ງານວາງສະແດງ ຜົນງານດ້ານສິນລະຂອງ ທ່ານ ສົມສະໜິດ ທີ່ ເຮືອນພັກທູດຝຣັ່ງ

0
1234

ເຮືອນພັກທູດຝຣັ່ງ ປະຈຳ ສປປ ລາວ ເປີດປະຕູຕ້ອນຮັບມວນຊົນເພື່ອເຂົ້າຊົມງານວາງສະແດງພິເສດແບບບໍ່ເຄີຍມີມາກ່ອນ ກ່ຽວກັບ ຜົນງານດ້ານສິນລະປະຕ່າງໆຂອງ ທ່ານ ສົມສະໜິດ ນັກສິນລະປະລາວ.

ໃນວັນທີ 13 ແລະ 14 ມີນາ ເຮືອນພັກທູດຝຣັ່ງ ໄດ້ເປີດປະຕູຕ້ອນຮັບມວນຊົມໃນໂອກາດພິເສດ ກໍ່ຄື ໃຫ້ເຂົ້າຊົມງານວາງສະແດງຜົນງານດ້ານສິນລະປະຂອງທ່ານ ສົມສະໜິດ ນັກສິນລະປະລາວ ຊື່ງມີມວນຊົນທັງລາວ ຝຣັ່ງ ແລະ ສາກົນ ເຂົ້າຮ່ວມງານທັງໝົດຫຼາຍກວ່າ 250 ຄົນເພື່ອຊື່ນຊົມຜົນງານສິນລະປະປັກດິ້ນໄໝຄຳ, ລາຍດອກພອກພຸດທະສາດສະໜາທີ່ໄດ້ຮັບການຟື້ນຟູບູລະນະຄືນໃໝ່ພາຍໃນວັດວາອາຮາມແຂວງຫຼວງພະບາງ ລວມທັງ ຜົນງານສິນລະປະການທັກແສ່ວ. ຜົນງານທັງໝົດທີ່ນຳມາວາງສະແດງໃນຄັ້ງນີ້ ມີບໍ່ຕໍ່າກວ່າ 30 ຜົນງານ.

ໃນວັນເສົາ ທີ 13 ມີນາ, ທ່ານເອກອັກຄະລັດຖະທູດຝຣັ່ງ ໄດ້ຈັດພິທີເປີດງານວາງສະແດງດັ່ງກ່າວຢ່າງເປັນທາງການ ໂດຍມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພະນັກງານຈາກພາກສ່ວນຕ່າງໆຂອງລາວ ແລະ ຄະນະນັກການທູດ ເຂົ້າຮ່ວມນຳ. ພາຍຫຼັງທີ່ທ່ານທູດຝຣັ່ງໄດ້ກ່າວເປີດພິທີແລ້ວ ບັນດາແຂກຖືກເຊີນໄດ້ສົນທະນາແລກປ່ຽນກັບທ່ານ ສົມສະໜິດ ພ້ອມທັງໄດ້ຮັບຟັງການອາທິບາຍ ແລະ ຄວາມຮູ້ດ້ານມໍລະດົກທາງປະຫວັດສາດ ແລະ ສິນລະປະຂອງແຂວຫຼວງພະບາງ.

ໃນບົດກ່າວຕ້ອນຮັບຂອງທ່ານນາງ ຟລໍຣັອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ທ່ານທູດໄດ້ກ່າວຍ້ອງຍໍ « ຄວາມຊຳນິຊຳນານທີ່ສູງທີ່ສຸດທາງດ້ານເຕັກນິກການສ້າງສັນຜົນງານສິນລະປະຂອງ ທ່ານ ສົມສະໜິດ », ຊື່ງບາງຄັ້ງກໍ່ເປັນຜົນງານທີ່ເຮັດຈາກວັດຖຸທີ່ໜ້າອັດສະຈັນ ເຊັ່ນ ໃບໄມ້ແຫ້ງ. ສຳລັບຜົນງານທີ່ນຳມາວາງສະແດງໃນຄັ້ງນີ້ ມີການປະສົມປະສານ ລະຫວ່າງ ສິນລະປະທີ່ສືບທອດມາແຕ່ບັນພະບູລຸດ ແລະ ສິນລະປະສະໄໝໃໝ່ ຊື່ງມີຈຸດປະສົງຢາກເຊີນຊວນໃຫ້ພວກເຮົາຄິດໄຕ່ຕອງເຖິງຄວາມບອບບາງຂອງຊີວິດ ແລະ ການປ່ຽນແປງໄປຕາມເວລາຂອງທຸກສິ່ງໃນໂລກນີ້.  

ນອກຈາກງານວາງສະແດງຢູ່ເຮືອນພັກທູດຝຣັ່ງ, ສະຖາບັນຝຣັ່ງ ປະຈຳ ລາວ ກໍ່ໄດ້ຈັດກິດຈະກຳກ່ຽວກັບຜົນງານສິນລະປະຂອງທ່ານ ສົມສະໜິດ ເຊັ່ນດຽວກັນ ລະຫວ່າງ ວັນທີ 11 – 13 ມີນາ ທີ່ຫ້ອງວາງສະແດງເຈົ້າອານຸ ຊື່ງປະສົບຜົນສຳເລັດເປັນຢ່າງດີ ມີມວນຊົນເຂົ້າຊົມຫຼາຍກວ່າ 150 ຄົນ. ຢູ່ທີ່ຫ້ອງວາງສະແດງດັ່ງກ່າວ, ທ່ານສົມສະໜິດໄດ້ສາທິດເຕັກນິກສິນລະປະລາຍດອກພອກ ຊື່ງສາມາດດຶງດູດພະສົງ, ນັກສຶກສາຈາກສະຖາບັນວິຈິດສິນແຫ່ງຊາດເຂົ້າຮ່ວມຊົມເປັນຈຳນວນຫຼວງຫຼາຍ. ນອກຈາກນີ້, ໃນວັນທີ 11 ມີນາ, ທ່ານ Francis Engelmann ຊ່ຽວຊານດ້ານມໍລະດົກຫຼວງພະບາງ ກໍ່ໄດ້ຈັດກອງປະຊຸມບັນຍາຍກ່ຽວກັບສິນລະປະພິເສດດັ່ງກ່າວເຊັ່ນດຽວກັນ    ຢູ່ສະຖາບັນຝຣັ່ງ ປະຈຳ ລາວ ໂດຍມີຜູ້ເຂົ້າຮ່ວມ ປະມານ 100 ຄົນ. 

