ເປີດນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງຍາວ 43,5 ກິໂລແມັດ

0
2482

ວັນທີ 15 ກຸມພາ 2021 ໄດ້ມີພິທີເປີດການນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງ ມີຄວາມຍາວທັງໝົດ 43,5 ກິໂລແມັດ ຢູ່ເມືອງໂຂງ ແຂວງຈຳປາສັກ ພາຍຫລັງສໍາເລັດການກໍ່ສ້າງ ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ມູນຄ່າ 12 ລ້ານກວ່າໂດລາສະຫະລັດ ໂດຍໃຫ້ກຽດເຂົ້າຮ່ວມພິທີ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໂຂງ, ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງຈາກ ສູນກາງ ແລະ ທ້ອງຖິ່ນ.


ໂອກາດນີ້, ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ລາຍງານໃຫ້ຮູ້ວ່າ: ເສັ້ນທາງຄອນກຣີດອ້ອມດອນໂຂງແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 6 ຕຸລາ 2018 ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 2 ປີ 4 ເດືອນ, ເປົ້າໝາຍຂອງບໍລິສັດໃນການກໍ່ສ້າງເສັ້ນທາງນີ້ ບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນຊາວເມືອງໂຂງເທົ່ານັ້ນ ແຕ່ຍັງເປັນພັນທະຂອງບໍລິສັດເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໂຂງ ເຊິ່ງເປັນການສະແດງອອກເຖິງຄວາມຕັ້ງ ໃຈອັນເດັດດ່ຽວຂອງບໍລິສັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາຢູ່ #ແຂວງຈຳປາສັກ ແລະໂຄງການນີ້, ແມ່ນເປັນພຽງການເລີ່ມຕົ້ົ້ນລົງມືຂອງໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ, ເຊິ່ງໃນແຕ່ລະໄລຍະການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກນັ້ນ ແມ່ນຈະສາມາດຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍສະເພາະແມ່ນຈະສ້າງໂອກາດອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວຂອງແຂວງຈຳປາສັກ.

ໂອກາດສຳຄັນດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນ ບາງຕອນສຳຄັນວ່າ: ຕາງໜ້າໃຫ້ອົງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນ ແຂວງຈຳປາສັກ, ຂໍສະແດງຄວາມຂອບອົກຂອບໃຈ ແລະ ຊົມເຊີຍຕໍ່ ບໍລິສັດ ຮ່ວມ ພັດທະນາສີທັນດອນ ຈຳກັດ ໃນນາມຜູ້ຈັດຕັ້ງປະຕິບັດໂຄງການເສັ້ນທາງເບຕົງອອ້ມ ດອນໂຂງ, ມີຄວາມຍາວ 43,5 ກິໂລແມັດ ທີ່ໄດ້ສຳເລັດການກໍ່ສ້າງຢ່າງເປັນທາງການ, ຊື່ງເປັນການສ້າງເງື່ອນໄຂ ທີ່ສະດວກໃນການໄປມາຫາສູ່ ຂອງພໍ່ແມ່ປະຊາຊົນຊາວ ແຂວງຈຳປາສັກເວົ້າລວມ, ເວົ້າສະເພາະແມ່ນຊາວ ເມືອງໂຂງ ໃຫ້ມີຄວາມສະດວກ ສະບາຍທັງສະເພາະໜ້າ ແລະ ໄລຍະຍາວ, ທີ່ມີລັກສະນະຍຸດທະສາດ ແລະ ທັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການຈັດຕັ້ງປະຕິບັດການພັດທະນາພື້ນຖານ ໂຄງລ່າງ, ພ້ອມທັງຮັບປະກັນຄວາມມີສະຖຽນລະພາບ ແລະ ໝັ້ນຄົງທາງດ້ານການຄົມມະນາຄົມ ຂົນສົ່ງ ຂອງຊາວເມືອງໂຂງ ທັງເພື່ອຮັບປະກັນໃຫ້ແກ່ການນໍາໃຊ້ເສັ້ນທາງເບຕົງອອ້ມດອນໂຂງ ໃຫ້ເກີດປະໂຫຍດສູງສຸດ.


ຂ່າວ: ທັດຊະນະ

LEAVE A REPLY

Please enter your comment!
Please enter your name here