ອັດຕະປື ເກັບລາຍຮັບປີ 2020 ບໍ່ໄດ້ຕາມແຜນ

0
2400

ຂປລ. ວັນທີ 16 ກຸມພາ 2021 ນີ້ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານການເງິນ-ງົບປະມານປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ຂຶ້ນທີ່ຫໍປະຊຸມໃຫ່ຍຂອງແຂວງ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ມີພະ ຕາງຫນ້າແນກການອ້ອມຂ້າງ ພ້ອມດ້ວຍຂະແໜງການເງີນທົ່ວແຂວງເຂົ້າຮ່ວມ.


ທ່ານ ຄຳເຜີຍ ໂສມຖາວອນ ຫົວໜ້າພະແນກການເງີນແຂວງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2020 ຜ່ານມາ ແມ່ນບໍ່ສາມາດບັນລຸໄດ້ຕາມແຜນການ ຍ້ອນໄດ້ຮັັບຜົນກະທົບຈາກການປ່ຽນແປງທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງລັດຖະບານ ໄດ້ມີນະໂຍບາຍທາງດ້ານພາສີ-ອາກອນຕໍ່ຫົວໜ່ວຍທຸລະກິດ ແລະ ບັນດານິຕິກຳ ແລະ ນະໂຍບາຍໃໝ່ຈຳນວນໜຶ່ງ ເປັນຕົ້ນ: ປັບປຸງອັດຕາອາກອນກຳໄລ ຈາກ 24% ມາເປັນ 20%, ປັບປຸງຖານຍົກເວັ້ນອາກອນລາຍໄດ້ຈາກເງິນເດືອນ 1.100.000 ກີບ ມາເປັນ 1.300.000 ກີບ ແລະ ອາກອນຊົມໃຊ້ບາງປະເພດສິນຄ້າ ເຮັດໃຫ້ການເກັັບລາຍຮັບຂອງແຂວງອັດຕະປື ຫລຸດລົງ ແລະ ໄດ້ດັດແກ້ແຜນງົບປະມານ ປີ 2020 ເບື້ອງຕົ້ນ 147 ຕື້ກວ່າກີບ, ດັດແກ້ມາເປັນ 128 ຕື້ກວ່າກີບ, ຫລຸດຈາກແຜນເບື້ອງຕົ້ນ 19 ຕື້ກ່ວາກີບ, ເທົ່າກັບ 13,01 % ແລະ ລາຍຈ່າຍງົບປະມານ ປີ 2020 ເບື້ອງຕົ້ນ 345 ຕື້ກ່ວາກີບ, ມາເປັນ 331 ຕື້ກ່ວາກີບ, ຫລຸດຈາກແຜນເບື້ອງຕົ້ນ 14 ຕື້ກວ່າກີບ, ເທົ່າກັບ 4,10% ແລະ ການດຸ່ນດ່ຽງຕາມແຜນເບື້ອງຕົ້ນ 238 ຕື້ກວ່າກີບ,ດັດແກ້ມາເປັນ 244 ຕື້ກ່ວາກີບ, ເພີ່ມຂຶ້ນ 6 ຕື້ກ່ວາກີບ, ເທົ່າກັບ 2,55% .

ກອງປະຊຸມ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບັນດານິຕິກໍາຕ່າງໆກ່ຽວກັບການຄຸມຄອງລາຍຮັບ-ລາຍຈ່າຍງົບປະ ມານ, ພ້ອມຮັບຟັງແຜນການຈັດເກັບລາຍຮັບ-ລາຍຈ່າຍ ປະຈໍາປີ 2021. ພ້ອມທັງ ໄດ້ມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນດີເດັ່ນ ໃນການປະຕິບັດວຽກງານການເງິນໃນປີຜ່ານມາ .

ຂຽນ: ສຸດໃຈ

LEAVE A REPLY

Please enter your comment!
Please enter your name here