ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ແລະ ຜູ້ໃໝ່

0
2776

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ແລະ ຜູ້ໃໝ່ລະ ຫວ່າງ ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ແລະ ທ່ານນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຮສສ ເປັນລັດ ຖະມົນຕີກະຊວງ ຮສສ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2021, ທີ່ເຮືອນຮັບແຂກກະຊວງ ຮສສ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍແຂກຖືກເຊີນ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽນທອງ ສິງຄຳພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານເອກະສານຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 06 ລົງວັນທີ 24 ມີນາ 2021, ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 20 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ອີງຕາມການຕົກລົງໃນກອງປະຊຸມຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກຄັ້ງທີວັນທີ 24-25 ກຸມພາ 2021, ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ II , ສະໃໝທີ XI , ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 87/ຄຈສພ, ລົງວັນທີ 23 ມີນາ 2021 ກົມການເມືອງສູນກາງພັກອອກຄຳສັ່ງຍົກຍ້າຍສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ ໄປຮັບໜ້າທີ່ໃໝ່ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ, ຈາກນັ້ນກົມການເມືອງສູນກາງພັກຈຶ່ງໄດ້ຕົກລົງແຕ່ງຕັ້ງທ່ານນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ກະຊວງຮສສ ເປັນລັດຖະມົນຕີ ກະຊວງຮສສ.

ໃນພິທີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ໄດ້ຂຶ້ນກ່າວມອບໜ້າທີ່ໃຫ້ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ຜູ້ໃໝ່ ດັ່ງນັ້ນ, ໃນມື້ນີ້ຈຶ່ງໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ນາງ ສີໃສ ລືເດດມູນສອນ ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.

ທ່ານ ນາງ ສີໃສ ລືເດດມູນສອນ ກ່າວວ່າ: ການຈັດພິທີມອບ-ຮັບໜ້າທີ່ຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດເພື່ອເປັນການຊັບຊ້ອນພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ເພື່ອໃຫ້ເໝາະສົມກັບສະພາບໃນປັດຈຸບັນເພື່ອເປັນການບັນຊາວຽກໃຫ້ມີ ໝາກຜົນດີກວ່າເກົ່າ, ດັ່ງນັ້ນຂ້າພະເຈົ້າເຊື່ອໝັ້ນວ່າການໄປຮັບໜ້າທີ່ໃໝ່ຂອງທ່ານ ຄຳແພງ ໄຊສົມແພງ ມີຄວາມເໝາະສົມເພື່ອເສີມຂະຫຍາຍບົດຮຽນໃນການບັນຊາວຽກງານໃນກະຊວງອຸດສາຫະກຳ ແລະ ການຄ້າມີຜົນສຳເລັດ, ສຳລັບທ່ານນາງ ໃບຄຳ ຂັດທິຍະ ທີ່ໄດ້ຖືກມອບໝາຍໃຫ້ມາຮັບໜ້າທີ່ໃໝ່ໃນມື້ນີ້ເຫັນວ່າມີຄວາມສອດຄ່ອງ ເປັນພະນັກງານທີ່ໜຸ່ມແໜ້ນ ເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ, ມີບົດຮຽນ, ປະສົບການເຊື່ອໝັ້ນວ່າເໝາະສົມໃນການບັນຊາເຮັດວຽກຮ່ວມກັບໝູ່ຄະນະເພື່ອສືບຕໍ່ເສີມຂະຫຍາຍເຮັດໃຫ້ວຽກງານແຮງງານມີຜົນສຳເລັດເປັນກ້າວຯ.

LEAVE A REPLY

Please enter your comment!
Please enter your name here