ຊາວໜຸ່ມອັດຕະປື ຮ່ວມຂະບວນຄາຣາວານ ຕາມຮອຍເຂດທີ່ໝັ້ນການປະຕິວັດ

0
1195

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງອັດຕະປື ໄດ້ເຂົ້າຮ່ວມຂະບວນຄາຣາວານ ທົ່ວແຂວງອັດຕະປື ເພື່ອຫວນຄືນເຂດທີ່ໝັ້ນການປະຕິວັດເຂດພາກໃຕ້ລາວ, ມີຄະນະນຳຂອງແຂວງ, ເມືອງ, ຄະນະຊາວໜຸ່ມແຂວງ, ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານຊາວໜຸ່ມ ຕະຫຼອດຮອດບັນດາສະມາ ຊິກຊາວໜຸ່ມ-ເຍົາວະຊົນ ອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ຖານທີ່ໝັ້ນການປະຕິວັດເຂດພາກໃຕ້ລາວ ບ້ານອຸດົມໄຊ ເມືອງສະໜາມໄຊ ແຂວງອັດຕະປື ໂດຍມີຈຸດປະສົງເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດ ຄົບຮອບ 66 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນເສຍອົງຄະ ແລະ ວັນເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ, ອີກອັນໜຶ່ງ ເພື່ອເປັນການຫວນຄືນມູນເຊື້ອປະຫວັດຄວາມເປັນມາ ໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນທັນວາ ຮັບຮູ້ເຂົ້າໃຈເຖິງມູນເຊື້ອດັ່ງກ່າວ,

ໃນພິທີໄດ້ຮັບຟັງການເລົ່າມູນເຊື້ອປະຫວັດຄວາມ ເປັນມາການສ້າງຕັ້ງຖານທີ່ໝັ້ນການປະຕິວັດເຂດພາກໃຕ້ລາວ ຈາກສະຫາຍນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ຮູ້ວ່າ: ເຖິງແມ່ນວ່າບັນດາວິລະບູລຸດ ແຕ່ລະໄລຍະ, ແຕ່ລະສະໄໝ ທີ່ມີຄວາມເກັ່ງກ້າສາມາດຕໍ່ສູ້ຂັບໄລ່ສັດຕູອອກຈາກຜືນແຜ່ນດິນລາວກໍຕາມ ແຕ່ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍໄດ້ກັບຄືນມາຮຸກຮານລາວຢ່າງໂຫດຫ້ຽມ, ປ່າເຖື່ອນ ແລະ ທະວີຄູນຂຶ້ນເລື້ອຍໆ ຍ້ອນມີການນຳພາຂອງພັກປະຊາຊົນ ປະຕິວັດລາວ ທີ່ສະຫຼາດສ່ອງໃສ, ໄດ້ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວເຕົ້າໂຮມຄວາມສາມັກຄີ, ບັນດານັກຮຽນ, ນັກສຶກສາ, ຊາວໜຸ່ມ-ໄວໜຸ່ມ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າແຕ່ເໜືອເຖິງໃຕ້ທີ່ມີນ້ຳຮັກຊາດ, ຮັກບ້ານເກີດເມືອງນອນ ກໍໄດ້ພ້ອມກັນລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຢ່າງດຸເດືອດຂ້ຽວຂາດ, ຮ່ວມທຸກສຸກ, ຄຽງບ່າ, ຄຽງໄຫຼ່ ແລະ ເສຍສະຫຼະເລືອດເນື້ອເພື່ອຍາດເອົາຜືນແຜ່ນດິນລາວອອກຈາກການປົກຄອງຂອງ ລະບອບລ່າເມືອງຂຶ້ນແບບໃໝ່ ຈົນສາມາດຍາດໄຊຊະນະ ແລະ ໄດ້ປະກາດສະຖາປະນາ ໃນວັນທີ 2 ທັນວາ 1975 ເປັນປະທດ ສປປ ລາວ.

ດ້ວຍເຫດການນັ້ນ, ການນຳຂອງແຂວງ ໄດ້ເຫັນຄວາມສຳຄັນຫຼາຍ ຈຶ່ງໄດ້ຈັດຂະບວນຄາຣາວານ ສູ່ຖານທີ່ໝັ້ນປະຕິວັດເຂດພາກໃຕ້ລາວໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ສະມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ສະມາຊິກເຍົາວະຊົນ-ອະນຸຊົນທັນວາ ຕະຫຼອດຮອດປະຊາຊົນຊາວແຂວງອັດຕະປື ໄດ້ຮູ້ເຖິງສະຖານທີ່ການປະຕິວັດເຂດພາກໃຕ້ລາວຢ່າງຈະແຈ້ງ.
(ຂ່າວ: ຄຳດິດ ມຽງລາວັນ)

LEAVE A REPLY

Please enter your comment!
Please enter your name here