ອ່ານກ່ອນຖືກຕົ້ມ! ຈາກທຸລະກິດເຄືອຂ່າຍ ທີ່ເນັ້ນການຫາລູກທີມ ແລະ ໂຄສະນາເກີນຈິງ

0
14898
ທ່ານຄວນວິເຄາະ ບັນຫາໃດແດ່ ກ່ອນຈະເຮັດທຸລະກິດເຄືອຂ່າຍ?
——————————–
ທຸລະກິດເຄືອຂ່າຍ ຫຼື ຕ໋ອງໂສ້ ແມ່ນເປັນຮູບແບບການຂາຍຕົງ ທີ່ເນັ້ນ ໃຫ້ຜູ້ຂາຍ ເປັນຜູ້ໂຄສະນາສິນຄ້າ ໄປໃນຕົວ. ການອອກແບບທຸລະກິດນີ້ ເຮັດໃຫ້ ຜູ້ຜະລິດສິນຄ້າ ລຸດຜ່ອນຕົ້ນທືນ ໃນການໂຄສະນາ ແຕ່ ຈະໃຊ້ວິທີການ ໃຫ້ຜູ້ບໍລິໂພກ ທີ່ຕ້ອງການມີລາຍຮັບ ເປັນຜູ້ໂຄສະນາ ແລະ ຂາຍ ໄປໃນຕົວ. ທຸລະກິດແບບນີ້ ບໍ່ແມ່ນຫາກໍ່ເກີດ ໃນລາວ ແຕ່ມີມາໄດ້ຫຼາຍສີບປີ.
ບາງບໍລິສັດ ກໍ່ຢູ່ລອດ ຍ້ອນຄວາມໂປ່ງໃສ ຂອງແຜນການຕະຫຼາດ ແລະ ສິນຄ້າທີ່ມີຄຸນນະພາບແທ້. ແຕ່ບາງບໍລິສັດ ກໍ່ເປັນພຽງການແອບອ້າງ ແລະ ສວຍໃຊ້ ແຜນການຕະຫຼາດ ເພື່ອການໂກຍເອົາເງິນ ຈາກການລົງທະບຽນ ຫຼື ຊື້ສິນຄ້າ ທີ່ແພງເກີນຄວາມເປັນຈິງ.
ໂດຍສ່ວນໃຫຍ່ ສິນຄ້າຂອງທຸລະກິດຂາຍຕົງ ຫຼື ເຄືອຂ່າຍ ແມ່ນຈະແພງ ຖ້າທຽບໃສ່ກັບ ຕົ້ນທຶນການຜະລິດຕົວຈິງ ຂອງສິນຄ້າ. ສາເຫດທີ່ຂາຍແພງ ເນື່ອງຈາກ ແຜນການຕະຫຼາດ ທີ່ວາງໄວ້ ຕ້ອງໄດ້ມີການແບ່ງຜົນກຳໄລ ຕາມຊັ້ນຕ່າງໆ ຂອງສະມາຊິກ. ແຕ່ສິ່ງທີ່ ຫຼາຍໆບໍລິສັດ ໄດ້ກຳໄລ ແມ່ນມາຈາກກົນໄກ ການບັງຄັບ ໃຫ້ຊື້ຊ້ຳ ແລະ ໃຫ້ມີການແນະນຳການຊື້ຕໍ່.
