ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ

0
1515

ໃນວັນທີ 2 ມີນາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນ ຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ.

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025; ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ການຜັນຂະ ຫຍາຍແຜນຟື້ນຟູຮອບດ້ານອາຊຽນ, ການນໍາໃຊ້ກອງທຶນອາຊຽນສ່ວນໜຶ່ງເພື່ອຈັດຊື້ຢາວັກຊິນຕ້ານພະ ຍາດໂຄວິດ-19 ສໍາລັບປະຊາຊົນອາຊຽນ, ການສ້າງແລວການເດີນທາງອາຊຽນ ແລະ ອື່ນໆ. ກອງ ປະຊຸມ ຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການສືບຕໍ່ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນແກນ ກາງ ຂອງອາຊຽນ ແລະ ການຢຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍ ທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະ ຊາຄົມອາຊຽນ.

ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ໂດຍໄດ້ຮັບຮອງເອົາເອກະສານວ່າດ້ວຍມາດຖານເງື່ອນໄຂການຮັບເຂົ້າເປັນຄູ່ຮ່ວມມືຂອງອາຊຽນ; ໄດ້ສືບຕໍ່ ປຶກສາຫາລືຂໍ້ສະເໜີຂອງບັນດາປະເທດທີ່ສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ລວມທັງຂໍ້ສະເໜີຂອງອັງກິດ ເຂົ້າເປັນຄູ່ເຈລະຈາອາຊຽນ.

ນອກຈາກນີ້, ບັນດາລັດຖະມົນຕີ ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ພິເສດ, ລັດຖະມົນຕີຕ່າງປະເທດມຽນມາ ໄດ້ແຈ້ງໃຫ້ກອງປະຊຸມຮັບຊາບ ກ່ຽວກັບສະພາບການພາຍໃນຂອງມຽນມາ.

ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here