ສປປ ລາວ ກຽມສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V

0
1468

ລັັດຖະບານ ແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈາກທຸກໆພາກສ່ວນ ໄດ້ປຶກສາຫາລືເພື່ອກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຂອງ ສປປ ລາວ ຄັ້ງທີ V ໃນປີ 2025. ກອງປະຊຸມປຶກສາຫາລືດັ່ງກ່າວ ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 30 ມີນາ 2021 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ທ່ານ ນາງ ມາລຽມ ເອ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກອົງການທີ່ບໍ່ສັງກັດລັດຖະບານ ແລະ ວິຊາການຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ພອນສະຫລີ ສຸກສະຫວັດ ກ່າວວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອນຳສະເໜີແຜນການຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ລວມທັງແຜນດຳເນີນງານ, ຄວາມຕ້ອງການທາງດ້ານບຸກຄະລາກອນ ແລະ ງົບປະມານ ແລະ ເພື່ອປຶກສາຫາລືກ່ຽວກັບຂົງເຂດການຮ່ວມມືກັບບັນດາຄູ່ຮ່ວມພັດທະນາຂອງ ສປປ ລາວ, ຄວາມອາດສາມາດໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດການສຳຫລວດ, ກົນໄກ ແລະ ວິທີການເຮັດວຽກຮ່ວມກັນໃນຕໍ່ໜ້າ.

ຂໍ້ມູນສະຖິຕິທາງດ້ານພົນລະເມືອງ ແມ່ນຂໍ້ມູນໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບການສ້າງແຜນນະໂຍບາຍຕ່າງໆໃນແຕ່ລະໄລຍະ ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030. ຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ຈັດຕັ້ງປະຕິບັດການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສມາແລ້ວ 4 ຄັ້ງ ໃນທຸກໆ 10 ປີ ເລີ່ມແຕ່ປີ 1985 ເປັນຕົ້ນມາ, ຄັ້ງຫລ້າສຸດແມ່ນປີ 2015 ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິແຫ່ງຊາດ ເປັນໃຈກາງໃນການຈັດຕັ້ງປະຕິບັດ ພາຍໃຕ້ການປະສານສົມທົບ ແລະ ຮ່ວມມືກັບບັນດາຂະແໜງການ ແລະ ຄູ່ຮ່ວມພັດທະນາ.

ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດການສຳຫລວດດັ່ງກ່າວ ໄດ້ສະໜອງຂໍ້ມູນທີ່ຈຳເປັນພື້ນຖານທາງດ້ານພົນລະເມືອງເຊັ່ນ: ຈຳນວນພົນລະເມືອງແບ່ງຕາມເພດ, ອາຍຸ, ສະພາບສົມລົດ, ຊົນເຜົ່າ, ສາສະໜາ, ການສຶກສາ, ສະພາບການຈ້າງງານ, ການເກີດ, ການຕາຍ, ການໂຍກຍ້າຍ, ຄຸນລັກສະນະທີ່ຢູ່ອາໄສ, ການນຳໃຊ້ທີ່ດິນ ແລະ ການເຂົ້າເຖິງການບໍລການດ້ານສັງຄົມອື່ນໆ ເຊິ່ງເປັນຂໍ້ມູນທີ່ສຳຄັນ ສຳ ລັບການຕິດຕາມ ແລະ ປະເມີນ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.
ໂດຍເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໃຫ້ຄວາມສຳ ຄັນ ແລະ ມີຄວາມມຸ່ງໝັ້ນອັນແຮງກ້າໃນການສືບຕໍ່ຈັດຕັ້ງປະຕິບັດ ການສຳຫລວດພົນລະເມືອງ ແລະ ທີ່ ຢູ່ອາໄສ ຄັ້ງທີ V ໃນປີ 2025 ໂດຍມີຈຸດປະສົງເພື່ອສືບຕໍ່ປັບປຸງຖານຂໍ້ມູນດ້ານພົນລະເມືອງແຫ່ງຊາດ ແລະ ສະໜອງຂໍ້ມູນໃຫ້ແກ່ການປະເມີນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ປີ 2021-2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ທ່ານ ນາງ ພອນສະຫລີ ສຸກສະຫວັດ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຮ່ວມມື ແລະ ການສະໜັບສະໜູນປະກອບສ່ວນຂອງບັນດາຄູ່ຮ່ວມພັດທະນາຈາກທຸກໆພາກສ່ວນ ຈະເປັນກຳລັງແຮງທີ່ໃຫຍ່ຫລວງ ເພື່ອຈັດຕັ້ງປະຕິບັດການສຳຫລວດດັ່ງກ່າວ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຈະເປັນສ່ວນໜຶ່ງທີ່ສຳຄັນໃນການປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສະຖະຕິແຫ່ງຊາດ ໃຫ້ກ້າວສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ.

ຂ່າວ: ສິງຄຳ, ພາບ: ເກດສະໜາ – ຂປລ

LEAVE A REPLY

Please enter your comment!
Please enter your name here