ຫຼາຍໆ ບໍລິສັດ ເວລາເຮັດການໂຄສະນາຊວນເຊື່ອ ແມ່ນຈະບໍ່ໄດ້ອະທິບາຍໝົດ ລະອຽດ ວ່າຂັ້ນຕອນ ແລະ ເງື່ອນໄຂ ກ່ອນຈະໄດ້ເງິນ ແຕ່ລະອັນນັ້ນ ມີຫຍັງແດ່, ແຕ່ກົງກັນຂ້າມ ຈະອະທິບາຍ ແບບລວມໆ ເອົາແຕ່ສິ່ງດີງາມ ມາເວົ້າ ແຕ່ຈະບໍ່ເວົ້າບັນຫາ ແລະ ຂໍ້ຫຍຸ້ງຍາກ ຫຼື ເງື່ອນໄຂ ທີ່ສະມາຊິກຕ້ອງໄດ້ເຮັດ.ດ້ວຍເຫດນີ້, ຜູ້ທີ່ເຮັດທຸລະກິດເຄືອຂ່າຍ ຈະເລີ່ມ ຮູ້ສຶກວ່າ ການເຮັດທຸລະກິດ ແບບນີ້ ບໍ່ໄດ້ງ່າຍດັ່ງທີ່ໂຄສະນາໃນເບື້ອງຕົ້ນ. ຕໍ່ກັບບັນຫານີ້ ຮັກລາວ ຈິ່ງຢາກໃຫ້ຜູ້ທີ່ກຳລັງຈະເຮັດທຸລະກິດ ເຄືອຂ່າຍໃດໜື່ງ ໄດ້ຄຳນຶງບັນຫາຕ່າງໆດັ່ງນີ້:
1. ເປັນຫຍັງຕ້ອງມີຄ່າລົງທະບຽນ?: ນີ້ເປັນເງິນມະຫາສານ ທີ່ບໍລິສັດຈະໄດ້ ແບບຟຣີໆ ກະວ່າໄດ້. ແລະ ຜູ້ທີ່ຫາມາໃຫ້ ກໍ່ແມ່ນສະມາຊິກ. ຍົກຕົວຢ່່າງງ່າຍໆ ຖ້າຄ່າລົງທະບຽນ ແມ່ນ ແສນກີບ, ຫາກພາຍໃນ 1ເດືອນມີຄົນມາສະໝັກ 1000 ຄົນ,ກໍ່ຈະໄດ້ເງິນໄປ 100,000,000 ກີບທັນທີ. ແບ່ງໃຫ້ຜູ້ແນະນຳ ປະມານ 20% ກໍ່ຈະຍັງ ປະມານ 80,000,000 ກີບເຂົ້າຖົງບໍລິສັດ. ແລ້ວ ທ່ານລອງເອົາມາຄູນກັບ 12 ເືດອນ ໝາຍຄວາມວ່າ ປີນັ້ນ ບໍລິສັດໄດ້ໄປລ້າໆ 960,000,000 ກີບ. ບໍລິສັດ ກໍ່ຈະສ້າງພາບ ແບບຫົວໃສ ໂດຍການແຈກເຮືອນ ແຈກລົດ ຈັກ ສອງສາມອັນກໍ່ໄດ້. ກໍ່ເອົາເງິນທີ່ໄດ້ມາຟຣີໆ ນີ້ລະໄປຊື້ໃຫ້ ເພື່ອລໍໃຈສະມາຊິກ ໃຫ້ຫຶກເຫີມ ຫາຄົນເຂົ້າຮ່ວມບໍລິສັດຕໍ່ໄປ.
2. ຕ້ອງມີຍອດການຊື້ແຕ່ລະເດືອນ?: ນີ້ເປັນອີກຂໍ້ບັງຄັບ ທີ່ຫຼາຍໆບໍລິສັດ ຈະບໍ່ແຈ້ງໃຫ້ຮູ້ ຕອນອະທິບາຍແຜນທຸລະກິດໃໝ່ໆ. ແຕ່ທ່ານຈະຮູ້ກໍ່ຕໍ່ເມື່ອເຮັດໄປແລ້ວ, ດ້ວຍຄວາມຢາກໄດ້ແດ່, ທ່ານກໍຈຳຕ້ອງໄດ້ຮັກສາຍອດຄະແນນ ປະຈຳເດືອນ. ສົມມຸດງ່າຍໆ: ບໍລິສັດກຳນົດ ໃຫ້ຮັກສາຍອດ ຄະແນະ 100 ຄະແນນ. ເຊິ່ງ ກວ່າຈະໄດ້ 100 ຄະແນນ ທ່ານອາດຕ້ອງໄດ້ຊືສິນຄ້າ ບໍ່ຕ່ຳກວ່າ 500,000 ຫຼື ຫຼາຍກວ່ານັ້ນ. ເອົາຕົວຢ່າງວ່າ ຫ້າແສນ ແມ່ນຕ່ຳສຸດ. ຖ້າວ່າ ໃນເດືອນນັ້ນ ເອົາຢ່າງຕຳ ມີສະມາຊິກ ປະມານ 2000 ຄົນ. ບໍລິສັດ ກໍ່ຈະສາມາດ ມີລາຍຮັບຕື່ມອີກ 1,000,000,000 ກີບ. ເຊິ່ງຫຼາຍຄົນ ອາດບໍ່ໄດ້ຄິດເຖິງຕົວເລກນີ້. ເພາະຄິດວ່າ ເຮົາເສຍໄປແຕ່ໜ້ອຍດຽວ. ແຕ່ພວກເຮົາລືມຄູນ ໃຫ້ຈຳນວນຄົນ. ສະນັ້ນ, ຕ້ອງຖາມໃຫ້ຊັດເຈນກັບກໍລະນີ້ເງື່ອນໄຂການຮັກສາຍອດ.
3. ເປັນຫຍັງຕ້ອງຫາສະມາຊິກເພີ່ມ?: ນີ້ເປັນກົນໄກ ຫຼື ໝາກຫົວໃຈຂອງທຸລະກິດເຄືອຂ່າຍຢູ່ແລ້ວ, ສະນັ້ນ, ຫາກທ່ານບໍ່ຫາສະມາຊິກ ກໍ່ຢ່າຫວັງ ວ່າທານຈະມີລາຍຮັບ.
