ລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫົວພັນ

0
1173

ໃນລະຫວ່າງວັນທີ 18-19 ມີນາ 2021, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງ ຫົວພັນ ຊຶ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

ໃນໂອກາດມາເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດເຜີຍແຜ່ສະພາບການທີ່ພົ້ນເດັ່ນພາກພື້ນ, ສາກົນ, ວຽກງານຊາຍແດນ ແລະ ວຽກງານຂະແໜງ ການຕ່າງປະເທດ ໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ ອ້ອມຂ້າງແຂວງ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນສະພາບສາກົນທີ່ພົ້ນເດັ່ນ, ທີ່ເກີດຂື້ນໃນປັດຈຸບັນຢູ່ ພາກ ພື້ນ ແລະ ສາກົນ ໂດຍສະເພາະສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ແຜ່ ລະບາດ ແລະ ຂະຫຍາຍຫຼາຍໃນທົ່ວໂລກ, ພ້ອມກັນນີ້ກໍໄດ້ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານ ຊາຍແດນກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໂດຍສະເພາະຜົນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ຊຶ່ງມາເຖິງປັດຈຸບັນແມ່ນໄດ້ສໍາເລັດການສໍາຫຼວດ ແລະປັກຫຼັກໝາຍຊາຍແດນກັບ 3 ປະເທດ ຄື: ສສ ຫວຽດນາມ, ສປ ຈີນ ແລະ ສສ ມຽນມາ. ຊຶ່ງຜົນສໍາເລັດດັ່ງກ່າວໄດ້ຖືກຮັບ ຮອງໂດຍສົນທິສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນປະເທດຮ່ວມກັນ ແລະ ມີສັນຍາວ່າດ້ວຍລະບຽບ ການ ຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນຮ່ວມກັນ.

ສໍາລັບຊາຍແດນກັບ ຣາຊາອານາຈັກກໍາປູເຈຍ ມາເຖິງປັດຈຸບັນສາມາດສໍາຫຼວດພື້ນທີ່ຕົວຈິງ ຮ່ວມກັນແລ້ວ 86% ຂອງເສັ້ນຊາຍແດນທັງໝົດປະມານ 535 ກິໂລແມັດ ຊຶ່ງສາມາດປັກຫຼັກໝາຍຊາຍແດນຮ່ວມກັນໄດ້ທັງໝົດ 121 ຫຼັກໝາຍ ແລະ ຍັງມີຈຸດຄົງຄ້າງຈໍານວນໜຶ່ງທີ່ຈະສືບຕໍ່ຮ່ວມກັນແກ້ໄຂຕໍ່ໄປ. ສຳລັບຊາຍແດນ ກັບຣາຊາອານາຈັກໄທ ທັງສອງຝ່າຍສາມາດສຳຫຼວດ ແລະ ປັກຫຼັກໝາຍຊາຍແດນສໍາເລັດຈໍານວນ 211 ຫຼັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 676 ກິໂລແມັດ ເທົ່າກັບ 93% ຂອງເສັ້ນຊາຍແດນທາງບົກ 735 ກິໂລແມັດ ແລະ ເທົ່າກັບ 37% ຂອງເສັ້ນຊາຍແດນທັງໝົດ (ທາງບົກ ແລະ ທາງນໍ້າ) 1.835 ກິໂລແມັດ. ສໍາລັບຊາຍ ແດນລາວ-ໄທ ທາງນໍ້າຂອງ ແມ່ນຍັງຢູ່ໃນຂັ້ນຕອນການຖ່າຍທອດເສັ້ນຊາຍແດນຈາກແຜນທີ່ຝຣັ່ງມາດຕາສ່ວນ 1:25.000 ປີ 1929-1931 ລົງໃສ່ແຜນທີ່ສ້າງຂຶ້ນໃໝ່ປີ 2008 ຕາມເຕັກນິກຂອງແຕ່ລະຝ່າຍ ຊຶ່ງທັງສອງຝ່າຍຈະສືບຕໍ່ປຶກສາຫາລື ເພື່ອປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.

ຂ່າວ: ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here