາຂັ້ນສູງ ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າຂອງຕົນ ຕະຫຼອດປີໃໝ່ນີ້.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ4ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈົ່ງແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,ນາຍົກລັດຖະມົນຕີແຫ່ງສປປລາວກໍ່ໄດ້ສົ່ງໂທລະເລກອວຍພອນ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ຂອງ ສປ ຈີນ ປີ 2021ເຖິງສະຫາຍ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນເຊ່ນດຽວກັນ,ຊຶ່ງມີເນື້ອໃນໂທລະເລກດັ່ງນີ້:ເນື່ອງໃນໂອກາດປີໃໝ່ຈີນ ຫລື ບຸນກຸດຈີນ ປີ 2021 (ປີສະຫຼຸ) ທີ່ຈະມາເຖິງນີ້ ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ໂດຍຜ່ານສະຫາຍ ໄຍຍັງການນຳພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ ຮູ້ສຶກດີໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າ ປະຈຸບັນ ການພົວພັນຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ນັບມື່້ ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກໃນຫລາຍດ້ານ ອັນໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືຍຸດທະສາດ ຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ກໍ່ຄື ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໄດ້ຮັບການເພີ່ມພູນຄູນສ້າງ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເກີດດອກອອກຜົນເປັນກ້າວໆ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ແລະ ປີນີ້ກໍ່ເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ60 ປີ ແລະ ປີມິດຕະພາບລາວ-ຈີນ, ຈີນ-ລາວ ອີກດ້ວຍ.ໃນໂອກາດອັນສະຫງ່າລາສີແຫ່ງວັນຂຶ້ນປີໃໝ່ ອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າ ຂໍຕາງຫນ້າໃຫ້ແກ່ ການນຳພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ຂໍອວຍພອນຢ່າງຈິງໃຈ ມາຍັງການນຳພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທຸກທົ່ວໜ້າ ຈົ່ງມີພາລານາໄມສົມບູນ, ມີຄວາມຜາສຸກທຸກປະການ ແລະ ປະສົບຜົນສຳເລັດອັນໃຫມ່ທີ່ໃຫຍ່ຫລວງກວ່າເກົ່າ ໃນຫນ້າທີ່ອັນມີກຽດ ແລະ ສະຫງ່າງາມຂອງຕົນ ໃນການສືບຕໍ່ນຳພາປະເທດຈີນ ກ້າວຂຶ້ນຢາງໜັກແໜ້ນ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ບັນລຸເປົ້າໝາຍ 100 ປີ ສອງເຫດການ ອັນຍິ່ງໃຫຍ່ ຢ່າງສະຫງ່າງາມ.

ອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ ແລະ ການເປັນຄູ່ຮ່ວມຊາຕາກຳ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫລອດໄປ.

ຂໍ້ມູນ: ສຫນຍ

LEAVE A REPLY

Please enter your comment!
Please enter your name here