4.ບໍລິສັດ ເປີດ ໃຫ້ຮ່ວມຫຸ້ນ ໂດຍມີຜົນກຳໄລ ປາຍປີສູງ, ແທ້ບໍ່? ຕ້ອງໄດ້ຕັ້ງຄຳຖາມ ແລະ ກັບໄປຫາ ຂໍ້ 2 ຂ້າງເທີງວ່າ ມີເງື່ອນໄຂຮັກສາຍອດ ເພື່ອຮັບຜົນກຳໄລບໍ່? ແລະ ສຳຄັນ ຕ້ອງສຶກສາໃຫ້ດີ ວ່າສິນຄ້າດີແທ້ບໍ່? ແລະ ຈະສາມາດຂາຍໄດ້ບໍ່? ແລະ ມີສິນຄ້າທີ່ຄືກັນ ໃນທ້ອງຕະຫຼາດ ທີດີກວ່າ ແລະ ລາຄາຖືກວ່າບໍ່? ອັນນີ້ຕ້ອງໄດ້ສືກສາຢ່າງລະອຽດ.
5. ຖາມຢ່າງເປີດໃຈໂລດວ່າ: ຄົນທີ່ມາເຮັດກ່ອນເຮົາ 50 ຄົນກ່ອນໜ້ານີ້ ໄດ້ເງິນແທ້ໆ ບໍ່? ຫຼືເປັນພຽງການຂີ້ໂມ້ ຫຼື ເວົ້າເກີນຄວາມຈິງ. ເພາະໄດ້ເຫັນປະສົບການຕົວຈິງແລ້ວ ບໍລິສັດບາງບໍໍລິສັດ ແມ່ນວາງແຜນ ໃຫ້ຜູ້ມາກ່ອນ ເວົ້າຕົວະ ກໍ່ຄື ເວົ້າວ່າຕົນມີລາຍຮັບສູງ ເພື່ອເປັນສິ່ງຈູງໃຈ ໃຫ້ຄົນຢາກເດີນຕາມ.
 
6. ຖາມກັບຜູ້ທີ່ແນະນຳທ່ານເຂົ້າບໍລິສັດວ່າ: ຄົນທີ່ລາວຊວນມາ ມີໃຜແດ່ປະສົບຜົນສຳເລັດ ແລະ ມີຈັກເປີເຊັນ? ເຂົາໄດ້ເງິນແທ້ບໍ່? ຫຼື ແນວໃດ?
7. ພວກເຮົາຈະຖືກຜູກມັດ ກັບສິນຄ້າອັນດຽວບໍ່? ແນ່ນອນ ເວລາທີ່ທ່ານຕ້ອງການຄະແນນ ຕ້ອງການມີລາຍຮັບຈາກການຈຳໜ່າຍ ທ່ານຈະຖືກຜູກມັດ ກັບສິນຄ້າຂອງບໍລິສັດ ນັ້ນ. ຍົກຕົວຢ່າງແມ້ແຕ່ ຢາສີແຂ້ວ, ສະບູ, ແຟບ ແລະ ອື່ນໆ ທ່ານຈະບໍ່ກ້າທີ່ຈະຊື້ ສິນຄ້າອື່ນໆ ເຊິ່ງບາງເທື່ອ ສິນຄ້າ ຂອງບໍລິສັດ ກໍ່ບໍ່ໄດ້ດີວິເສດ ແຕ່ທ່ານກໍ່ຕ້ອງໄດ້ ບັງຄັບໃຈຕົນເອງຊື້ ເພື່ອຄະແນນ ເພື່ອຫວັງຈະໄດ້ເງິນຄືນມາ.
8. ໄດ້ເຮືອນ, ລົດ ແລະ ໄປທ່ຽວ? ລອງນັບເບິ່ງວ່າ ມີຈັກຄົນທີ່ຈະໄດ້ໄປ ແລະ ເງື່ອນໄຂກ່ອນຈະໄດ້ໄປຕ້ອງເຮັດວຽກໜັກຊ່ຳໃດ?
9. ບໍລິສັດ ມີການອົບຮົມເລື້ອຍໆບໍ່? ແລະ ການອົບຮົມແຕ່ລະຄັ້ງ ຕ້ອງໄດ້ຈ່າຍຄ່າເຂົ້າຟັງບໍ່? ຖ້າຕ້ອງຈ່າຍຄ່າເຂົ້າຟັງ ນີ້ກໍ່ເປັນອີກ ການຫາລາຍຮັບ ຂອງບໍລິສັດນັ້ນ.
