ຫ້ອງປະຊຸມໃຫຍ່ ຕຶກໃໝ່ສະພາແຫ່ງຊາດ ກຽມພ້ອມຮັບໃຊ້ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX

0
3492

ແຫຼ່ງຂ່າວ ຂປລໃຫ້ຮູ້ວ່າ. ໂຄງການກໍ່ສ້າງຫໍສະພາແຫ່ງຊາດ (ຕຶກໃໝ່) ມາຮອດປັດຈຸບັນ ໜ້າວຽກໂດຍລວມແມ່ນ ສຳເລັດ ແລ້ວ 95%, ສະເພາະຫ້ອງປະຊຸມໃຫຍ່ ທີ່ຈະຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກ ຂອງສະ ພາແຫ່ງຊາດ ຊຸດທີ IX ແມ່ນສຳເລັດແລ້ວ 100%, ສາມາດຮັບໃຊ້ກອງປະຊຸມໄດ້ຢ່າງສົມບູນ,ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫລືອຈາກລັດຖະບານຫວຽດນາມ, ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນກໍລະກົດ 2018 ແລະ ຄາດວ່າຈະໃຫ້ສຳເລັດທັງໝົດ 100% ແລະ ມອບ-ຮັບ ໃຫ້ລັດຖະບານລາວ ພາຍໃນເດືອນ ມິ ຖຸນາ 2021.


ທ່ານ ພົນຕີ ຫງວຽນ ກວກ ຢຸ້ງ ຜູ້ບັນຊາການໃຫຍ່ແມ່ທັບນ້ອຍ 11 ຫວຽດນາມ ໄດ້ໃຫ້ ສຳພາດໃນວັນທີ 16 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນ ສະເພາະການກໍ່ສ້າງຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ແມ່ນສຳເລັດ 100%, ພາຍໃນຫ້ອງປະຊຸມແມ່ນມີຄວາມພ້ອມໃນທຸກດ້ານ ເພື່ອຮັບ ໃຊ້ກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 22-26 ມີນາ 2021 ນີ້, ພາຍໃນຫ້ອງປະຊຸມ ມີອຸປະກອນ, ເຄື່ອງຮັບໃຊ້ຕ່າງໆ ທີ່ ທັນສະໄໝ ເປັນຕົ້ນ ເຄື່ອງເອເລັກໂຕຣນິກຕ່າງໆ, ມີລະບົບຮັກສາຄວາມປອດໄພຄົບຊຸດ, ມີສິ່ງ ອຳນວຍຄວາມສະດວກທຸກຢ່າງ. ນອກນັ້ນ, ຍັງ ມີ ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດ, ຫ້ອງ ຮັບແຂກ, ຫ້ອງຕ້ອນຮັບຜູ້ແທນ, ຫ້ອງສື່ມວນຊົນ, ຫ້ອງເຕັກນິກ ແລະ ຫ້ອງບໍລິການອື່ນໆ ແມ່ນມີ ຄວາມພ້ອມທຸກດ້ານເພື່ອຮອງຮັບເຮັດໃຫ້ກອງປະຊຸມດັ່ງກ່າວ, ດຳເນີນໄປດ້ວຍຜົນສຳເລັດຕາມເປົ້າ ໝາຍທີ່ວາງໄວ້.

ທ່ານ ພົນຕີ ຫງວຽນ ກວກ ຢຸ້ງ ຍັງໃຫ້ຮູ້ອີກວ່າ: ໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ ອອກ ແບບໃຫ້ມີຄວາມເປັນທັນສະໄໝ, ປະສົມປະສານກັບເອກະລັກຄວາມເປັນລາວ, ຮູບຊົງສວຍງາມ, ມີ ທັງໝົດ 5 ຊັ້ນ, 1 ຊັ້ນໃຕ້ດິນ, ມີ 400 ກວ່າຫ້ອງ, ພາຍໃນອາຄານຕົບແຕ່ງໃຫ້ມີຄວາມເປັນທັນສະ ໄໝ, ອຸປະກອນເຄື່ອງໃຊ້ຕ່າງໆ ແມ່ນນຳເຂົ້າຈາກຕ່າງປະເທດ, ລວມມູນຄ່າການກໍ່ສ້າງທັງໝົດ ເກືອບ 112 ລ້ານກວ່າໂດລາສະຫະລັດ. ການກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ ພົບຄວາມຫຍຸ້ງຍາກສົມຄວນ ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ແຮງງານຫວຽດນາມ ຕ້ອງເສຍເວ ລາຈຳກັດບໍລິເວນຈົນກວ່າຄົບກໍານົດ 14 ວັນ. ນອກຈາກນີ້, ຍັງເຮັດໃຫ້ການນໍາເຂົ້າວັດສະດຸກໍ່ສ້າງຈາກຕ່າງປະເທດ ກໍພົບຄວາມຫຍຸ້ງຍາກເຊັ່ນດຽວກັນ. ຢ່າງໃດກໍ່ຕາມ ຜູ້ຮັບເໝົາກໍ່ສ້າງຈະເອົາໃຈໃສ່ກໍ່ສ້າງຕະຫລອດ 24 ຊົ່ວໂມງ, ໂດຍບໍ່ມີມື້ພັກວັນເສົາ ແລະ ວັນອາທິດ ເພື່ອໃຫ້ທັນມອບ-ຮັບໂຄງ ການກໍ່ສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ ຢ່າງເປັນທາງການພາຍໃນເດືອນມິຖຸນາ ທີ່ຈະມາເຖິງນີ້.

ຂ່າວ: ກິດຕາ ພາບ: ໄອຄຳ

LEAVE A REPLY

Please enter your comment!
Please enter your name here