ວິທະຍາໄລຄູ ຫຼວງນໍ້າທາ ອົບຮົມການລ້ຽງປາໃນນາເຂົ້າ ດ້ວຍລະບົບອອນລາຍທາງໄກ

0
1412

ວິທະຍາໄລຄູຫຼວງນໍ້າທາ ຈັດຊຸດອົບຮົມທາງໄກດ້ວຍລະບົບອອນລາຍ ການລ້ຽງປາໃນນາເຂົ້າ ໃຫ້ນັກສຶກສາ ຂຶ້ນໃນວັນທີ 22 ກຸມພານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍທ່ານອາຈານ ເຢີ້ນເຕິງຫົງ ຊ່ຽວ ຊານຈາກວິທະຍາໄລກຸ່ຍໂຈ ສປ ຈີນ ໂດຍການເຂົ້າຮ່ວມຂອງທ່ານ ອາຈານ ນາງ ນວນຈັນ ທິບພະວົງ ຮອງອຳນວຍການວິທະຍາໄລຄູຫຼວງນໍ້າທາ, ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້, ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບການລ້ຽງປາໃນນາເຂົ້າເປັນຕົ້ນແມ່ນ ການລ້ຽງດ້ວຍອາຫານ, ການຄຸ້ມຄອງ, ມາດຕະການດ້ານເຕັກນິກ ແລະ ແຜນຜັງການສ້າງພື້ນທີ່ນາ, ເລືອກນາທີ່ດີ, ສ້າງຄອງນໍ້າ, ຂຸມທີ່ໃຊ້ລ້ຽງປາໃຫ້ດີ, ການຄຸ້ມຄອງການລ້ຽງ, ການປ່ອຍປາ, ການເລືອກ ປະເພດແນວພັນປາ, ຂະໜາດປາທີ່ຈະປ່ອຍ ແລະ ປະເພດປາທີ່ຈະນຳມາລ້ຽງມີ ປາໄນ, ປານິນ, ປາກິນຫຍ້າ, ປາປາກ, ປາດຸກ ແລະ ປາໄຫຼ (ປາລັອດ ແລັດ). ການຄຸ້ມຄອງຄຸນນະພາບນໍ້າ ແລະ ອື່ນໆ.

ຮູບແບບໃນການຝຶກອົບຮົມຄັ້ງນີ້ແມ່ນ ໄດ້ຈັດການຝຶກທາງໄກດ້ວຍລະບົບອອນລາຍ ເພື່ອເປັນການ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ -19 ທີ່ພວມລະບາດຢູ່ຫຼາຍປະເທດໃນໂລກ ແລະ ເປັນການ ພັດທະນາ, ສົ່ງເສີມໃຫ້ສຳມະນາກອນໄດ້ຮັບຮູ້ ແລະ ເຂົ້າໃຈຫຼັກວິຊາການໃນວຽກງານການລ້ຽງປາໃນນາ ເຂົ້າເພື່ອນຳໄປຈັດຕັ້ງປະຕິບັດໃນສະຖານທີ່ໆມີເງື່ອນໄຂເໝາະສົມ.

ຂ່າວ-ພາບ: ອຸ້ມ ສົມນໍວັນ

LEAVE A REPLY

Please enter your comment!
Please enter your name here