ເມືອງແກ່ນທ້າວ ສະຫຼຸບ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ

0
1514

ກອງປະຊຸມສະຫຼຸບ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2021 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ພຸດດາວັນ ສີລິສົມບັດ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ, ທ່ານ ບຸນໂຮມ ໂພທິລັກ ຫົວໜ້າຫ້ອງການອຸດສາຫະກາ ແລະ ການຄ້າເມືອງ, ມີຄະນະກໍາມະການຕິດຕາມກວກາວຽກງານຄຸ້ມຄອງເງິນຕາຂັ້ນເມືອງ, ຫົວໜ້າໜ່ວຍບໍລິການທະນາຄານ ແລະ ບັນດາເຈົ້າຂອງຮ້ານແລກປ່ຽນເງິນຕາຢູ່ພາຍໃນເມືອງເຂົ້າຮ່ວມ 20 ກວ່າທ່ານ.

ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດໃນໄລຍະຜ່ານມາ ເຊິ່ງສະແດງໃຫ້ເຫັນດ້ານດີໃນການແກ້ໄຂບັນຫາ ການຕັ້ງລາຄາເກັບເງິນເປັນສະກຸນເງິນບາດ ມາເປັນເງິນກີບຂອງບັນດາວິສາຫະກິດປໍ້ານໍ້າມັນ, ບັນດາຫົວໜ່ວຍທຸລະກິດຫ້າງຮ້ານຂາຍເຄື່ອງຕາມທ້ອງຕະຫຼາດ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ໃຫ້ເຫັນບັນດາດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ແລະ ວາງທິດທາງແຜນການໜ້າທີ່ວຽກງານໃນຕໍ່ໜ້າ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນຕໍ່ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ ເຊິ່ງຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ໃຫ້ດີຂຶ້ນກວ່າເກົ່າເປັນຕົ້ນແມ່ນ ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ປຸກລະດົມຈິດໃຈຮັກຊາດ, ໂຄສະນາປູກຈິດສໍານຶກໃຫ້ພໍ່ແມ່ປະຊາຊົນຫັນມາໃຊ້ເງິນກີບ ໃຫ້ກ້ວາງຂວາງ ແລະ ທົ່ວເຖິງ.

ໃນກອງປະຊຸມທ່ານ ນາງ ພຸດດາວັນ ສີລິສົມບັດ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະ ຮຽກຮ້ອງໃຫ້ເພີ່ມທະວີເອົາໃຈໃສ່ວຽກງານການຄຸ້ມຄອງເງິນຕາຕ່າງປະເທດ, ເຊິດຊູຄວາມຮັບຜິດຊອບຂອງຕົນ, ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຜົນສຳເລັດເປັນຢ່າງດີ.
(ຂ່າວ: ຖວທ ແກ່ນທ້າວ)

LEAVE A REPLY

Please enter your comment!
Please enter your name here