10. ທ່ານໄດ້ສົມກັບທີ່ທ່ານທຸ້ມເທລົງໄປບໍ່? ເວົ້າງ່າຍໆ ທ່ານໄດ້ໄປຊັກຊວນ ຍາດຕິພີ່ນ້ອງ ເພື່ອນມິດສະຫາຍ, ໃຜຍ່າງກາຍໜ້າ ກຽມການຈະດືງເຂົ້າມາເຮັດວຽກ, ທ່ານຈະຕ້ອງເວົ້າ ມື້ລະຫຼາຍໆຮອບ ເພື່ອໃຫ້ຄົເຂົ້າຮ່ວມ ແລ້ວ ທ່ານໄດ້ຫຍັງມາແດ່? ແລະ ຄົນທີ່ທ່ານພາມາເຂົາໄດ້ຫຍັງແດ່? ນີ້ເປັນຄຳຖາມທີ່ ຄວນຄິດໃຫ້ຖີ່ຖ້ວນ.
11. ເອົາບຸກຄົນທີ່ມີຊື່ສຽງໃນສັງຄົມມາແອບອ້າງ. ມີບາງບໍລິສັດ ແມ່ນແອບອ້າງ ເອົາບຸກຄົນສຳຄັນ ທີ່ພວກເຂົາເຫຼົ່ານັ້ນ ອາດບໍ່ໄດ້ເຮັດທຸລະກິດນຳຊ້ຳ ມາອ້າງວ່າ ເປັນບຸກຄົນທີ່ເຮັດທຸລະກິດນຳ. ບາງທຸລະກິດ ທີສິນຄ້າຄວາມງາມ ແລະ ສຸຂະພາບ ກໍ່ຈະເອົາ ບັນດາແພດໝໍ ມາອ້າງອີກ. ອັນນີ້ ກໍ່ໃຫ້ລະວັງ ແລະ ຢ່າເຊື່ອທັນທີເວລາທີ່ໄດ້ຍິນ. ບາງບໍລິສັດ ກໍ່ເອີຍຊື່ ນັກປາດ ສາສະດາຈານ ຢູ່ໂລກໃດ ກໍ່ບໍ່ຮູ້ ວ່າເປັນຄົນຢູ່ເບື່ອງຫຼັງ. ອັນນີ້ ຍິ່ງຮ້າຍແຮງ. ແລະ ທີ່ຮ້າຍແຮງກວ່ານັ້ນ,​ ແມ່ນເອົາຜູ້ໃຫຍ່ ເອົາລະດັບຜູ້ເຮັດວຽກ ໃນລັດຖະບານ ໄປແອບອ້າງ, ຍິ່ງເປັນສິ່ງທີ່ຄວນ ສຶກສາໃຫ້ລະອຽດ.
ເອົາລະນໍ້,ກະທູ້ນີ້ ກໍ່ບໍ່ໄດ້ມີເຈດຕະນາ ໄປຖັບຖົມ ຫຼື ຕໍ່ຕ້ານບໍລິສັດໃດໆ ແຕ່ເນື່ອງຈາກ ເຫັນປະກົດການ ການຕົ້ມຕຸນທີ່ຄົນລາວ ຖືກຫຼອກ ຈາກຫຼາຍໆ ບໍລີສັດ ກໍ່ເລີຍຂຽນ ເພື່ອເປັນອີກແງ່ມູມໜຶ່ງ ໃຫ້ຄົນລາວໄດ້ສຶກສານຳກັນ.
ທ່ານໃດມີຄຳຖາມ ແລະ ຢາກປຶກສາ ກໍ່ອິນບ໋ອກມາຕື່ມກໍ່ໄດ້!
ສຸດທ້າຍນີ້, ກ່ອນຈະເຮັດທຸລະກິດ ເຄືອຂ່າຍ ຢ່າລື່ມ ຖາມຕົນເອງ 11 ຄຳຖາມຂ້າງເທີງເດີ! ເລື່ອງຢາກໄດ້ເງິນ ຜູ້ໃດ ກໍ່ຢາກໄດ້ ຢາກມີ,​ ແຕ່ໃຫ້ພິຈາລະນາ ຢ່າງຮອບຄອບ ເພາະບາງຄັ້ງ ຄວາມຢາກໄດ້ ອາດເຮັດໃຫ້ເຮົາເຮັດໃນສິ່ງທີ່ບໍ່ຖືກຕ້ອງ!
ໂດຍ: ຮັກລາວ
15 ທັນວາ 2014
——————————————
ໂທລະໂຄ່ງ ໃຫ້ຫຼາຍກວ່າຄຳວ່າໂຄສະນາ

LEAVE A REPLY

Please enter your comment!
Please enter your name here