6 ເປົ້າໝາຍ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ

0
2650

ໃນບ່າຍຂອງ ວັນທີ 22 ມີນາ 2021 ໃນວາລະດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານ ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ ແຜນງົບປະມານແຫ່ງລັດ 5 ປີ (2021-2025). ໃນນັ້ນ, ໄດ້ກຳນົດ ມີ 6 ເປົ້າໝາຍໃຫຍ່, 25 ແຜນວຽກຈຸດສຸມ ແລະ ໂຄງການບູລິມະສິດຕົ້ນຕໍຈໍານວນໜຶ່ງ.ສຳລັບ 6 ເປົ້າໝາຍໃຫຍ່ດັ່ງກ່າວ, ປະກອບມີ:

ເປົ້າໝາຍທີ 1: ເສດຖະກິດແຫ່ງຊາດຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ປະກອບມີ 5 ແຜນວຽກຈຸດສຸມ ໃນນັ້ນ, ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍຕໍ່ປີໃນລະດັບ 4% ຂຶ້ນໄປ, ລວມຍອດຜະ ລິດຕະພັນພາຍໃນ (GDP) ຕໍ່ຫົວຄົນ 2.880 ໂດລາສະຫາລັດ, ສະເລ່ຍລາຍຮັບ ຕໍ່ຫົວຄົນໃຫ້ໄດ້ 2.280 ໂດລາສະຫາລັດ ໃນປີ 2025 ໃນນີ້: ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍໃນລະດັບ 2,5%; ຂະແໜງອຸດສາຫະກຳ ຂະຫຍາຍຕົວສະເລ່ຍໃນລະດັບ 4,1%; ຂະແໜງບໍລິການຂະຫຍາຍ ຕົວສະເລ່ຍໃນລະດັບ 6%; ພາສີ-ອາກອນ ຂະຫຍາຍຕົວສະເລ່ຍໃນລະດັບ 5,8%. ຮອດປີ 2025 ຈະສູ້ຊົນໂຄງປະກອບເສດຖະກິດ ຂະແໜງກະສິກຳ ກວມເອົາ 15,3%, ຂະແໜງອຸດສາຫະກຳ ກວມເອົາ 32,3%, ຂະແໜງບໍລິການ ກວມເອົາ 40,7% ແລະ ພາສີ-ອາກອນ ກວມເອົາ 1,7% ຂອງ GDP.

ເປົ້າໝາຍທີ 2: ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ (ປະກອບມີ 4 ແຜນວຽກຈຸດສຸມ) ໂດຍຈະສູ້ຊົນເຮັດໃຫ້ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະ ຖານ ໃຫ້ຫລຸດລົງເຫລືອ 15%, ອັດຕາສ່ວນຂອງເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານໃຫ້ໄດ້ 27%, ອັດຕາການຕາຍຂອງເດັກນ້ອຍ ລຸ່ມ 1 ປີ ໃຫ້ຫລຸດລົງເຫລືອ 20/1.000 ຂອງເດັກເກີດມີຊີວິດ; ອັດຕາການຕາຍຂອງເດັກລຸ່ມ 5 ປີ ໃຫ້ຫລຸດລົງເຫລືອ 30/1.000 ຂອງເດັກເກີດມີຊີວິດ; ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຂັ້ນສຶກສາກ່ອນໄວຮຽນ ໃຫ້ບັນລຸໄດ້ 86% ໃນປີ 2025; ອັດຕາການເຂົ້າຮຽນລວມຊັ້ນ ມ4 ໃຫ້ບັນລຸສູງກວ່າ 74%; ສູ້ຊົນໃຫ້ມີນັກຮຽນທີ່ຮຽນຈົບຈາກ ມຕົ້ນ ເຂົ້າຮຽນຕໍ່ອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບໃຫ້ບັນລຸສູງກວ່າ 5% ຂອງຈໍານວນນັກຮຽນມັດ ທະຍົມຕົ້ນ; ຄວບຄຸມອັດຕາຫວ່າງງານໃຫ້ຫລຸດລົງຈາກ 20% ໃນປີ 2020 ມາເປັນ 15% ສະເລ່ຍຫລຸດລົງ ປີລະ 1%; ລັດລົງທຶນໃສ່ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີໃຫ້ໄດ້ 1% ຂອງງົບປະມານການລົງທຶນໃນແຕ່ລະປີ.

ເປົ້າໝາຍທີ 3: ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນໄດ້ຮັບການຍົກລະດັບຂຶ້ນເທື່ອລະກ້າວ, ໃນນັ້ນຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 204.360 ຄອບຄົວ, ສູ້ຊົນສ້າງບ້ານພົ້ນທຸກໃຫ້ໄດ້ 3.104 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 245.754 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 4.420 ບ້ານ, ຊຸກຍູ້ໃຫ້ການນຳທີ່ເປັນເພດຍິງທຸກຂັ້ນ ໃຫ້ໄດ້ ໂດຍສະເລ່ຍໃຫ້ກວມ 20% ຂຶ້ນໄປ.

