ລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ

0
1444

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ແຂວງຊຽງຂວາງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ດ້ວຍ ບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

ໃນໂອກາດມາເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດເຜີຍ ແຜ່ສະພາບການທີ່ພົ້ນເດັ່ນຂອງພາກພື້ນ, ສາກົນ, ວຽກງານຊາຍແດນ ແລະ ວຽກງານຂະແໜງການຕ່າງ ປະເທດໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດອ້ອມຂ້າງແຂວງ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນສະພາບສາກົນທີ່ພົ້ນເດັ່ນ, ທີ່ເກີດຂຶ້ນໃນ ປັດຈຸບັນຢູ່ພາກພື້ນ ແລະ ສາກົນ ໂດຍສະເພາະສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ ແຜ່ລະບາດທົ່ວໂລກ, ພ້ອມກັນນີ້ກໍໄດ້ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານຊາຍແດນກັບບັນດາປະເທດ ທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໂດຍສະເພາະຜົນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ຊຶ່ງມາເຖິງປັດຈຸບັນແມ່ນໄດ້ສໍາເລັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບ 3 ປະເທດ ຄື: ສສ ຫວຽດນາມ, ສປ ຈີນ ແລະ ສສ ມຽນມາ. ຊຶ່ງຜົນສໍາເລັດດັ່ງກ່າວໄດ້ຖືກຮັບຮອງ ໂດຍສົນທິສັນຍາວ່າ ດ້ວຍການກໍານົດເສັ້ນຊາຍແດນປະເທດຮ່ວມກັນ ແລະ ມີສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຮ່ວມກັນ.

ສຳລັບຊາຍແດນກັບ ຣາຊາອານາຈັກກໍາປູເຈຍ ມາເຖິງປັດຈຸບັນສາມາດສໍາຫຼວດພື້ນທີ່ຕົວຈິງຮ່ວມ ກັນແລ້ວ 86% ຂອງເສັ້ນຊາຍແດນທັງໝົດປະມານ 535 ກິໂລແມັດ ຊຶ່ງສາມາດປັກຫຼັກໝາຍ ຊາຍແດນຮ່ວມກັນໄດ້ທັງໝົດ 121 ຫຼັກໝາຍ ແລະ ຍັງມີຈຸດຄົງຄ້າງຈໍານວນໜຶ່ງທີ່ຈະສືບຕໍ່ຮ່ວມກັນແກ້ ໄຂຕໍ່ໄປ. ສຳລັບຊາຍແດນກັບຣາຊາອານາຈັກໄທ ທັງສອງຝ່າຍສາມາດສຳຫຼວດ ແລະ ປັກຫຼັກໝາຍຊາຍ ແດນສໍາເລັດຈໍານວນ 211 ຫຼັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 676 ກິໂລແມັດ ເທົ່າກັບ 93% ຂອງເສັ້ນຊາຍແດນທາງບົກ 735 ກິໂລແມັດ ແລະ ເທົ່າກັບ 37% ຂອງເສັ້ນຊາຍແດນທັງໝົດ (ທາງບົກ ແລະ ທາງນໍ້າ) 1.835 ກິໂລແມັດ. ສໍາລັບຊາຍແດນລາວ-ໄທ ທາງນໍ້າຂອງແມ່ນຍັງຢູ່ໃນ ຂັ້ນຕອນການຖ່າຍທອດເສັ້ນຊາຍແດນຈາກແຜນທີ່ຝຣັ່ງມາດຕາສ່ວນ 1:25.000 ປີ 1929-1931 ລົງໃສ່ ແຜນທີ່ສ້າງຂຶ້ນໃໝ່ປີ 2008 ຕາມເຕັກນິກຂອງແຕ່ລະຝ່າຍ ຊຶ່ງທັງສອງຝ່າຍຈະສືບຕໍ່ປຶກສາຫາລືເພື່ອປັກ ຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.

ຂ່າວ: ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here