ໄວລຸ້ນຕິດທັງເກມທັງຢາເສບຕິດ ຄະດີຄາດຕະກໍາທີ່ດ່ານຊ້າງ

0
7043

ພັທ ຄໍາມະນີ ແກ້ວສີທາ ຮອງຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປ ກ ສ ເມືອງໄຊທານີ ໄດ້ເປີດເຜີຍສາເຫດຄະດີຄາດຕະກຳດັ່ງກ່າວນີ້ ໃຫ້ຮູ້ວ່າ: ເວລາປະມານ 8:30 ໂມງ ຂອງວັນທີ 8 ກຸມ ພາ ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ ໄດ້ຮັບແຈ້ງເຫດທາງໂທລະສັບວ່າມີຄົນເສຍຊີວິດ ຢູ່ເຂດບ້ານດ່ານຊ້າງ ເມືອງໄຊທານີ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ໂດຍປະສານສົບທົບກັບພະແນກສືບສວນ-ສອບສວນ ແລະ ກອງຕຳຫຼວດນິຕິວິທະຍາ ຫ້ອງຕຳຫຼວດ ປ ກ ສ ນວ ລົງກວດກາສະຖານທີ່ເກີດເຫດ ເຫັນວ່າມີຄົນເສຍຊີວິດ 1 ຄົນ,

ຜ່ານການກວດກາຊັນນະສູດຊາກສົບ ພົບວ່າຜູ້ເສຍຊີວິດ ຊື່ ທ້າວ ດາວປະດິດ ອາຍຸ 21 ປີ ບ້ານດ່ານຊ້າງ, ມີຮ່ອງຮອຍບາດແຜ ດ້ວຍຂອງມີຄົມຈຳນວນຫຼາຍຈຸດ ຢູ່ຕາມຫົວ ແລະ ຕົນຕົວ, ຈາກການສືບສວນ-ສອບສວນເອົາຂໍ້ມູນຫຼັກຖານຂອງເຈົ້າໜ້າທີ່, ມາຮອດເວລາ 11:00 ໂມງ, ຂອງວັນດຽວກັນ ກໍສາມາດກັກຕົວຜູ້ກໍ່ເຫດໄດ້ ຊື່ ທ້າວ ວິລະພົນ ອາຍຸ 16 ປີ, ບ້ານດ່ານຊ້າງ ເມືອງໄຊທານີ ມາດຳເນີນການສອບສວນ.

ຜ່ານການສອບສວນ ທ້າວ ວິລະພົນ ໄດ້ຮັບສາ ລະພາບວ່າ: ກ່ອນເກີດເຫດ,ໃນເວລາ 22:00ໂມງ ຂອງວັນທີ 7 ກຸມພາ 2021, ຕົນໄດ້ໂທຫາໝູ່ ຊື່ທ້າວ ຫຸມແພງ ມາຮັບໄປຫຼິ້ນເກມ.ຈາກນັ້ນ,ທ້າວ ຫຸມແພງ ໄດ້ຂີ່ລົດຈັກເວບ 100 ມາກັບທ້າວ ດາວປະດິດ ແລ້ວພ້ອມກັນຂີ່ລົດຈັກຊ້ອນສາມໄປຫຼິ້ນເກມ ຢູ່ຮ້ານອິນເຕີເນັດຄາເຟແຫ່ງໜຶ່ງ ຢູ່ໃກ້ກັບຕະຫຼາດດົງໝາກຄາຍ, ພໍຮອດເວລາ 5:30 ໂມງ, ຂອງວັນທີ 8 ກຸມພາ, ຕົນເອງຫຼິ້ນເກມໄດ້ເງິນ 2.000 ບາດ.

ຈາກນັ້ນ, ຕົນໄດ້ອອກຈາກຮ້ານ ແລະ ໄດ້ບອກທ້າວ ດາວປະດິດ ໄປສົ່ງຢູ່ເຮືອນ ໂດຍໃຫ້ຄ່າຈ້າງ 10.000 ກີບ, ສ່ວນທ້າວ ຫຸມແພງ ແມ່ນຖ້າຢູ່ຮ້ານ, ແຕ່ກ່ອນອອກຈາກຮ້ານ ຕົນເອງໄດ້ເສບ ຢ າ ບ້ າ 2 ເມັດ, ພໍມາຮອດທາງເຂດບ້ານດ່ານຊ້າງ ທີ່ເປັນທາງປ່ຽວ ທ້າວ ດາວປະດິດ ໄດ້ຈອດລົດ ລົງໄປຖ່າຍເບົາ.