ເປົ້າໝາຍທີ 4: ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສົມດູນ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ ໂດຍຈະສູ້ຊົນໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ ຫລາຍກວ່າ 70% ຂອງເນື້ອທີ່ທົ່ວປະເທດໃນປີ 2025, ຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ 1,6 ລ້ານຕອນໃນຂອບເຂດທົ່ວປະເທດ, ຫລຸດຜ່ອນທາດອາຍແກ້ວ ຈາກການທຳລາຍປ່າໄມ້ໃຫ້ໄດ້ປະມານ 30 ລ້ານໂຕນ, ຈະສ້າງຕັ້ງສະຖານີອຸຕຸນິຍົມ ໃໝ່ 45 ແຫ່ງ ແລະ ສະຖານີອຸທົກກະສາດໃໝ່ 25 ແຫ່ງ, ສູ້ຊົນສ້າງກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ສ້າງກອງທຶນຄຸ້ມຄອງໄພພິບັດໃຫ້ໄດ້ 17 ແຂວງ, ນະຄອນຫລວງ ແລະ 56 ເມືອງ.

ເປົ້າໝາຍທີ 5: ສ້າງໂຄງລ່າງພື້ນທີ່ມີຄວາມເຂັ້ມແຂງ, ນຳໃຊ້ທ່າແຮງ, ກາລະໂອກາດ ທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ ໂດຍຈະສູ້ຊົນເຮັດໃຫ້ປະລິມານການຂົນສົ່ງຜູ້ໂດຍສານ ໃນຕາໜ່າງການເຊື່ອມໂຍງ ເຊື່ອມຈອດ ກັບບັນດາປະເທດໃນພາກພື້ນ ທຸກຮູບແບບການຂົນສົ່ງ ທາງບົກ ຂະຫຍາຍຕົວ 7% ຕໍ່ປີ, ທາງນ້ຳ 5%, ທາງອາກາດ 12% ແລະ ທາງລົດໄຟ 3-5%.

ເປົ້າໝາຍທີ 6: ການຄຸ້ມຄອງບໍລິຫານລັດມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທຳ ແລະ ໄດ້ຮັບການປົກປ້ອງຕາມທິດ ການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ ໂດຍຈະສູ້ຊົນການບໍລິຫານລັດເປັນທັນສະໄໝ ແລະ ການປັບປຸງບໍລິຫານລັດດ້ວຍຮູບແບບເອເລັກໂຕຣນິກ, ສູ້ຊົນສ້າງສູນບໍລິການຜ່ານປະຕູດຽວ ຢູ່ຂັ້ນເມືອງໃຫ້ໄດ້ຢ່າງໜ້ອຍ 50% ຂອງຈໍານວນເມືອງທັງໝົດ ແລະ ຂັ້ນແຂວງຈຳນວນໜຶ່ງຕາມເງື່ອນໄຂ, ຊຸກຍູ້ ແລະ ປະກອບເຄື່ອງມື, ອຸປະກອນທີ່ທັນສະໄໝທີ່ຈຳເປັນ ໃຫ້ອົງການສານປະຊາຊົນສູງສຸດ, ອົງການສືບສວນ-ສອບສວນ, ອົງການໄອຍະການປະຊາ ຊົນສູງສຸດ ແລະ ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃນຂອງເຂດທົ່ວປະເທດ, ອົງການໄອຍະການປະຊາຊົນສູງສຸດ ສູ້ຊົນອອກຄຳຖະແຫລງໃຫ້ໄດ້ 95%, ສູ້ຊົນຕັດສິນ-ພິພາກຄະດີ ໃຫ້ບັນລຸໄດ້ 85% ດ້ວຍຄຸນນະພາບທີ່ດີ, ຖືກຕ້ອງກັບກົດໝາຍ ແລະ ສອດຄ່ອງຄວາມເປັນຈິງ; ຈັດຕັ້ງປະຕິບັດຄຳຕັດສິນທີ່ຍັງຄ້າງ ແລະ ຄຳຕັດສິນເຂົ້າໃໝ່ໃຫ້ໄດ້ 80%, ໃນນັ້ນ 20% ແມ່ນໃຫ້ຈັດຕັ້ງປະຕິບັດສຳເລັດ ແລະ ປິດສຳນວນຄະດີ.ການສະເໜີຮ່າງແຜນພັດທະນາຄັ້ງນີ້, ເພື່ອໃຫ້ບັນດາຜູ້ແທນກອງປະຊຸມ ໄດ້ພິຈາລະນາປະ ກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານ ແຫ່ງລັດ 5 ປີ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ເພື່ອໃຫ້ສາມາດ ຈັດຕັ້ງປະຕິບັດໄດ້ຢ່າງມີຜົນສຳເລັດ.

ຂ່າວ ມະນີທອນ: ພາບ: ຂັນໄຊ, ອ່າຍຄຳ _ ຂ່າວສານປະເທດລາວ (ຂປລ)

LEAVE A REPLY

Please enter your comment!
Please enter your name here