ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງຍຸຕິທຳຜູ້ໃໝ່

0
2087

ໃນວັນທີ 29 ມີນາ 2021 ຢູ່ກະຊວງຍຸຕິທຳ, ໄດ້ມີພິທີມອບ-ຮັບໜ້າທີ່ລັດຖະມົນຕີກະ ຊວງຍຸຕິທໍາ ລະຫວ່າງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ (ຜູ້ເກົ່າ) ແລະ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງຍຸຕິທຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີອາດີດການນໍາອາວຸໂສບໍານານ, ພະນັກງານ-ລັດຖະກອນຫລັກແຫລ່ງຂອງກະຊວງດັ່ງກ່າວ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້, ທ່ານ ໄຊສີ ສັນຕິວົງ ໄດ້ລາຍງານຜົນງານການຊີ້ນໍາ-ນໍາພາວຽກງານ ໃນໄລ ຍະ 5 ປີຜ່ານມາວ່າ: ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນວຽກງານສຳຄັນຕົ້ນຕໍ ໂດຍຕິດພັນກັບການນຳພາວຽກງານວິຊາສະ ເພາະ ໄດ້ປະສານສົມທົບກັບຄະນະພັກ-ອໍານາດການປົກຄອງ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ບັນດາມະຕິຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ, ມູນເຊື້ອຂອງພັກ, ຂອງຊາດ, ຂອງກອງທັບ, ກົດໝາຍ ແລະ ນິຕິກຳຕ່າງໆ ຂອງລັດ ໂດຍສະເພາະ ມະຕິສະບັບເລກທີ 037/ຄບສພ, ລົງວັນທີ 18 ມີນາ 2018 ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ມະຕິສະບັບເລກທີ 112/ກມສພ, ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບ ການດໍາເນີນຄະດີຕາມຂະບວນການຍຸຕິທຳ, ຊຶ່ງຜ່ານການສຶກສາອົບຮົມການເມືອງ-ນຳພາແນວຄິດ ແມ່ນສາມາດຕີຖອຍໄດ້ແນວຄິດ, ທັດສະນະທີ່ບໍ່ຖືກຕ້ອງ, ເຮັດໃຫ້ສະ ພາບແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມສະຫງົບ ແລະ ມີບັນຍາກາດດີ; ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກະຊວງຍຸຕິທຳ ສ່ວນຫລວງຫລາຍມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ອຸດົມການສັງຄົມນິຍົມຢ່າງໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຮັກສາໄດ້ຈັນຍາບັນ, ຈັນຍາທຳ ຂອງນັກກົດ ໝາຍ, ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຂະແໜງຍຸຕິທຳ ມີການຫັນປ່ຽນທີ່ຕັ້ງໜ້າ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີມີບາງຕອນສຳຄັນວ່າ: ໃນຕໍ່ໜ້ານີ້, ຄະນະພັກ-ຄະນະນໍາ ກະຊວງຍຸຕິທໍາ ຕ້ອງສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວຂະແໜງຍຸຕິທໍາໃຫ້ເລິກເຊິ່ງ ແລະ ເນື່ອງນິດລຽນຕິດ, ເຮັດໃຫ້ວຽກງານການເມືອງ-ແນວຄິດ ກາຍເປັນສາຍໄຍແດງສອດຫ້ອຍຢູ່ທຸກການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຂະແໜງການ; ເອົາການສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການແກ້ໄຂທັດສະນະ-ແນວຄິດທີ່ບໍ່ຖືກຕ້ອງ ແລະ ປະກົດການຫຍໍ້ທໍ້ ທີ່ເຄີຍເກີດຂຶ້ນຢູ່ໃນຖັນແຖວພະນັກງານ-ລັດຖະກອນຍຸຕິທໍາ, ສືບຕໍ່ສ້າງໃຫ້ມີບາດກ້າວຫັນປ່ຽນໃໝ່ທີ່ຕັ້ງໜ້າກ່ວາເກົ່າ ຢູ່ໃນຖັນແຖວພະນັກງານ-ລັດຖະກອນ; ເຮັດໃຫ້ນັກວິຊາການກົດໝາຍ ມີຄຸນທາດການເມືອງໜັກແໜ້ນ, ຍຶດໜັ້ນ ແລະ ເດີນຕາມອຸດົມການຂອງພັກ, ຮັບໃຊ້ປະຊາຊົນ, ປົກປ້ອງສິ່ງທີ່ຖືກຕ້ອງ-ຕໍ່ ຕ້ານສິ່ງທີ່ບໍ່ດີດ້ວຍຄວາມທ່ຽງທໍາ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ, ຍົກສູງປະສິດຕິພາບໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ, ການສ້າງ ແລະ ປັບປຸງກົດໝາຍຕ້ອງໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫລັກການຂອງພັກ, ສອດຄອ່ງກັບກົນໄກເສດຖະກິດຕະຫລາດຕາມທິດສັງຄົມນິຍົມ ແລະ ການເຊື່ອມໂຍງກັບພາກພື້ນ, ສາກົນ ໃນແຕ່ລະໄລຍະ, ຮັບປະກັນຫລັກວິຊາການ, ລັກສະນະວິທະຍາສາດ, ລັກສະນະຊາດ, ເປັນລະບົບຄົບຊຸດ, ຮັດກຸມກົມກຽວສາມາດຈັດຕັ້ງປະຕິບັດໄດ້. ປັບປຸງກົນໄກ, ຂັ້ນຕອນການສ້າງ ແລະ ປັບປຸງນິຕິກໍາໃຫ້ຮັດກຸມ, ສອດຄ່ອງກັບສະພາບການຕົວຈິງໃນແຕ່ລະໄລຍະ; ປະສານສົມທົບກັບບັນດາກະຊວງ-ອົງ ການ ແລະ ທ້ອງຖິ່ນ ບໍາລຸງຍົກລະດັບຄວາມຮູ້ທາງດ້ານກົດໝາຍ ແລະ ການສ້າງນິຕິກໍາ ໃຫ້ແກ່ຖັນແຖວບຸກຄະລາກອນ ທີ່ຮັບຜິດຊອບວຽກນິຕິກໍາ ຂອງແຕ່ລະພາກສ່ວນໃຫ້ມີຄວາມເຂັ້ມແຂງ, ມີຄວາມສາມາດໃນການສ້າງ ແລະ ປັບປຸງນິຕິກໍາ ໃຫ້ມີປະສິດທິຜົນ.

ຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here