ຖວທ ບໍລິຄໍາໄຊ ຈັດກິດຈະກຳສື່ມວນຊົນພາທ່ຽວພາຍໃນແຂວງ

0
1280

ກິດຈະກຳ ສື່ມວນຊົນພາທ່ຽວ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ບໍລິຄໍາໄຊ ເພື່ອສົ່ງເສີມການທ່ອງທ່ຽວ ‘’ ລາວທ່ຽວລາວ’’ ໄດ້ເລີ່ມຂຶ້ນໃນວັນທີ 20 ມີນາ 2021 ຢູ່ວັດພະທາດພະບາດ–ໂພນສັນ ເມືອງທ່າພະບາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ພ້ອມດ້ວຍສື່ມວນຊົນພາຍໃນແຂວງເຂົ້າຮ່ວມ.

ວັດພະທາດພະບາດ – ໂພນສັນ ເປັນວັດທີ່ໄດ້ຮັບການສ້າງຕັ້ງຂຶ້ນມາໄດ້ຫຼາຍທົດສະວັດແລ້ວ ແລະ ໄດ້ຖືກຮັບຮອງເປັນມໍລະດົກທາງດ້ານວັດທະນະທຳຂອງແຂວງບໍລິຄຳໄຊ ຕາມການລາຍງານຂອງທ່ານ ເຄນ ສານຸວົງ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄດ້ໃຫ້ຮູວ່າ: ປະຊາຊົນໄດ້ຄົ້ນພົບຫີນສີລາລຶກຢູ່ວັດຮ້າງມີທີ່ຕັ້ງຢູ່ພະລານຫີນເຊີ່ງໃນເມືອກ່ອນເອີ້ນວ່າ: ‘’ ໂຄກຈິກວຽງງົວ ‘’ ເດີ່ນວັດພະບາດໃນປະຈຸບັນ ໄດ້ຂຽນເລກ 902 ຫຼື ປີ ຄ.ສ 902 ແລະ ໃນບໍລິເວນດັ່ງກ່າວກໍ່ໄດ້ມີທາດນ້ອຍໜ່ວຍໜຶ່ງຕັ້ງຢູ່ແຕ່ບໍທັນຄົ້ນຄວ້າໄດ້ຈະແຈ້ງວ່າສ້າງຂຶ້ນມາແຕ່ເມື່ອໃດ ແລະ ໃຜເປັນຄົນສ້າງ.

ດັ່ງນັ້ນ, ຫຼາຍຄົນຈື່ງສັນນິຖານວ່າສ້າງຂຶ້ນໃນປີ ຄສ 902 ຕາມບັນທຶກໄວ້ ໃນຫີນສີລາລຶກນັ້ນ ມາໃນປີ 1974 ໂດຍພະຄູເພົ້າ ກໍ່ໄດ້ມປະຕິສັງຂອນພະທາດດັ່ງກ່າວຄືນ ແລະ ໄດ້ສ້າງພະທາດເຈດີອົງໃຫຍ່ກວມເອົາເຈດີອັນເກົ່ານັ້ນໄວ້ ເຊິ່ງມີຂະໜາດ ຄວາມສູງ 46 ແມັດ, ຕີນກວ້າງ 10 x 10 ແມັດ ເປັນສີລະປະ ແລະ ສະຖາປັດຕະຍະກຳສິນສະໄໝອານາຈັກລ້ານຊ້າງ, ລັກສະນະຄ້າຍຄືພະ ທາດອີງຮັງ ທີ່ ແຂວງສະຫວັນນະເຂດ ແລະ ພະທາດ ເຊີງຊຸມ ທີ່ ແຂວງສະກົນນະຄອນ ປະເທດໄທ ແລະ ຫ່າງຈາກພະທາດເຈດີ ປະມານ 20 ແມັດ ກໍ່ໄດ້ມີຮອຍພະພຸດທະບາດ ຍາວ 1,20 ແມັດ ແລະ ເລິກ 0,49 ແມັດ, ປາຍນິ້ວຕີນພຽງລຽບສະເໝີກັນ, ພື້ນຮອຍຕີນມີຮູບກົງຈັກ ດອກບົວຢູ່ເຄິ່ງກາງ ແລະ ມີຮູບສັດຢູ່ອ້ອມພື້ນຕີນ 108 ຊະນິດ.

