ພະຍຸລະດູຮ້ອນຖະຫຼົ່ມ 3 ບ້ານຂອງເມືອງພຽງ ເສຍຫາຍໜັກ

0
2086

ໄຊຍະບູລີ: ກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ, ເມືອງ ພຽງແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນວັນທີ 28 ມີນາ 2021 ນີ້, ເວລາ 18 ໂມງ 30 ນາທີ ໄດ້ເກີດມີລົມພະຍຸພັດເຮືອນຂອງປະຊາຊົນ 3 ບ້ານ ໄດ້ຮັບຜົນເສຍຫານ ລວມມູນຄ່າເກືອບ 2 ຕື້ກວ່າກີບ. ໃນວັນທີ 31 ມີນາ 2021 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງພຽງ ໄດ້ລົງກວດກາເບິ່ງຜົນເສຍຫາຍຕົວຈິງຢູ່ເຂດທີ່ຖືກຜົນກະທົບດັ່ງກ່າວ, ພ້ອມທັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາ ແລະ ເກັບກໍາຂໍ້ມູນຜົນເສຍຫາຍຂອງປະຊາຊົນ ແລະ ບໍລິສັດທີ່ປູກກ້ວຍຄືນໃຫ້ລະອຽດ ພ້ອມທັງສັງລວມລາຍງານຫາຂັ້ນເທິງຕາມຂັ້ນຕອນ ແລະ ໃຫ້ການຊ່ວຍເຫລືອເບື້ອງຕົ້ນ ແກ່ຄອບຄົວທີ່ຖືກກະທົບໜັກຢ່າງຮີບດ່ວນ.

ສຳລັບ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍຢູ່ 3 ບ້ານ, ມີ 8 ຄອບຄົວ, ຈໍານວນ 25 ຄົນ, ຊັບສິນຂອງລັດ 3 ແຫ່ງ ແລະ ສວນກ້ວຍ 2 ບໍລິສັດເສຍຫາຍຢ່າງໜັກໜ່ວງ ຄື: ບ້ານ ນາແລ ໄດ້ຮັບຜົນກະທົບ 5 ຄອບຄົວ, ມູນຄ່າຜົນເສຍຫາຍ 11 ລ້ານກວ່າກີບ, ບ້ານ ວັງຄໍາ 2 ຄອບຄົວ, ມູນຄ່າຜົນເສຍຫາຍ 1 ລ້ານກວ່າກີບ ແລະ ບ້ານໜອງບົວທອງ ມີ 1 ຄອບຄົວ, ມູນຄ່າເສຍຫາຍ 2 ແສນກວ່າກີບ, ໂຮງຮຽນປະຖົມໂພນຊຽງ ເສຍຫາຍມູນຄ່າເສຍຫາຍ 2 ລ້ານກວ່າກີບ, ໂຮງຮຽນປະຖົມນາແລ ເສຍຫາຍມູນຄ່າ 1 ລ້ານກວ່າກີບ, ຫ້ອງການບ້ານ ນາແລ ມູນຄ່າ 3 ລ້ານກີບ, ສວນກ້ວຍຂອງບໍລິສັດ ບົວບານ ຖືກເສຍຫາຍເນື້ອທີ່ 63 ເຮັກຕາ, ຈໍານວນຕົ້ນກ້ວຍ 142.000 ຕົ້ນ, ລວມມູນຄ່າເສຍຫາຍ 16 ຕື້ກີບ, ບໍລິສັດ ຕາຄິງ 10 ເຮັກຕາ, ມີ 31.000 ຕົ້ນ, ມູນຄ່າເສຍຫາຍ 3 ຕື້ກວ່າກີບ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

LEAVE A REPLY

Please enter your comment!
Please enter your name here