ກອງປະຊຸມທາງໄກ ວຽກງານຖະແຫຼງຂ່າວອາຊຽນ

0
1022

ກອງປະຊຸມທາງໄກລັດຖະມົນຕີຮັບຜິດ ຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 15 ພາຍໃຕ້ຫົວຂໍ້: “ອາຊຽນ: ປະຊາຄົມດີຈີຕອນ ເຂົ້າເຖິງທຸກຄົນ” ໄດ້ຈັດຂຶ້ນໃນວັນ ທີ 12 ມີນາ 2021, ທີ່ສໍານັກງານໜັງສືພິມພາສາຕ່າງປະເທດ, ນະຄອນ ຫຼວງວຽງຈັນ. ກອງປະຊຸມ ໄດ້ຮັບຮອງ 2 ເອກະສານຄື: ແຜນງານສົ່ງເສີມຄວາມສາມາດເຂົ້າເຖິງໄດ້ຄົບໃນວຽກງານການ ກະຈາຍສຽງ – ພາບດີຈີຕອນອາຊຽນ” ແລະ “ແຜນງານການພັດທະນາຄວາມພ້ອມ ທາງດ້ານດີຈີຕອນຂອງພົນລະ ເມືອງອາຊຽນ”.

ເຂົ້າຮ່ວມກອງປະຊຸມ, ຄະນະຝ່າຍລາວນໍາໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ອານຸຊາ ນາກາໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງ ຣາຊອະນາຈັກໄທ, ປະທານກອງປະຊຸມລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 15 ແລະ ກອງປະຊຸມປິ່ນອ້ອມ, ມີບັນດາລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວ ຈາກບັນດາປະເທດສະມາຊິກອາຊຽນ, ເຈົ້າໜ້າທີ່ອາວຸໂສຖະແຫຼງຂ່າວອາຊຽນ, ມີທ່ານ ດາໂຕະ ລິມ ຈອກ ຮອຍ ເລຂາທິການໃຫຍ່ອາຊຽນ, ທ່ານຮອງເລຂາທິການໃຫຍ່ ພ້ອມດ້ວຍຄະນະ ແລະ ນັກວິຊາການກ່ຽວຂ້ອງຈາກຂະແໜງການຖະແຫຼງຂ່າວ ແລະ ສື່ມວນຊົນ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຮອງ 2 ເອກະສານຄື: ແຜນງານສົ່ງເສີມຄວາມສາມາດເຂົ້າເຖິງໄດ້ຄົບໃນວຽກງານການກະຈາຍສຽງ – ພາບດີຈີຕອນອາຊຽນ” ແລະ “ແຜນງານການພັດທະນາຄວາມພ້ອມທາງດ້ານດີຈີຕອນຂອງພົນລະເມືອງອາຊຽນ”, ເພື່ອຈະສະເໜີໃຫ້ຜູ້ນຳອາຊຽນພິຈາລະນາຮັບຊາບ ໃນກອງປະຊຸມສຸດຍຸດອາຊຽນ ຄັ້ງທີ 38. ພ້ອມທັງຊອກຫາວິທີທາງຕໍ່ການຕອບໂຕ້ຈໍາກັດຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ແມ່ນຍົກໃຫ້ເຫັນຄວາມສໍາຄັນຂອງອາຊຽນ ຕໍ່ວຽກງານການແລກປ່ຽນຂໍ້ມູນຂ່າວສານ, ເຕັກນິກ, ວິຊາການ ແລະ ປະສົບການຢ່າງມີລັກສະນະປົກກະຕິ, ທັນການ ແລະ ໂປ່ງໃສ ເພື່ອສາມາດຕອບໂຕ້, ປ້ອງກັນ, ຄວບຄຸມ, ບົ່ງມະຕິ ແລະ ກໍານົດການຮັກສາ ຂອງພະຍາດລະບາດໂຄວິດ-19 ຊຶ່ງຖືວ່າເປັນວາລະແຫ່ງຊາດ ເພື່ອຈໍາກັດການແຜ່ລະບາດຂອງພະຍາດໂຄວິດ-19. ນອກນັ້ນ, ຍັງໄດ້ປຶກສາຫາລືກັນກ່ຽວກັບວຽກງານເຕັກໂນໂລຊີດີຈີຕອນ ໄດ້ເຮັດພາລະບົດບາດສໍາຄັນໃນການເຊື່ອມໂຍງ ອາຊຽນ ແລະ ພົນລະເມືອງຂອງຕົນ ລວມທັງຄວາມສາມາດເຂົ້າເຖິງໄດ້ງ່າຍຂໍ້ມູນຂ່າວສານທາງອອນລາຍ ແລະ ຜ່ານທາງສື່ສັງຄົມອອນລາຍຕ່າງໆ. ຄຽງຄູ່ກັບການປະຕິບັດມາດຕະການກັກຕົວຂອງຊຸມຊົນ ແລະ ຈໍາກັດການເດີນທາງຂອງຄົນ ທີ່ໄດ້ຖືກຈັດຕັ້ງປະຕິບັດປັບປ່ຽນຮູບການຊົມໃຊ້ທາງດ້ານສື່ ແລະ ຂໍ້ມູນຂ່າວສານໃນສັງຄົມຂອງພວກເຮົາ.