ໂອກາດດຽວກັນ ຄະນະສື່ມວນຊົນຍັງໄດ້ໄປທ່ຽວຊົມ ວັດນາຄານິມິດໂພນສັນ ຕາມຕຳນານ ເລົ່າກັນມາວ່າ : ໃນອະດີດພຸດທະການມີພະຍານາກ, 2 ໂຕ ໄດ້ນິມົນພະພຸດທະເຈົ້າສັນເຂົ້າຢູ່ສະຖານທີ່ແຫ່ງນີ້ ແລະ ສະຖານທີ່ແຫ່ງນີ້ກໍ່ກາຍມາເປັນອະນຸສອນສະຖານບ່ອນສັນເຂົ້າຂອງພະພຸດທະເຈົ້າ ເຊິ່ງສະເດັດລົງມາໂຜດສັດໂລກທັງຫຼາຍໃນພູມີປະເທດນີ້ເມື່ອ 2540 ກວ່າປີ ແລະ ໄດ້ເຂົ້າໄປຢ້ຽມຊົມແຫຼ່ງທ່ອງທ່ຽວທາງທຳມະຊາດ ນໍ້າຕົກຕາດຊາຍ – ນ້ຳຕົກຕາດຊາຍ ເປັນສາຍນ້ຳທີ່ໄຫຼຜ່ານແກ້ງຫີນ, ຜ່ານຮ່ອມຜາ ແລະ ໂຕນໂດ່ງກວມຜາຊາຍສູງປະມານ 40 ແມັດ, ໄຫຼເຂົ້າໃສ່ຊ່ອງແຄບຢ່າງປະທັບໃຈໃນທາມກາງປ່າຕຶບໜາຂຽວງາມອຸ່ມທຸ່ມ ເຊິ່ງທ່ານສາມາດຕິດຕາມ ເສັ້ນທາງທີ່ມີເຄື່ອງໝາຍໄປສູ່ອ່າງອາບນ້ຳທີ່ເກີດຈາກທຳມະຊາດ ແລະ ຍ່າງຕາມລະດູແລ້ງໃນສາຍນ້ຳທີ່ມີດິນຊາຍ ຢູ່ໃນຜົ້ງຫ້ວຍຂອງຕາດ, ບໍລິມາດນ້ຳປ່ຽນແປງຕາມລະດູການ ງຽບ ແລະ ສະຫງົບ ນັບແຕ່ເດືອນທັນວາ ຫາ ເດືອນ ພຶດສະພາ ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດມາທ່ອງທ່ຽວສະຖານທີ່ແຫ່ງນີ້ຢ່າງຫຼວງຫຼາຍ, ສ່ວນໃນລະດູຝົນກະແສນ້ຳຈະ ໄຫຼແຮງໂດຍສະເພາະແຕ່ເດືອນສິງຫາ ຫາ ເດືອນກັນຍາ.

ວັນທີ 21 ສື່ມວນຊົນພາທ່ຽວໃນຄັ້ງນີ້ ໄດ້ໄປທ່ຽວຊົມຖໍ້ານາງຜົມຫອມ ແລະ ສວນມະຫາວົງ ເຊິ່ງມີກິດຈະກຳຫລາຍຢ່າງເຊັ່ນ : ຊິດເບັດ, ມີສະລອຍນໍ້າໄວ້ບໍລິການ ແລະ ເຮືອຖີບ ແລະ ການບໍລິການອື່ນໆອີກ. ສວນມະຫາວົງຫ່າງຈາກເທດສະບານເມືອງບໍລິຄັນປະມານ 7 ກິໂລແມັດ ແລະ ຫາດດອນຄູນ ເມືອງບໍລິຄັນ ກໍ່ເປັນອີກທາງເລືອກໜຶ່ງ ທີ່ນັກທ່ອງທ່ຽວ ທີ່ມັກການພັກຜ່ອນ ພົບປະສ້າງສັນ, ສະຖານທີ່ແຫ່ງນີ້ ເປັນບ່ອນທ່ອງທ່ຽວທີ່ເປີດຂຶ້ນໃໝ່ ດ້ວຍການລົງທຶນຂອງຜູ້ປະກອບການເອກະຊົນໂດຍກົງ ເຊິ່ງ ຕາມການໃຫ້ສຳພາດຂອງທ່ານ ສົມສັກ ໄຊຍະວົງ ຜູ້ລົງທຶນ ຮູ້ວ່າ: ການຕັດສິນໃຈລົງທຶນສ້າງ ແລະ ບູລະນະທຳມະຊາດ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ແຫ່ງນີ້ ແມ່ນຍ້ອນເຫັນທຳມະຊາດ ມີຄວາມສວຍສົດງົດງາມ ມີສາຍພູທີ່ເໝາະສົມແກ່ການເດີນທ່ຽວ, ມີແມ່ນ້ຳທີ່ໃສເຢັນ, ເສັ້ນທາງເຂົ້າເຖິງສະດວກ ບໍ່ໄກຈາກທາງຫລວງ,ໃນອະນາຄົດຈະສ້າງ ແຫລ່ງທ່ອງທ່ຽວທຳມະຊາດ ແຫ່ງນີ້ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ທີ່ສາມາດຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດອີກ.

ວັນທີ 22 ມີນາ, ຄະນະໄດ້ເດີນທາງໄປເມືອງປາກກະດິງ, ທ່ຽວຊົມວັດບ້ານດອນໄຊ ແລະ ເດີນທາງໄປລີສອດສາຍນໍ້າເທີນ, ທ່ຽວຊົມຕາດໄກ້, ທ່ຽວຊົມລີສອດວັງນໍ້າເຢັນ ແລະ ທ່ຽວຊົມຖໍ້າມັງກອນ ແລະ ສູນຫັດຖະກຳໂພນຕານ ເມືອງຄຳເກີດ.

ຂ່າວ : ວຽງສະຫວັນ

LEAVE A REPLY

Please enter your comment!
Please enter your name here