ພົບລະເບີດທີ່ບໍ່ທັນແຕກໜັກ 227 ກິໂລອີກລູກທີ່ບ້ານນາຮ້ອມ

0
3034

ລາຍງານຈາກ MAF UXO Laos ໃຫ້ຮູ້ວ່າ ໃນວັນທີ 11 ກຸມພາ 2021, ໜຶ່ງໃນທີມກວດກູ້ຂອງອົງການເກັບກູ້ລະເບີດ ແມັກ ທີ່ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານນໍເວໄດ້ກວດພົບລະເບີດໃຫຍ່ຂະໜາດ 500 ປອນ ຫຼື 227 ກິໂລ ຢູ່ບ້ານ ນາຮ້ອມ, ແຂວງ ຄໍາມ່ວນ.

ລະເບີດໃຫຍ່ລູກດັ່ງກ່າວໄດ້ຖືກກວດສອບ ແລະ ເຮັດໃຫ້ປອດໄພກ່ອນ ທີ່ຈະຖືກເຄື່ອນຍ້າຍໄປຍັງສະຖານທີ່ທໍາລາຍ ເພື່ອທໍາການທໍາລາຍຢ່າງປອດໄພ.
Mag Uxo Centre Laos.

ບັນຫາລະເບີດ ທີ່ບໍ່ທັນແຕກ ຍັງຕ້ອງໄດ້ໃຊ້ເວລາ ແລະ ທືນຮອນໃນການເກັບກູ້ ເພາະຍັງຫຼາຍຂົງເຂດ ທີ່ບໍ່ທັນສາມາດເກັບກູ້ໄດ້ໝົດ.

.

LEAVE A REPLY

Please enter your comment!
Please enter your name here