ປກສ ແຂວງບໍລິຄຳໄຊ ລົງເຜີຍແຜ່ຜົນຮ້າຍແລະ ໄພອັນຕະລາຍຂອງຢາເສບຕິດ ແກ່ນັກຮຽນ

0
1199

ແຂວງບໍລິຄຳໄຊ: ເມື່ອບໍ່ດົນມານີ້, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ຢູ່ໂຮງຮຽນ ມສ ນາກຸນ ເມືອງບໍລິຄັນ, ມສ ວຽງທອງ ເມືອງວຽງທອງ ແລະ ມສ ຄໍາເກີດ ເມືອງຄໍາເກີດ ເຊິ່ງນຳໂດຍ ທ່ານ ພັນຕີ ພິລະພົງ ວິຊຸນດາລາ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມທີມງານ, ມີຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນແຕ່ຊັ້ນ ມ3-ມ7 ເຂົ້າຮ່ວມ 2.000 ກວ່າຄົນ.

ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ປະກອບມີ: ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ປະມວນກົດໝາຍອາຍາການກະທໍາຜິດກ່ຽວກັບຢາເສບຕິດ ມາດຕາ 314 ຫາ ມາດຕາ 325 ເຊິ່ງໄດ້ຍົກໃຫ້ເຫັນໂທດຕໍ່ກັບ ຜູ້ຜະລິດ, ຜູ້ເສບ, ຂົນສົ່ງ ແລະ ຄ້າຂາຍ, ນອກນັ້ນ ຍັງໄດ້ຍົກໃຫ້ເຫັນປະເພດຂອງຢາເສບຕິດໃນແບບຕ່າງໆ ທີ່ມີຜົນທໍາຮ້າຍຕໍ່ຮ່າງກາຍໂດຍກົງທີ່ແຕກຕ່າງກັນ, ເມື່ອຕົກເປັນທາດຂອງຢາເສບຕິດແລ້ວ ຜູ້ເສບຈະມີຮ່າງກາຍຈ່ອຍຜ່ອມ, ຊຸດໂຊມ, ສຸຂະພາບອ່ອນແອ ແລະ ມີພະຍາດແຊກຊ້ອນໄດ້ງ່າຍ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ລະບົບປະສາດເກີດອາການພາບຫລອນ, ຄວບຄຸມຕົນເອງບໍ່ໄດ້ ຈົນເຖິງຂັ້ນທຳຮ້າຍຕົນເອງ ແລະ ບຸກຄົນອື່ນທີ່ຢູ່ອ້ອມຂ້າງ. ທັງເປັນສາເຫດໜຶ່ງທີ່ເຮັດໃຫ້ຄອບຄົວ, ສັງຄົມບໍ່ມີຄວາມສະຫງົບ ແລະ ເປັນສາເຫດຕົ້ນຕໍ ທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ຢູ່ໃນສັງຄົມເຊັ່ນ: ການຂີ່ລັກງັດແງະ, ປຸ້ນຈີ້ຊິງຊັບ, ການກໍ່ອາລະວາດຕີກັນ, ຄາດຕະກໍາ ແລະ ກໍ່ເຫດອາຊະຍາກໍາໃນຮູບແບບຕ່າງໆ ເຊິ່ງບັນຫາດັ່ງກ່າວ ເປັນຜົນກະທົບໂດຍກົງຕໍ່ລະບອບການເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນະທໍາ, ເປັນການກົດໜ່ວງຖ່ວງດຶງການສ້າງສາ ແລະ ພັດທະນາປະເທດຊາດ.

ພ້ອມນັ້ນ ກໍໄດ້ສາຍວີດີໂອສາລະຄະດີກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ທີ່ສະທ້ອນໄດ້ເຖິງໂທດທີ່ຕາມມາຕໍ່ກັບຜູ້ເສບ ແລະ ຜູ້ຂາຍ ເມື່ອມີການພົວພັນຫຍຸ້ງກ່ຽວກັບຢາເສບຕິດ ໃຫ້ນັກຮຽນ ໄດ້ຮັບຊົມ. ຈາກນັ້ນ ກໍໄດ້ມີການຈັດກິດຈະກໍາຖາມ-ຕອບ ເພື່ອເປັນການທົດສອບຄວາມຮັບຮູ້, ຄວາມເຂົ້າໃຈຂອງນ້ອງນັກຮຽນ ເພື່ອນໍາໄປຈັດຕັ້ງປະຕິບັດໃນຊີວິດຕົວຈິງໃຫ້ປອດໄພ ບໍ່ຕົກເປັນທາດຂອງຢາເສບຕິດ ແລະ ບໍ່ຫຍຸ້ງກ່ຽວພົວພັນກັບຢາເສບຕິດ ແລະ ຫ່າງໄກຈາກຢາເສບຕິດທຸກປະເພດດັ່ງຄຳຂວັນທີວ່າ: ຢາເສບຕິດເປັນຜິດຕໍ່ຮ່າງກາຍ ເປັນອັນຕະລາຍຕໍ່ສັ່ງຄົມ ຜູ້ເສບຕາຍ ຜູ້ຂາຍຕິດຄຸກ.

ຂ່າວ: ພອນສະຫວັນ

LEAVE A REPLY

Please enter your comment!
Please enter your name here