ກະຊວງ ຖວທ ຫາລືເພື່ອຮັບຮອງ ທ່າຟ້ອນລຳວົງລາວ ເຂົ້າເປັນມໍລະດົກໂລກ

0
3773

ໃນວັນທີ 18 ມີນາ 2021, ທີ່ໂຮງຮຽນສິລະປະແຫ່ງຊາດ ນະຄອນຫລວງວຽງຈັນ ກົມສິລະປະການສະແດງ ຖະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດກອງປະຊຸມວິຊາການ ເພື່ອຄວາມເປັນເອກະພາບຮັບຮອງເອົາທ່າຟ້ອນລຳວົງລາວ ເຂົ້າເປັນມໍລະດົກໂລກ ຊຶ່ງບົດຟ້ອນທີ່ນຳມາປຶກສາຫາລືຄັ້ງນີ້ ປະກອບມີລາຍການເພງ ແລະ ຂັບ-ລຳ ປະກອບທ່າຟ້ອນລຳວົງລາວ ມີທັງໝົດ 18 ລາຍການ. ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ສິລະປິນແຫ່ງຊາດ, ຮອງລັດຖະມົນຕີ ກະຊວງ ຖວທ ທັງເປັນຜູ້ຊີ້ນຳວຽກງານວັດທະນະທຳ, ມີບັນດາສິລະປິນດີເດັ່ນ, ສິລະປິນແຫ່ງຊາດ, ຄູ-ອາຈານ, ພະນັກງານ-ວິຊາການອ້ອມຂ້າງສິລະປະການສະແດງ, ຈາກກອງສິລະປະກອນກອງທັບ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຄຳພັນ ໂພທອງສີ ວ່າການຫົວໜ້າກົມ ສິລະປະການສະແດງ ໄດ້ກ່າວວ່າ: ຈຸດປະສົງພວກເຮົາມາເຕົ້າໂຮມກັນຄັ້ງນີ້ ເພື່ອມາເປັນການປຶກສາຫາລື ແລະ ເປັນເອກະພາບກັນ ກ່ຽວກັບທ່າຟ້ອນລໍາວົງລາວ ທີ່ເປັນທ່າຟ້ອນ ມີລັກສະນະຊາດ, ລັກສະນະກ້າວໜ້າ ແລະ ລັກສະນະມະຫາຊົນ ຊຶ່ງປະຊາຊົນລາວທັງຊາດພວກເຮົາ ໄດ້ນໍາມາໃຊ້ໃນການຄົບງັນ ລື້ນເລີງ ມ່ວນຊື່ນໃນງານບຸນຕ່າງໆ ທີ່ໄດ້ສືບທອດກັນມາແຕ່ດົນນານ.

ໃນກອງປະຊຸມ ຍັງໄດ້ປຶກສາຫາລືເປັນເອກະພາບ ຮັບຮອງເອົາທ່າຟ້ອນລໍາວົງລາວ ເພື່ອສະເໜີໃຫ້ອົງການ ອຸຍເນັສໂກ (UNESCO) ຮັບຮອງເຂົ້າເປັນມໍລະດົກໂລກ ແລະ ພ້ອມດຽວກັນນີ້ ພວກເຮົາກໍຍັງຈະໄດ້ນໍາເອົາທ່າຟ້ອນລໍາວົງລາວ ທີ່ພວກເຮົາຈະໄດ້ເປັນ ເອກະພາບກັນໃນກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍ ແລະ ຮັບໃຊ້ສັງຄົມ ບໍ່ວ່າຢູ່ທາງພາກລັດ ກໍຄືພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຢູ່ໃນບັນດາຫ້າງຮ້ານ ແລະ ສະຖານທີ່ບັນເທີງຕ່າງໆ ໃຫ້ມີຄວາມເບີກ ບານມ່ວນຊື່ນ ທາງດ້ານການສະແດງສິລະປະວັນນະຄະດີ.

ໃນກອງປະຊຸມ ບັນດາຄູອາຈານ ກໍຄືນັກວິຊາການທີ່ເຂົ້າຮ່ວມ ໄດ້ສຸມໃສ່ປະກອບຄໍາຄິດຄໍາເຫັນເຂົ້າ ໃສ່ທ່າບົດຟ້ອນ ແຕ່ລະບົດໃຫ້ມີປະສິດຕິພາບປະສິດຕິຜົນຢ່າງແທ້ຈິງ ຊຶ່ງລາຍການເພງ ແລະ ຂັບ-ລຳ ທັງ 18 ລາຍການ(ແບບຟ້ອນ) ມີຄື: ຟ້ອນລຳວົງທ່າເຊີນຊວນ, ລໍາຄອນສະຫວັນ, ລໍາສີພັນດອນ, ລໍາມະຫາໄຊ, ລໍາຕັ່ງຫວາຍ, ລໍາສາລະວັນ, ລໍາຜູ້ໄທ, ຂັບທຸ້ມຫລວງພະບາງ, ຂັບຊໍາເໜືອ, ຂັບເມີ້ຍ, ຂັບງື່ມ, ຂັບຊຽງຂວາງ, ຈັງຫວະສະຫລົບ, ຈັງຫວະສະລັບຟັນປາ, ຈັງຫວະຣິມໂບຣ໋ອກ, ຈັງຫວະເພງສາວຊຽງຂວາງທັງງາມທັງເກັ່ງ, ຈັງຫວະສ້ອນກຸ້ງ ແລະ ຈັງຫວະຟ້ອນໃສ່ເພງປາຄໍ່ໃຫຍ່.

ຂ່າວ ສົມຫວັງ
ພາບ ອ່າຍຄໍ່າ

LEAVE A REPLY

Please enter your comment!
Please enter your name here