ເປີດນໍາໃຊ້ຢ່າງເປັນທາງການແລ້ວ ເສັ້ນທາງເບຕົງບ້ານວັງປາ ເມືອງແກ່ນທ້າວ

0
2416

ພິທີ ເປີດການນໍາໃຊ້ເສັ້ນທາງເບຕົງ ຮູບແບບມີສ່ວນຮ່ວມ ລະຫວ່າງພາກລັດ ກັບປະຊາຊົນ ບ້ານວັງປາ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2021 ນີ້, ຢູ່ທີ່ບ້ານດັ່ງກ່າວ.

ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ, ທ່ານ ອໍາຄາ ລັດສະໝີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ນັກທຸລະກິດຜູ້ປະກອບການ, ນາຍບ້ານ ແລະ ອົງການປົກຄອງບ້ານວັງປາ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ໄດ້ລາຍງານວ່າ: ໂຄງການກໍ່ສ້າງທາງເບຕົງບ້ານວັງປາ ແມ່ນໂຄງການໜຶ່ງ ທີ່ຄະນະພັກ, ອົງການປົກຄອງເມືອງ ໄດ້ກໍານົດເຂົ້າຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແຕ່ປີ 2019-2024, ພາຍຫຼັງ ທີ່ໄດ້ກໍານົດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງແລ້ວ,

ຄະນະພັກ, ອົງການປົກຄອງເມືອງ ໄດ້ຄົ້ນຄວ້າປຶກສາຫາລື ແລະ ມອບໝາຍໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ສໍາຫຼວດ-ອອກແບບ-ຄິດໄລ່ ການກໍ່ສ້າງທາງເບຕົງຢູ່ແຕ່ລະເສັ້ນ, ແຕ່ລະບ້ານພາຍໃນເມືອງ ແລະ ຈັດລຽງບຸລິມະສິດລະອຽດຊັດເຈນ ແລ້ວໄດ້ຫັນເອົາບັນດານິຕິກໍາ ກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ ຕິດພັນກັບແຜນຄິດໄລ່-ອອກແບບໂຄງການດັ່ງກ່າວ ລົງເຜີຍແຜ່ເຊື່ອມຊຶມໃຫ້ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນແຕ່ລະບ້ານພາຍໃນເມືອງ ໂດຍສະເພາະບ້ານວັງປາ.

ຈາກນັ້ນ, ມອບໃຫ້ບ້ານຄົ້ນຄວ້າປຶກສາຫາລືຄວາມເປັນໄປໄດ້ໃນການກໍ່ສ້າງ ໂດຍອີງໃສ່ທ່າແຮງຂອງບ້ານເປັນບັນຫາສໍາຄັນ ໂດຍມີປະຊາຊົນພາຍໃນບ້ານເຂົ້າຮ່ວມຄົ້ນຄວ້າປຶກສາຫາລື ແລະ ຕົກລົງກັນ ເພາະການກໍ່ສ້າງດັ່ງກ່າວ ດ້ານງົບປະມານ ນັບທັງວັດສະດຸ, ອຸປະກອນ, ແຮງງານໃນການກໍ່ສ້າງ ແມ່ນປະຊາຊົນພາຍໃນບ້ານ, ສ່ວນແຂວງຊ່ວຍຊີມັງ 100 ໂຕນ, ເມືອງຊ່ວຍເຄື່ອງປະສົມເບຕົງ, ວິຊາການກໍ່ສ້າງ ພ້ອມທັງອໍານວຍຄວາມສະດວກ ແລະ ຕິດຕາມກວດກາໃນການກໍ່ສ້າງຈົນສໍາເລັດ.

ໂຄງການກໍ່ສ້າງທາງເບຕົງ ແບບມີສ່ວນຮ່ວມ ເສັ້ນທາງຜັງບ້ານວັງປາ ຮ່ອມ 7, ຮ່ອມ 8 ແລະ ຮ່ອມ 14 ລະຫວ່າງ ພາກລັດ ກັບປະຊາຊົນ ມີລວງຍາວທັງໝົດ 330 ກວ່າແມັດ, ມູນຄ່າ 226.900.000 ກວ່າກີບ, ໃນນີ້, ທຶນຂອງພາກລັດ (ແຂວງຊ່ວຍຊີມັງ) 100 ໂຕນ ມູນຄ່າ 99.000.000 ກີບ ເທົ່າກັບ 44 % ແລະ ທຶນຂອງປະຊາຊົນ 127.900.000 ກວ່າກີບ ເທົ່າກັບ 56%. ເຊິ່ງຮ່ອມ 7 ມີລວງຍາວ 49 ແມັດ, ຮ່ອມ 8 ຍາວ 252 ແມັດ ແລະ ຮ່ອມ 14 ຍາວ 35 ແມັດ ແຕ່ລະຮ່ອມກວ້າງ 5 ແມັດ, ໜາ 15 ຊັງຕີແມັດ.

ໂອກາດນີ້, ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ໄດ້ມີຄໍາເຫັນໂອ້ລົມ ແລະ ເປີດການນໍາໃຊ້ເສັ້ນທາງເບຕົງບ້ານວັງປາ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຢ່າງເປັນທາງການ ພ້ອມທັງໃຫ້ກຽດລັ່ນຄ່ອງ 9 ບາດ ແລະ ຕັດລິບບິນ ເປີດນໍາໃຊ້ເສັ້ນທາງຢາງເປັນທາງການ.

ຂ່າວ: ແກ່ນທ້າວ

LEAVE A REPLY

Please enter your comment!
Please enter your name here