ສະຖາບັນການຕ່າງປະເທດຈັດພິທີປິດຊຸດຝຶກອົບຮົມວຽກງານການຕ່າງປະເທດ

0
1327

ໃນວັນທີ 25 ມີນາ2021, ທີ່ສະຖາບັນການຕ່າງປະເທດ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານການຕ່າງ ປະເທດ ໃຫ້ແກ່ພະນັກງານພະແນກການຕ່າງປະເທດແຂວງ ແລະນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມທັງບັນດາຫົວຫນ້າກົມ,ຄະນະກົມ, ວິທະນາກອນ ແລະ ນັກສຳມະນາກອນຂອງຊຸດຝຶກອົບຮົມທັງຫມົດ 50 ທ່ານ.


ຊຸດຝຶກອົບຮົມວຽກງານຕ່າງປະເທດ ແມ່ນໄດ້ດຳເນີນມາແຕ່ວັນທີ 15 ມີນາ 2021 ເປັນຕົ້ນມາ, ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກພະແນກການຕ່າງປະເທດແຕ່ລະແຂວງທົ່ວປະເທດ ທັງຫມົດ 20 ທ່ານ, ຍິງ 03 ທ່ານ. ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນຫນຶ່ງໃນກິດຈະກຳ ທີ່ໄດ້ຮັບການສະຫນັບສະຫນູນຈາກມູນນິທິອາຊີ, ເພື່ອເປີດໂອກາດໃຫ້ແກ່ພະນັກງານທີ່ເຮັດວຽກໃນຂະແຫນງການຕ່າງປະເທດໄດ້ຮຽນຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບເອກະສານຕ່າງໆດ້ານວິຊາການໃນການເຄື່ອນໄຫວວຽກງານການຕ່າງປະເທດ ເພື່ອແນໃສ່ສ້າງຄວາມເຂົ້າໃຈທີ່ເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຂະແຫນງການຕ່າງປະເທດ ລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ທ່ານ ໄມ ໄຊຍະວົງສ໌, ຫົວຫນ້າສະຖາບັນການຕ່າງປະເທດ, ໄດ້ຂຶ້ນກ່າວສະຫລຸບລາຍງານຜົນການຝຶກອົບຮົມຕະຫລອດໄລຍະ 10 ມື້ທີ່ຜ່ານມາ, ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ວຽກງານວິຊາສະເພາະການຕ່າງປະເທດຫລາຍດ້ານທີ່ຈຳເປັນເຊັ່ນ: ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານໃນແຕ່ລະໄລຍະ, ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ນະໂຍບາຍການຄ້າ ແລະ ສິດທິພິເສດຕ່າງໆ ທີ່ ສປປລາວໄດ້ຮັບ, ແຜນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະໃຫມ່, ສິດທິມະນຸດ, ການຕ້ານການຟອກເງິນ, ການຄ້າມະນຸດ, ວຽກງານຊາຍແດນ, ວຽກງານອາຊຽນ, ວຽກງານການຂ່າວ, ວຽກງານພິທີການ, ວຽກງານກົງສູນ, ການເຄື່ອນໄຫວການທູດໃນຊ່ອງທາງຕ່າງໆເຊັ່ນ: ການທູດປະຊາຊົນ, ການທູດເສດຖະກິດ ແລະ ການເຈລະຈາການທູດ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ແຕ່ລະຫົວຂໍ້ຂອງການຝຶກອົບຮົມ ແມ່ນໄດ້ເຊື້ອເຊີນເອົານັກວິທະຍາກອນ ຈາກຫລາຍພາກສ່ວນ ມາຂຶ້ນຫ້ອງບັນຍາຍເປັນຕົ້ນ: ບັນດາທ່ານທູດອາວຸໂສບຳນານ, ກົມທີ່ກ່ຽວຂ້ອງຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກົມກິດຈະການການເມືອງ ແລະ ກົມຕ່າງໆພາຍໃນກະຊວງການຕ່າງປະເທດ. ເຖິງວ່າຊຸດຝຶກອົບຮົມຄັ້ງນີ້ຈະມີໄລຍະສັ້ນ ແຕ່ເນື້ອໃນຫລັກສູດ ລ້ວນແລ້ວແຕ່ມີຄວາມສຳຄັນ ແລະ ໄດ້ກັ່ນຕອງເອົາບັນດາຫນ້າວຽກທີ່ເປັນຫມາກຫົວໃຈຂອງວຽກງານໃນຂະແຫນງການຕ່າງປະເທດ, ເຊິ່ງເປັນການປະກອບອາວຸດທີ່ແຫລມຄົມ ໃຫ້ແກ່ພະນັກງານທ້ອງຖິ່ນນຳໄປຫມູນໃຊ້ເຂົ້າໃນວຽກງານຕົວຈິງ.

ໃນຕອນທ້າຍຂອງພິທີ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຜູ້ເຂົ້າຮັບການຝຶກອົບຮົມ ເອົາໃຈໃສ່ ແລະ ສືບຕໍ່ເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ໄປປະຕິບັດ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າໃນຫນ້າທີ່ວຽກງານຂອງຕົນ ເພື່ອຍາດແຍ່ງເອົາການພົວພັນ ຮ່ວມມືກັບສາກົນ, ສະກັດກັ້ນ ແລະ ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນ ເພື່ອພ້ອມກັນປະຕິບັດແນວທາງ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ມີຜົນສຳເລັດຢ່າງຈົບງາມ.

LEAVE A REPLY

Please enter your comment!
Please enter your name here