ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢັ້ງຢືນກ່ຽວກັບກໍລະນີມີຂ່າວທາງສື່ສັງຄົມອອນລາຍວ່າມີຜູ້ແພ້ຢາວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ເປັນຜື່ນແດງທົ່ວຕົນໂຕນັ້ນ ແມ່ນບໍ່ມີຄວາມຈິງ ຜູ້ກ່ຽວແມ່ນມີອາການແພ້ຢາ ແຕ່ເປັນຢາປິ່ນປົວພະຍາດປະຈຳໂຕຂອງຜູ້ກ່ຽວເອງ ເຊິ່ງອາການທີ່ເກີດຂື້ນກັບຜູ້ກ່ຽວເປັນຜົນຂ້າງຄຽງຈາກການໃຊ້ຢາດັ່ງກ່າວ. ປະຈຸບັນຜູ້ກ່ຽວອາການດີຂຶ້ນ ແລະ ໄດ້ອອກໂຮງໝໍໃນວັນທີ 16 ມີນານີ້ ພ້ອມທັງຢັ້ງຢືນວ່າຜູ້ກ່ຽວບໍ່ເຄີຍໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ19 ເທື່ອ.
![](https://tholakhong.com/wp-content/uploads/2021/03/fb_img_16161192250145746409751420487313.jpg)
ດຣ ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ19 ແຈ້ງໃຫ້ຮູ້ວ່າ: ຜ່ານການໃຫ້ວັກຊີນປ້ອງກັນໂຄວິດ19ໃຫ້ກຸ່ມທີ່ມີຄວາມສ່ຽງເຫັນວ່າ ທຸກຄົນມີອາການຂ້າງຄຽງແບບເບົາບາງເທົ່ານັ້ນ ເປັນຕົ້ນເຈັບບ່ອນສັກວັກຊີນ, ມີອາການວິນເລັກນ້ອຍໄລຍະ 30 ນາທີ ນອກນັ້ນບໍ່ມີອາການຫຍັງ.
ສຳລັບກໍລະນີທີ່ມີຂ່າວທາງສື່ສັງຄົມອອນລາຍ ວ່າມີຜູ້ແພ້ຢາວັກຊີນປ້ອງກັນພະຍາດໂຄວິດ19 ນັ້ນແມ່ນບໍ່ມີຄວາມຈິງ.
![](https://tholakhong.com/wp-content/uploads/2021/03/screenshot_20210319_0911217941598529262993424-713x1024.jpg)
ປະຈຸບັນຫຼາຍປະເທດໃນໂລກໄດ້ນຳໃຊ້ວັກຊິນປ້ອງກັນພະຍາດໂຄວີດ19 ຄຽງຄູ່ກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ສຳລັບລາວ ໄດ້ເລີ້ມສັກວັກຊິນປ້ອງກັນພະຍາດໂຄວີດ19 ໄລຍະທໍາອິດໃຫ້ບຸກຄົນຜູ້ທີ່ເປັນກຸ່ມສ່ຽງນັບແຕ່ຂັ້ນສູນກາງ ແລະ ຂັ້ນແຂວງຄື: ພະນັກງານແພດທີ່ເຮັດວຽກງານບໍລິການຢູ່ໂຮງໝໍ ແລະ ສະຖານທີ່ບໍລິການສາທາລະນະສຸກ, ພະນັກງານຜູ້ທີ່ເຮັດວຽກຈຸດຜ່ານແດນເຊິ່ງເປັນຈຸດທຳອິດທີ່ມີຜູ້ເດີນທາງຈາກຕ່າງປະເທດຜ່ານເຂົ້າມາລາວ, ຜູ້ທີ່ເຮັດວຽກຢູ່ທີ່ສະຖານທີ່ຈຳກັດບໍລິເວນລວມທັງບັນດາໂຮແຮມທີ່ນຳໃຊ້ເປັນບ່ອນຈຳກັດບໍລິເວນ. ນອກຈາກກຸ່ມຄົນທີ່ກ່າວມານັ້ນ ຖ້າມີຄວາມຈຳເປັນຕ້ອງໄດ້ຮັບວັກຊີນ ຈະຕ້ອງໄດ້ນຳສະເໜີຫາຄະນະສະເພາະກິດ ເພື່ອພິຈາລະນາແກ້ໄຂຕາມເງື່ອນໄຂຄວາມເປັນຈິງ. ປະຈຸບັນລັດຖະບານ ຍັງສືບຕໍ່ພົວພັນປະສານງານກັບພາກສ່ວນທີ່ສະໜອງຢາວັກຊິນດັ່ງກ່າວ ເພື່ອຈະນຳວັກຊິນເຂົ້າມາຕື່ມ ແລະ ຖ້າໄດ້ຮັບວັກຊີນເພີ້ມ ກໍຈະໄດ້ພິຈາລະນາໃຫ້ວັກຊີນກຸ່ມຄົນອື່ນໃນຂັ້ນຕໍ່ໄປ.
![](https://tholakhong.com/wp-content/uploads/2021/03/fb_img_1616119422370952123574898667726.jpg)
ປະຈຸບັນທົ່ວປະເທດໄດ້ຮັບການສັກວັກຊິນເຂັ້ມທໍາອິດແລ້ວ ທັງໝົດ 31.046 ຄົນ ໂດຍນໍາໃຊ້ວັກຊິນຈາກບໍລິສັດຊີໂນຟາມຂອງຈີນ ແລະສະປຸດນິກຟາຍຂອງຣັດເຊຍ ໃນນີ້ມີແພດໝໍໄດ້ຮັບວັກຊິນແລ້ວຫລາຍກວ່າ 10.000 ຄົນ, ພະນັກງານປະຈໍາດ່ານເກືອບ 17.000 ຄົນ, ຜູ້ເດີນທາງອອກໄປຕ່າງປະເທດ 430 ຄົນ, ອາຍຸ 60 ປີຂື້ນໄປ 122 ຄົນ, ຜູ້ທີ່ມີພະຍາດປະຈໍາຕົວ 23 ຄົນ ແລະກຸ່ມອື່ນໆ 2.550 ກວ່າຄົນ.
ໂດຍ: ຈັນທະສອນ ສີຫານາດ