ຈັບໄວລຸ້ນຂີ່ລົດກວນເມືອງ 18 ຄົນ

0
3129

ກອງພັນເຄື່ອນທີ່ ປກສ ນວ ຕັ້ງໜ້າຈັດຕັ້ງປະຕິບັດຄຳສັ່ງ 602/ຈນວ ໃນການແກ້ໄຂກຸ່ມແກ້ງກວນເມືອງ ສ້າງຄວາມເນືອງນັນ

ໃນວັນທີ 13 ມີນາ 2021, ເວລາປະມານ 02:20 ໂມງ, ກຳລັງກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງປະຕູໄຊ-ໄຟອຳນາດຫໍຄຳ-ທາງຕັດໃໝ່ບຶງທາດຫຼວງ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບສຸກຂອງສັງຄົມ.

ຜ່ານການອອກກວດກາລາດຕະເວນ ສາມາດມ້າງກຸ່ມຂີ່ລົດກວນເມືອງປະເພດລົດຈັກໄດ້ທັງໝົດ 09 ຄັນ. ໃນນີ້ ມີລົດດັດແປງສະພາບເຕັກນິກລົດ 04 ຄັນ, ສາມາດກັກຕົວຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍໄດ້ທັງໝົດ 18 ຄົນ, ຍິງ 06 ຄົນ. ດັ່ງນັ້ນ, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ໄດ້ກັກລົດຈຳນວນດັ່ງກ່າວໄວ້ ເພື່ອກວດກາລາຍລະອຽດທີ່ມາຂອງລົດ. ສຳລັບຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍ ແມ່ນໄດ້ເຮັດບົດບັນທຶກຊ່ອງໜ້າຜູ້ປົກຄອງ ແລ້ວຈະນຳມາສຶກສາອົບຮົມຕາມລະບຽບກົດໝາຍ.

ຕໍ່ກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ ປກສ ນວ ໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ, ພໍ່-ແມ່ປະຊາຊົນທຸກຊັ້ນຄົນ ໂດຍສະເພາະຜູ້ປົກຄອງຂອງເດັກ ທີ່ບໍ່ທັນບັນລຸນິຕິພາວະ ຫຼື ບໍ່ທັນເຖິງກະສຽນອາຍຸທີ່ຢູ່ໃນໄວຮຽນ ຈົ່ງເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມ, ຕັກເຕືອນລູກ, ຫຼານຂອງຕົນບໍ່ໃຫ້ຂີ່ລົດເປັນພຶງເປັນແພ ແລະ ບໍ່ໃຫ້ດັດແປງສະພາບເຕັກນິກລົດ. ເພາະການຂີ່ລົດເປັນພຶງເປັນແພ ຈະພາໃຫ້ເກີດອຸບັດຕິເຫດ ແລະ ສ້າງຄວາມສັບສົນເຮັດໃຫ້ການສັນຈອນແອອັດ ແລະ ການດັດແປງສະພາບເຕັກນິກລົດ ແມ່ນການລະເມີດຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 602/ຈນວ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍການຄວບຄຸມສຽງເນືອງນັນ ຢູ່ນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here