ງານມະຫະກໍາບຸນຊ້າງປີນີ້ທີ່ແຂວງໄຊຍະບູລີມີຊ້າງເຂົ້າຮ່ວມ 21 ເຊືອກເຮັດຕາມປະເພນີ

0
1794

ງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021 ນີ້ທີ່ສະໜາມຫຼວງຂອງແຂວງໄຊຍະບູລີ. ເຂົ້າຮ່ວມໃນງານຄັ້ງນີ້ມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ, ມີການນໍາຂອງແຂວງ, ຂອງເມືອງ, ແຂກທັງພາຍໃນ ແລະຕ່າງປະເທດ ພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມ.

ສໍາລັບການຈັດງານມະຫະກໍາບຸນຊ້າງໃນປີ 2021 ນີ້ ຖືວ່າເປັນຄັ້ງທີ 15 ຈັດຂຶ້ນຕາມຮີດຄອງປະເພນີ, ມີຊ້າງເຂົ້າຮ່ວມ 21 ເຊືອກ ເພາະວ່າປີນີ້ເປັນປີທີ່ມີຄວາມສ່ຽງສູງ ໂດຍສະເພາະສະພາບການລະບາດຂອງພະຍາດໂຄວິດ-19 ແມ່ນຍັງສືບຕໍ່ຂະຫຍາຍຕົວເປັນວົງກວ້າງ ແລະ ກາຍພັນ ເຊິ່ງມັນເປັນມະຫັນຕະໄພຕໍ່ມວນມະນຸດໃນທົ່ວໂລກ ແລະ ຍາກທີ່ຈະຢັບຢັ້ງບັນຫາເຊື້ອພະຍາດດັ່ງກ່າວ. ສະນັ້ນ ການຈັດງານມະຫະກໍາບຸນຊ້າງປີ 2021 ນີ້ຈຶ່ງຈັດຂຶ້ນພຽງ 1 ວັນເທົ່ານັ້ນເພື່ອເປັນການຄອບເລົ່າ, ຈະບໍ່ໄດ້ຈັດໃຫຍ່ຄືທຸກໆປີຜ່ານມາ ເພື່ອຮັບປະກັນມາດຕະການປ້ອງກັນການລະບາດເຊື້ອພະຍາດໂຄວິດ-19.

ຄະນະຮັບຜິດຊອບຈັດງານ ຈຶ່ງໄດ້ກໍານົດເອົາແຕ່ກິດຈະກໍາທີ່ສໍາຄັນ ແລະ ຈໍາເປັນ ເຊັ່ນ: ຕັກບາດພຣະ 13 ອົງ ເພື່ອອຸທິດບຸນກຸສົນໃຫ້ຊ້າງ, ບາສີສູ່ຂວັນຊ້າງ, ແຮ່ຂະບວນຊ້າງ, ຈັດອາຫານບຸບເຟຊ້າງ ເພື່ອສ້າງເງື່ອນໄຂໃຫ້ຊ້າງມີໂອກາດພົບປະກັນ ແລະ ຂີ່ຊ້າງອ້ອມເມືອງ. ແຂວງໄຊຍະບູລີ ເປັນແຂວງດຽວທີ່ມີປະຊາກອນຊ້າງຫຼາຍກວ່າໝູ່ ຖ້າທຽບໃສ່ແຂວງອື່ນໃນ ສປປ ລາວ ດ້ວຍເຫດນັ້ນເພື່ອເປັນການອານຸລັກຮັກສາຊ້າງບໍ່ໃຫ້ສູນພັນ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທໍາ ຮີດຄອງປະເພນີອັນດີງາມ ແລະ ວິຖີການດໍາລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ອະດີດຕະການໃຫ້ຍືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວເຮົາ, ເວົ້າລວມເວົ້າສະເພາະ ປະຊາຊົນຊາວແຂວງໄຊຍະບູລີຈຶ່ງໄດ້ພ້ອມພຽງກັນຈັດງານມະຫະກໍາບຸນຊ້າງນີ້ຂຶ້ນໃນແຕ່ລະປີ.

ຂ່າວ: ບຸນທີ.

LEAVE A REPLY

Please enter your comment!
Please enter your name here