ນັບແຕ່ກອງປະຊຸມ ຄັ້ງທີ 14, ທີ່ປະເທດ ສິງກະໂປ ລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ ພາຍໃຕ້ຫົວຂໍ້: “ເປີດກວ້າງ ແລະ ຫັນສູ່ອາຊຽນດີຈີຕອນ”, ບັນດາປະເທດສະມາຊິກອາຊຽນໄດ້ມີຄວາມພະຍາມຈັດຕັ້ງປະຕິບັດໜ້າທີ່ວຽກງານຖະແຫຼງຂ່າວ-ສື່ມວນຊົນ, ປະກອບສ່ວນໃນການສ້າງປະຊາຄົມອາຊຽນ ເພື່ອຊຸກຍູ້ການເຊື່ອມໂຍງພາກພື້ນ ແລະ ສາກົນ ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການຕ່າງໆ ໃນຂົງເຂດຖະແຫຼງຂ່າວອາຊຽນ ລວມທັງບັນດາກິດຈະກໍາຮ່ວມກັບປະເທດຄູ່ຮ່ວມເຈລະຈາອາຊຽນ ເປັນຕົ້ນປີແລກປ່ຽນສື່ມວນຊົນອາຊຽນ-ຈີນ. ພື້ນຖານໂຄງລ່າງໃນການໃຫ້ບໍລິການໂທລະພາບ-ວິທະຍຸ ດ້ວຍລະບົບດີຈີຕອນ ໃຫ້ແກ່ປະຊາຊົນລາວ, ລັດຖະບານ ໄດ້ຮັບຮອງນໍາໃຊ້ລະບົບເຕັກນິກມາດຕະຖານ DTMB ຂອງ ສປ ຈີນ ຊຶ່ງຄາດໝາຍຈະໃຫ້ສໍາເລັດ ໃນປີ 2020 ໂດຍພື້ນຖານ, ແຕ່ຍ້ອນສະພາບ ແລະ ເງື່ອນໄຂບໍ່ເອື້ອອໍານວຍ ຈຶ່ງບໍ່ສາມາດປະຕິບັດໄດ້ຕາມແຜນການທີ່ກໍານົດໄວ້.

ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ກ່າວວ່າ: ສປປ ລາວ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາເອກະສານອາຊຽນ ກ່ຽວກັບຖະແຫຼງຂ່າວ ແລະ ສື່ມວນຊົນ ໂດຍສະເພາະ ກະຊວງ ຖວທ ເຮັດບົດບາດນໍາພາ-ຊີ້ນຳ ສື່ທາງການຕ່າງໆຢູ່ ສປປ ລາວ ໃນການເຮັດໜ້າທີ່ ໂຄສະນາ ແລະ ນຳສະເໜີຂໍ້ມູນຂ່າວສານ ເປັນຕົ້ນ ແມ່ນການຕອບໂຕ້ໄພພິບັດ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ໃຫ້ທົ່ວເຖິງປະຊາຊົນທຸກລະດັບກຸ່ມຄົນໃນຂອບເຂດທົ່ວປະເທດ ໂດຍຜ່ານຫຼາກຫຼາຍຮູບແບບ ແລະ ຊ່ອງທາງ. ໃນນີ້ລວມມີທັງສື່ດັ້ງເດີມ ແລະ ແບບໃໝ່ ກໍຄືສື່ສັງຄົມອອນລາຍ. ໃນປີ 2020 ສປປ ລາວ ມີໂຕເລກຜູ້ນໍາໃຊ້ຂໍ້ມູນຂ່າວສານຜ່ານທາງລະບົບດີຈີຕອນ 3,1 ລ້ານຄົນ ໃນຈຳນວນປະຊາກອນປະມານ 7,22 ລ້ານກວ່າຄົນ, ກວມ 43% ຂອງຈໍານວນປະຊາກອນ ຊຶ່ງເຫັນວ່າມີຈຳນວນເພີ່ມຂຶ້ນ 12 % ຖ້າທຽບໃສ່ປີ 2019 ໂດຍສະເພາະ ແມ່ນກຸ່ມນັກຮຽນ, ນັກສຶກສາ ແລະ ຊາວໜຸ່ມ, ແຕ່ຍັງມີບາງສ່ວນທີ່ຢູ່ຫ່າງໄກສອກຫຼີກ ສັນຍານອິນເຕີເນັດເຂົ້າໄປບໍ່ເຖິງ ແມ່ນບໍ່ສາມາດຊົມໃຊ້ສັນຍານດີຈີຕອນໄດ້ເທື່ອ. ວຽກງານສົ່ງເສີມ ແລະ ຍົກລະດັບຂີດຄວາມສາມາດໃຫ້ກັບວິຊາການສື່ ແລະ ການບໍລິການດ້ານສື່, ການຮ່ວມມືກັບປະເທດຄູ່ຮ່ວມເຈລະຈາຂອງອາຊຽນ, ກະຊວງ ຖວທ ຮ່ວມກັບ ສປ ຈີນ ໄດ້ລິເລີ່ມສ້າງສູນຂໍ້ມູນຂ່າວສານຂອງຂະແໜງຖະແຫຼງຂ່າວ-ສື່ມວນຊົນ ເພື່ອຮອງຮັບການຂະຫຍາຍ ຕົວ ແລະ ການພັດທະນາຢ່າງວ່ອງໄວຂອງສື່ດີຈີຕອນ ຢູ່ ລາວ.

ພາບ-ຂ່າວ: ຍຸພິນ

LEAVE A REPLY

Please enter your comment!
Please enter your name here