ຫຼັງຈາກນັ້ນ, ທ້າວ ດາວປະ ດິດ ໄດ້ຖາມເອົາເງິນນຳຕົນ 500 ບາດ, ແຕ່ຕົນບໍ່ໃຫ້ ຈຶ່ງໄດ້ເກີດມີການຜິດຖຽງກັນ ແລະ ລົງມືທຳຮ້າຍຮ່າງກາຍກັນ. ຈາກນັ້ນຕົນ,ຈຶ່ງໄດ້ຈົກເອົາ ມີ ດ ຍາວ 25 ຊັງຕີແມັດຢູ່ໃນກະເປົາ ອອກມາ ຟັ ນ ແລະ ແ ທ ງ ທ້າວ ດາວປະດິດ ຈຳນວນຫຼາຍບາດ ຈົນໝົດສະຕິໄປ.

ຫຼັງຈາກນັ້ນ,ຕົນໄດ້ເອົາກະເປົາໄປຖີ້ມຢູ່ປ່າ, ສ່ວນມີດ ແມ່ນເອົາໄປຖີ້ມຢູ່ໜອງຂ້າງທາງ, ແລ້ວຍ່າງກັບເມື່ອເຮືອນ ພໍຮອດເຮືອນຕົນກໍລ້າງຄາບເລືອດທີ່ຕິດຕາມຕົວອອກແລະເອົາເຄື່ອງ ນຸ່ງໄປເຊື່ອງໄວ້ໃນຫ້ອງນອນ ແລ້ວກໍເຂົ້ານອນ ຮອດເວລາປະມານ 7:00 ໂມງ, ແມ່ໄດ້ປຸກຕົນໄປສົ່ງຢູ່ຕະຫຼາດ ເພື່ອໄປຂາຍເຄື່ອງ, ພໍຂີ່ລົດມາຮອດຈຸດເກີດເຫດ ໄດ້ເຫັນຄົນຫຸ້ມເບີ່ງ ທ້າວ ດາວປະ ດິດ ຕົນຈຶ່ງຮູ້ວ່າ ທ້າວ ດາວປະດິດ ເສຍຊີວິດ, ແຕ່ຕົນກັບແມ່ ກໍໄດ້ຂີ່ລົດຈັກໄປຕະຫຼາດຕໍ່; ມາຮອດເວລາປະມານ 11:00 ໂມງ ກໍຖືກເຈົ້າໜ້າທີ່ ປ ກ ສ ກັກຕົວ.

ພັທ ຄໍາມະນີ ແກ້ວສີທາ ຮອງຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປ ກ ສ ເມືອງໄຊທານີ ໄດ້ຮຽກຮ້ອງພໍ່ແມ່,ຜູ້ປົກເອົາໃຈໃສ່ສຶກສາອົບຮົມລູກ, ຫຼານຂອງຕົນ ຖ້າຫາກລູກຫຼານຕົນມີການພົວ ພັນກັບສິ່ງເສບຕິດ, ຕິດເກມ ແລະ ມີການພົວ ພັນກັບສິ່ງບໍ່ດີຕ່າງໆ ແມ່ນໃຫ້ສຶກສາອົບຮົມກ່າວເຕື່ອນ, ຖ້າຫາກສຶກສາອົບຮົມບໍ່ໄດ້ ແມ່ນໃຫ້ສະເໜີ ຫຼື ແຈ້ງຕໍ່ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອຫາທາງແກ້ໄຂໃຫ້ທັນສະພາບການ ເພື່ອຈະບໍ່ໄປກໍ່ຄະດີຕ່າງໆ ທີ່ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບຕາມມາ.

LEAVE A REPLY

Please enter your comment!
Please enter your name here