ກະຊວງການເງິນ ເຜີຍແຜ່ວຽກງານຕ້ານການຟອກເງິນ

0
1749

ກະຊວງການເງິນ ເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂຶ້ນໃນວັນທີ 16 ກຸມພານີ້ ທີ່ຫ້ອງປະຊຸມກະຊວງການເງິນ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຜີຍແຜ່ຄັ້ງນີ້, ແມ່ນເພື່ອເຜີຍແຜ່ວຽກງານ AML/CFT ໂດຍສະເພາະກົດໝາຍ, ລະບຽບການ ທີ່ກ່ຽວຂ້ອງໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ມີຄວາມຮັບຜິດຊອບສູງໃນການປຶກສາຫາລື, ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຢ່າງ ຈົບງາມ ໂດຍເນັ້ນໃສ່ສະພາບລວມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ການກະກຽມໃຫ້ແກ່ການປະເມີນຜົນ ຮອບດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນປີ 2020-2021 ຊຶ່ງວຽກດັ່ງກ່າວ ແມ່ນມີຄວາມສໍາຄັນຕໍ່ສະພາບການດໍາເນີນເສດຖະກິດໃນປະເທດ ສປປ ລາວ ກໍຄືລັດຖະບານ ໄດ້ສ້າງຄະນະກໍາມະການລະດັບຊາດ ໂດຍປະກອບມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເປັນປະທານ. ມີລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກ 10 ກະຊວງ ແລະ ທຽບເທົ່າເຂົ້າຮ່ວມໃນຄະນະ ເພື່ອສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ບົນພື້ນຖານເງື່ອນໄຂ 40 ຂໍ້ແນະນໍາ ແລະ 11 ປະສິດທິຜົນຂອງອົງການ ຕ້ານການຟອກເງິນສາກົນທີ່ ສປປ ລາວ ເຂົ້າຮ່ວມເປັນສະມາຊິກ.

ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການປະເມີນຜົນຮອບດ້ານຄັ້ງທໍາອິດໃນປີ 2010 ຊຶ່ງຜົນການປະ ເມີນໃນຄັ້ງນັ້ນ ສປປ ລາວ ຕົກຢູ່ໃນບັນຊີເທົາ ເຮັດໃຫ້ ສປປ ລາວ ພົບຄວາມຫຍຸ້ງຍາກຫຼາຍດ້ານ; ແຕ່ຢ່າງໃດກໍດີ, ສປປ ລາວ ໄດ້ສູ້ຊົນ, ປັບປຸງແກ້ໄຂຂໍ້ຄົງຄ້າງຕ່າງໆ ເປັນຕົ້ນໄດ້ອອກບັນດານິຕິກໍາທີ່ຕິດພັນ ຈໍານວນ 28 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃຫ້ສອດຄ່ອງຕາມມາດຖານສາກົນ, ສ້າງກົນໄກ ແລະ ຂັ້ນຕອນຕ່າງໆ ປະຕິບັດໃຫ້ເກີດປະສິດທິຜົນຕາມນິຕິກໍາທີ່ວາງອອກໄດ້ຈໍານວນໜຶ່ງ; ມາຮອດປີ 2017 ຈຶ່ງເຮັດໃຫ້ ສປປ ລາວ ສາມາດອອກຈາກບັນຊີເທົາຂອງສາກົນ. ຫຼັງຈາກນັ້ນ, ກໍໄດ້ດໍາເນີນການປະເມີນ ຄວາມສ່ຽງລະດັບຊາດດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສໍາເລັດໃນກາງປີ 2018 ຊຶ່ງສາມາດກໍານົດໄດ້ 8 ຂະແໜງການທຸລະກິດ ທີ່ມີຄວາມສ່ຽງຈະຖືກສວຍໃຊ້ໃນຂະບວນການຟອກເງິນ ແລະ ກຳນົດໄດ້ 7 ຄວາມຜິດຕົ້ນ ທີ່ເປັນໄພຂົ່ມຂູ່ ຫຼື ມີຄວາມສ່ຽງຕໍ່ການຟອກເງິນ.

ເພື່ອກະກຽມການປະເມີນຜົນຮອບດ້ານ ຄັ້ງທີ 2 ໃນສົກປີ 2020-2021, ລັດຖະບານ ໄດ້ສ້າງຕັ້ງຄະນະ ສະເພາະກິດ ຊຶ່ງນໍາໂດຍທ່ານຮອງນາຍົກລັດຖະມົນຕີ ແລະ ຂັ້ນລັດຖະມົນຕີ ຈໍານວນ 25 ທ່ານຈາກ 14 ກະຊວງ ປະກອບຢູ່ໃນຄະນະກໍາມະການ ແລະ ໄດ້ແບ່ງອອກເປັນ 4 ກຸ່ມວຽກ. ໃນນີ້, ມີວຽກງານເຜີຍແຜ່ ແລະ ເຊື່ອມຊຶມ; ວຽກງານນິຕິກໍາ ແລະ ກົນໄກ; ວຽກງານຄຸ້ມຄອງ ແລະ ວຽກງານການດໍາເນີນຄະດີ ໂດຍວຽກງານເຜີຍແຜ່ ແລະ ເຊື່ອມຊຶມປະກອບມີຮອງຜູ້ວ່າການ ທຫລ; ຮອງລັດຖະມົນຕີ ກະຊວງການເງິນ ແລະ ຮອງຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຊຶ່ງມີໜ້າທີ່ ແລະ ຮັບຜິດຊອບໃນການສ້າງຄວາມເຂົ້າໃຈຕໍ່ກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເວົ້າສະເພາະຄວາມເຂົ້າໃຈຕໍ່ກັບຄວາມສ່ຽງ, ສ້າງແຜນການຈັດ ຕັ້ງປະຕິບັດ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ເຫັນວ່າບໍ່ສອດຄ່ອງກັບມາດຖານສາກົນ ໂດຍມີສໍານັກງານຂໍ້ມູນຕ້ານການ ຟອກເງິນ ເປັນກອງເລຂາ ເຮັດວຽກໃນການປະສານງານ ແລະ ສາມາດມີຜົນຄືບໜ້າເປັນກ້າວໆ.

ຂ່າວ-ພາບ: ຣັດສະໝີ ດວງສັດຈະ

LEAVE A REPLY

Please enter your comment!
Please enter your name here