ປທສ ເຜີຍແຜ່ ກົດໝາຍລາຍເຊັນເອເລັກໂຕຣນິກ

0
1259

ໃນວັນທີ 2 ມີນາ 2021 ທີ່ນະຄອນຫລວງວຽງຈັນ, ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ ກົດໝາຍລາຍເຊັນເອເລັກໂຕຣນິກ, ພ້ອມທັງວຽກງານກ່ຽວກັບການຄຸ້ມຄອງ ແລະ ການບໍລິການລາຍເຊັນເອເລັກໂຕຣນິກ ຂຶ້ນ, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ຈັດຂຶ້ນໂດຍກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ກຕສ) ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ພູທອງ ສີສະຫວັດ ຮັກສາການ ຫົວໜ້າ ກຕສ, ມີຜູ້ເຂົ້າຮ່ວມຈາກບັນດາກົມ, ທຽບເທົ່າພາຍໃນກະຊວງ ປທສ ແລະ ຕາງໜ້າຈາກບັນ ດາບັນດາກະຊວງຕ່າງໆ ໂດຍມີວິທະຍາກອນຂອງ ກຕສ ໃນນາມຜູ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແລະ ວິທະຍາກອນ ຈາກສູນອິນເຕີເນັດແຫ່ງຊາດ (ສອຊ) ໃນນາມຜູ້ຄຸ້ມຄອງລະບົບເຕັກນິກ ການບໍລິການລາຍເຊັນເອເລັກໂຕຣນິກ ແລະ ວິທະຍາກອນຈາກ ບໍລິສັດ ສະຕາໂທລຄົມ ຈຳກັດ (Unitel) ໃນນາມເປັນຜູ້ໃຫ້ບໍລິການອອກ ລາຍເຊັນເອເລັກໂຕຣນິກ.

ການຈັດກອງປະຊຸມໃນຄັ້ງນີ້, ເພື່ອເປັນການນໍາສະເໜີ ເຜີຍແຜ່ນິຕິກຳ ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ກ່ຽວກັບລາຍເຊັນເອເລັກໂຕຣນິກ. ພ້ອມນັ້ນ, ກໍເປັນການເຜີຍແຜ່ ໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈ ແລະ ເຫັນໄດ້ເຖິງພາບ ກ່ຽວກັບວຽກງານການຄຸ້ມຄອງລະບົບເຕັກນິກ, ການບໍລິການ ແລະ ການນໍາລາຍເຊັນເອເລັກໂຕຣນິກ ໃນພາກປະຕິບັດຕົວຈິງ.

ທ່ານ ພູທອງ ສີສະຫວັດ ກ່າວບາງຕອນວ່າ: ໃນຮ່າງແຜນພັດທະນາເສດຖະກິດ-ສັງຄົມ ກໍມີຫລາຍເປົ້າໝາຍ ທີ່ໄດ້ກຳນົດໃນແຜນການພັດທະນາແຕ່ລະຂະແໜງການ ດ້ວຍການນຳໃຊ້ເຕັກໂນໂລຊີ ມາໜູນໃຊ້ເຂົ້າໃນວຽກງານໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ແລະ ຫລຸດຜ່ອນການໃຊ້ຈ່າຍ, ໃນນັ້ນກໍ່ຊ່ວຍຫລຸດຜ່ອນການນຳໃຊ້ເຈ້ຍ ຫລື ເອີ້ນວ່າ paper less ໃນການຫັນໄປສູ່ດີຈິຕອນໃຫ້ຫລາຍຂຶ້ນ. ການຫັນໄປສູ່ດິຈິຕອນ ຈຳເປັນຕ້ອງພັດທະນາ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ໜຶ່ງໃນເຕັກໂນໂລຊີສຳຄັນ ກໍຄື ລາຍເຊັນເອເລັກໂຕຣນິກ ແລະ ນິຕິກຳ ທີ່ມີຜົນບັງຄັບໃຫ້ຂໍ້ມູນ, ເອກະສານທາງເອເລັກໂຕຣນິກ ມີຄຸນຄ່າຄືກັບເອກະສານດ້ວຍເຈ້ຍ. ກອງປະຊຸມຄັ້ງນີ້, ໄດ້ຈັດຂຶ້ນຢ່າງເປັນທາງການເປັນຄັ້ງທຳອິດ ໃນການເຜີຍແຜ່ໃຫ້ແກ່ບັນດາອົງການຈັດຕັ້ງພາຍໃນຂອງລັດຖະບານ ເຖິງແມ່ນວ່າກົດໝາຍສະບັບດັ່ງກ່າວ ໄດ້ປະກາດໃຊ້ຕັ້ງແຕ່ຕົ້ນປີ 2019 ເຊິ່ງທາງຄະນະຮັບຜິດຊອບ ກໍ່ໄດ້ສ້າງຄວາມພ້ອມ ກ່ອນການເຜີຍແຜ່ຢ່າງກວ້າງຂວາງ ເປັນຕົ້ນ ສ້າງນິຕິກຳລຸ່ມກົດໝາຍ ເພື່ອຜັນຂະຫຍາຍບາງເນື້ອໃນຂອງກົດໝາຍໃຫ້ຈະແຈ້ງ ແລະ ກະກຽມຄວາມພ້ອມທັງດ້ານເຕັກນິກ ໂດຍສະ ເພາະ ສ້າງສູນຢັ້ງຢືນໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ (National Root CA).

ໃນແຜນການຕໍ່ໜ້າ ຄະນະຮັບຜິດຊອບມີແຜນທີ່ຈະສືບຕໍ່ເຜີຍແຜ່ນິຕິກຳດ່ັງກ່າວ ໃຫ້ແກ່ສັງຄົມ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ແນໃສ່ການສົ່ງເສີມ ພ້ອມທັງເປັນການກະຕຸກຊຸກຍູ້ໃຫ້ແຕ່ລະພາກສ່ວນມີຄວາມຕື່ນຕົວ ກຽມຄວາມພ້ອມ ທີ່ຈະຫັນມານໍາໃຊ້ລະບົບ ແລະ ລາຍເຊັນເອເລັກໂຕຣນິກ ເຂົ້າໃນທຸກຂົງເຂດວຽກງານ ແນໃສ່ຫລຸດຜ່ອນການນຳໃຊ້ເຈ້ຍ, ຫລຸດຜ່ອນເວລາ, ສະດວກໃນການເຮັດວຽກໄດ້ຢູ່ທຸກທີ່ທຸກເວລາ ປະກອບສ່ວນເຂົ້າໃນການພັດທະນາຕາມນະໂຍບາຍຂອງລັດຖະບານທີ່ໄດ້ສົ່ງເສີມໃຫ້ມີການນໍາໃຊ້ເຕັກໂນໂລຊີ ເພື່ອຫັນເປັນທັນສະໄໝ.

LEAVE A REPLY

Please enter your comment!
Please enter your name here