ງານເທດສະການອາຫານລາວ 23-27 ກຸມພາ 2021

0
1658

ງານເທດສະການອາຫານລາວ ປະຈໍາປີ 2021 ເລີ່ມຂຶ້ນໃນວັນທີ 23 ກຸມພານີ້ ທີ່ສວນເຈົ້າອານຸວົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ມີຫລາຍກວ່າ 100 ຮ້ານວາງສະແດງຂາຍສິນຄ້າ ໂດຍຈະດຳເນີນໄປຮອດວັນທີ 27 ກຸມພາ 2021 ນີ້ຈິ່ງຈະສໍາເລັດ.

ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ປະທານຄະນະກໍາມະການຈັດງານເທດສະການອາຫານລາວປະຈໍາປີ 2021 ໃຫ້ຮູ້ວ່າ: ຈຸດປະສົງການຈັດງານຄັ້ງນີ້ ເພື່ອໃຫ້ຮູ້ເຖິງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກອາຫານ, ການກິນຢູ່, ດໍາລົງຊີວິດໃຫ້ເປັນແບບວັດທະນະທໍາ, ຮີດຄອງປະເພນີດັ່ງເດີມ ແລະ ປັບໃຫ້ເຂົ້າກັບຍຸກສະໄໝຂອງຄົນລາວ, ເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນ ເມືອງລາວທີ່ເຄີຍມີມາ, ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ-ລ້ຽງ ສັດທີ່ປຸງແຕ່ງໃນຮ້ານອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍຈາກທ້ອງ ຖິ່ນຕ່າງໆ ລວມທັງປຸກລະດົມເຊີນຊວນຜູ້ປະກອບການແມ່ຍິງຜະລິດເປັນສິນ ຄ້າໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ເພື່ອຊຸກຍູ້ນະໂຍບາຍລາວທ່ຽວລາວ ແລະ ສາມາດຕອບສະໜອງສິນຄ້າຢ່າງພຽງພໍໃຫ້ແກ່ຜູ້ມາທ່ຽວຊົມໄດ້ຈັບຈ່າຍຊື້-ຂາຍຢ່າງສະດວກສະ ບາຍ ພ້ອມນີ້ ຍັງເປັນການໂຄສະນາເຜີຍແຜ່ການຫລຸດຜ່ອນພາວະໃຊ້ຖົງຢາງພາສຕິກ, ຫັນມາຊົມໃຊ້ວັດຖຸທໍາມະຊາດ ແລະ ຫັນມາບໍລິໂພກອາຫານພື້ນເມືອງລາວທີ່ປອດສານເຄມີ.

ພາຍໃນງານຄັ້ງນີ້ ມີຫົວໜ່ວຍທຸລະກິດພາຍໃນປະເທດ ແລະ ຕາງ ໜ້າສະຖານທູດຈາກປະເທດສະມາຊິກອາຊຽນ ປະຈໍາລາວ ເຂົ້າຮ່ວມທັງ ໝົດ 120 ຮ້ານ. ໃນນີ້ ມີຮ້ານວາງສະແດງ ແລະ ຂາຍອາຫານຈໍານວນ 104 ຮ້ານ, ເຄື່ອງຫັດຖະກໍາ ແລະ ກະສິກໍາ 16 ຮ້ານ. ນອກຈາກນີ້ ພາຍໃນງານມີຫລາຍກິດຈະກໍາເປັນຕົ້ນ: ການຈັດຕັ້ງໂຄສະນາໃຫ້ຜູ້ມາຂາຍເຄື່ອງນຸ່ງຖືແບບລາວບູຮານ, ຂາຍອາຫານລາວ, ສາທິດປຸງແຕ່ງອາຫານພື້ນເມືອງລາວຈາກຮ້ານອາຫານຊື່ດັງ, ສາທິດການສານກະຕ່າໄມ້ ຫລື ຫວາຍໃສ່ອາ ຫານ ແລະ ເຄື່ອງຂອງໄດ້ຈາກຮ້ານ, ການປະກວດການຕົບແຕ່ງຮ້ານແບບລາວໆ ພ້ອມທັງກວດສຸຂະພາບ ລວມທັງຮັບຊົມເສບດົນຕີລາວເດີມ ແລະ ອື່ນໆ.%

Cr: ບຸນຍັງ ພຸດສະຫວັດ

LEAVE A REPLY

Please enter your comment!
Please enter your name here