ຜົນສຳເລັດອີກຢ່າງໜຶ່ງທີ່ຕິດພັນກັບຄວາມມຸ່ງໝັ່້ນຂອງທ່ານ ສົມສະໜິດ ນັ້ນກໍ່ຄືການຖ່າຍທອດ ຊື່ງເປັນສິ່ງໜື່ງທີ່ສຳຄັນຂອງວຽກງານດ້ານສິນລະປະຂອງເພິ່ນ. ເພິ່ນມີຄວາມມຸ່ງໝັ້ນໃນການຖ່າຍທອດສິນລະປະການສະແດງໃຫ້ແກ່ຄົນໜຸ່ມຮຸ້ນໃໝ່, ເພິ່ນເປັນບຸກຄົນໜຶ່ງທີ່ເຮັດປະເພ ນີຫຼວງພະບາງຍັງຍືນຍົງຄົງຢູ່ ໂດຍອີງຕາມປະເພນີຫຼວງພະບາງງແລ້ວ ການຜະລິດຜົນງານສິນລະປະຕ່າງໆຕ້ອງມີການເຊື່ອມໂຍງ ຫຼື ສື່ສານເຊິ່ງກັນ ແລະ ກັນ.

ໃນປີ 2019 ທ່ານ ສົມສະໜິດ ໄດ້ຮັບການປະດັບຫຼຽນໄຊແຮງງານສາຂາສິນລະປະ ແລະ ອັກສອນສາດ ຈາກກະຊວງວັດທະນະທຳຝຣັ່ງ. ຜົນງານສິນລະປະຂອງທ່ານຖືກນຳໄປວາງສະແດງຢູ່ຕ່າງປະເທດເປັນປະຈຳ. ປະຈຸບັນ ຜົນງານຂອງເພິ່ນຈຳນວນໜຶ່ງຖືກນຳໄປວາງສະແດງ ຢູ່ຫໍພິພິທະພັນ Quai Branly ທີ່ ປາຣີິ ເຊິ່ງເປັນຫໍພິພິທະພັນທີ່ສົ່ງເສີມສິນລະປະ ແລະ ອະລິຍະທຳຂອງອາຟຣິກກາ, ອາຊີ, ໂອເຊອານີ ແລະ ອາເມຣິກາ.

ປະເທດຝຣັ່ງໄດ້ສົ່ງເສີມຄຸນຄ່າມໍລະດົກທາງປະຫວັດສາດ ແລະ ການທ່ອງທ່ຽວຂອງລາວຢ່າງຕັ້ງໜ້າ ຜ່ານອົງການຝຣັ່ງເພື່ອການພັດທະນາ (AFD). ປະຈຸບັນ, ອົງການ AFD ໄດ້ໃຫ້ທຶນຊ່ວຍເຫຼືອມູນຄ່າ 6 ລ້ານ ເອີໂຣ ໃນການຈັດຕັ້ງປະຕິບັດໂຄງການ CHAMPA ເປົ້າໝາຍແນ ໃສ່ປົກປັກຮັກສາ ແລະ ສ້າງຊື່ສຽງໃຫ້ແກ່ມໍລະດົກທາງວັດທະນະທຳຢູ່ແຂວງຈຳປາສັກ ແລະ ສະຫວັນນະເຂດ. ພາຍຫຼັງ 20 ປີ ຂອງການຮ່ວມມືໃນການປົກປັກຮັກສາເມືອງມໍລະດົກໂລກຫຼວງພະບາງ, ອົງການ AFD ແລະ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການຮ່ວມກັນທາງພາກໃຕ້ຂອງລາວ. ນອກຈາກການຈັດງານງານວາງສະແດງຜົນງານສິນລະປະຂອງທ່ານສົມສະໜິດແລ້ວ, ສະຖານທູດຝຣັ່ງ ແລະ ສະຖາບັນຝຣັ່ງ ປະຈຳ ລາວ ຍັງຈະສືບຕໍ່ຈັດກິດ ຈະກຳທາງດ້ານວັດທະນະທຳ ແລະ ວຽກງານຕ່າງໆທີ່ມີເປົ້າໝາຍແນໃສ່ຊາວໜຸ່ມ ຊື່ງຜ່ານມາກໍ່ໄດ້ມີການຈັດຕັ້ງກິດຈະມາແລ້ວເລີ່ມແຕ່ປີ 2020 ເປັນ ຕົ້ນມາ ເຊັ່ນ ຈັດການແຂ່ງຂັນຖ່າຍຮູບທີ່ເປີດກວ້າງສຳລັບທຸກຄົນ ແລະ ໃນໄວໆນີ້ ຈະມີການວາງສະແດງຮູບຖ່າຍທີ່ຊະນະການແຂ່ງຂັນ ຢູ່ອ້ອມກຳແພງຮົ້ວຂອງສະຖານທູດຝຣັ່ງ.

LEAVE A REPLY

Please enter your comment!
Please enter your name here