ການຕ້ານການຄ້າມະນຸດ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

0
1166

ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ແລະ ຂັ້ນຕອນການຊ່ວຍເຫຼືອແກ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຂຶ້ນເມື່ອວັນທີ 12 ກຸມພາ ຜ່ານມານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານ ຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ໂດຍມີພະນັກງານລັດຖະກອນທຸກຂັ້ນ ຈາກບັນດາກົມ, ສະຖາບັນ ແລະ ບັນດາຫ້ອງການທຽບເທົ່າກົມອ້ອມຂ້າງກະຊວງ ເຂົ້າຮ່ວມ

ການເຜີຍແຜ່ດັ່ງກ່າວບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຈາກນັກວິທະຍາກອນ ຈາກສູນກາງສະຫະພັນແມ່ຍິງ ແລະ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ກ່ຽວກັບສະພາບການຄ້າມະນຸດປັດຈຸບັນ, ບາງມາດຕາທີ່ກ່ຽວຂ້ອງຂອງກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ແລະ ຂັ້ນຕອນການໃຫ້ການຊ່ວຍເຫຼືອແກ່ຜູ້ຖືກເຄາະຮ້າຍ.

ກອງປະຊຸມເຜີຍແຜ່ດັ່ງກ່າວ ແມ່ນໄດ້ຈັດເຜີຍແຜ່ຂຶ້ນເປັນຄັ້ງທຳອິດ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບສະພາບລວມບັນຫາການຄ້າມະນຸດ ທີ່ເກີດຂຶ້ນໃນພາກພື້ນ ກໍຄື ໃນ ສປປ ລາວ; ກໍາໄດ້ນິຕິກຳສຳຄັນ ກໍຄືກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ປີ 2015 ຊຶ່ງເປັນເອກະສານອ້າງອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວເພື່ອສະກັດກັ້ນບັນຫາການຄ້າມະນຸດ ໃນ ສປປ ລາວ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ແລະ ໄດ້ເຂົ້າໃຈເຖິງບັນດາຂັ້ນຕອນຕ່າງໆ, ກົນໄກປະສານງານ, ວິທີການດຳເນີນການຊ່ວຍເຫຼືອ, ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຢູ່ໃນ ສປປ ລາວ ຕະຫຼອດທັງບົດບາດຂອງບັນດາຂະແໜງການ ທີ່ຮັບຜິດຊອບວຽກງານດັ່ງກ່າວ. ພ້ອມດຽວກັນ, ຜູ້ເຂົ້າຮ່ວມກໍໄດ້ສົນທະນາ, ແລກປ່ຽນຄຳຄິດເຫັນ ໃນກອງປະຊຸມຢ່າງສ້າງສັນ ແລະ ກົງໄປກົງມາ.

ໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນຄວາມສຳຄັນວຽກງານໂຄສະນາເຜີຍແຜ່ກົດ ໝາຍວ່າດ້ວຍການຕ້ານການຄ້າມະນຸດ ແລະ ການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຊຶ່ງເປັນປະໂຫຍດຕໍ່ກັບທຸກພາກສ່ວນ ແລະ ຂະແໜງການ, ເວົ້າສະເພາະຕໍ່ກັບພະນັກງານກະຊວງການຕ່າງປະເທດ ໃນຖານະທີ່ເປັນນັກການທູດໃຫ້ສາມາດກຳໄດ້ບັນຫາດັ່ງກ່າວໄດ້ແລ້ວ ໃນເວລາທີ່ໄປເຄື່ອນໄຫວວຽກງານທ້ອງຖິ່ນ ຫຼື ປະຈຳການຢູ່ຕ່າງປະເທດ ແມ່ນຈະເປັນປະໂຫຍດໃນການປົກປ້ອງຊ່ວຍເຫຼືອ ແລະ ສົ່ງຕໍ່ຂໍ້ມູນ ໄດ້ທັນຕາມສະພາບການ, ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ແມ່ນເພື່ອສົ່ງເສີມ ແລະ ປະກອບສ່ວນ ໃນວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນປະເທດ ໂດຍແນໃສ່ການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆທີ່ຢູ່ໃນແຜນງານແຫ່ງຊາດ ເພື່ອສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ໄດ້ຕາມຄາດໝາຍ, ແລະ ມີປະສິດທິຜົນສູງ.

ຂ່າວ:ກະຊວງການຕ່າງປະເທດ,ພາບ:ສຳນານ

LEAVE A REPLY

Please enter your comment!
Please enter your name here