ແຕ່ງຕັ້ງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ເປັນລັດຖະມົນຕີ ກະຊວງສາທາລະນະສຸກ ຜູ່ໃໝ່

0
2609

ໃນວັນທີ 1 ເມສາ 2021 ຢູ່ກະຊວງສາທາລະນະສຸກ, ໄດ້ມີພິທີມອບ-ຮັບໜ້າທີ່ລັດຖະ ມົນຕີກະຊວງສາທາລະນະສຸກ ລະຫວ່າງ ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ແລະ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ(ຜູ້ໃໝ່) ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາຄະນະພັກ-ຄະນະນໍາກະຊວງ ດັ່ງກ່າວເຂົ້າຮ່ວມ.
ທ່ານ ປອ. ດຣ. ບຸນແຝງ ໄດ້ກ່າວວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ລັດຖະບານ, ສະພາແຫ່ງຊາດ ກໍຄື ພະນັກງານສາທາລະນະສຸກທຸກພາກສ່ວນ ທີ່ໄວ້ວາງໃຈ ແລະ ມອບໜ້າທີ່ໃຫ້ຂ້າພະເຈົ້າ ເປັນລັດຖະມົນຕີກະຊວງສາທາລະນະສຸກ ເພື່ອຊີ້ນຳ-ນໍາພາວຽກງານສາ ທາລະນະສຸກ ໃນໄລຍະ 5 ປີຕໍ່ໜ້າ.

ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ໃໝ່)

ພ້ອມດຽວກັນ, ກໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບ ໃຈຢ່າງຈິງໃຈຕໍ່ ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ກໍຄືບັນດາການນຳກະຊວງສາທາລະນະສຸກຂັ້ນຕ່າງໆ ທີ່ໄດ້ອົບຮົມກໍ່ສ້າງ ຂ້າພະເຈົ້າດ້ວຍດີຕະຫລອດມາ ເຮັດໃຫ້ຂ້າພະເຈົ້າໄດ້ຫລໍ່ຫລອມ, ເຕີບໃຫຍ່ ກາຍເປັນພະນັກງານນຳພາຂັ້ນສູງຂອງຂະແໜງສາທາລະນະສຸກ, ຂ້າພະເຈົ້າ ຂໍຮັບເອົາການມອບໝາຍໜ້າທີ່ເປັນລັດຖະມົນຕີກະຊວງສາທາລະນະສຸກ ຕາມການມອບໝາຍໃນມື້ນີ້ດ້ວຍຄວາມເຕັມໃຈ ແລະ ປະຕິຍານວ່າ ຈະປະຕິບັດໜ້າທີ່ທີ່ຖືກມອບໝາຍນີ້ໃຫ້ດີທີ່ສຸດ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍທ່ານໄດ້ສະເໜີ ໃຫ້ລັດຖະມົນຕີຜູ້ໃໝ່ ກໍຄື ພະນັກງານ, ສະມາຊິກ ແລະ ພະນັກງານຫລັກແຫລ່ງທົ່ວກະຊວງສາທາລະນະສຸກ ໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້: ຕ້ອງເປັນເອກະພາບສູງນຳຂັ້ນເທິງ ບົນພື້ນຖານນັ້ນ ໃຫ້ບັນດາສະຫາຍເປັນເຈົ້າການເຮັດວຽກງານ ສຶກສາອົບຮົມນຳພາແນວຄິດຂອງພະນັກງານ ສະມາຊິກພັກ ພະນັກງານຫລັກແຫລ່ງ ທົ່ວກະຊວງສາທາລະນະສຸກ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ກ່ຽວກັບປ່ຽນແປງດັ່ງກ່າວ ຕ້ອງເດັດດ່ຽວສະກັດກັ້ນບໍ່ໃຫ້ມີການສວຍໂອກາດ ເພື່ອໃສ່ຮ້າຍປ້າຍສີທັບຖົມໂຈມຕີກັນ ໃນທາງບໍ່ດີ; ອັນໃດເປັນຜົນສຳເລັດ ທີ່ພວກສະຫາຍພ້ອມກັນຍາດມາໄດ້ ໃນການນຳພາຈັດຕັ້ງປະຕິບັດຜ່ານມາ ກໍໃຫ້ຍ້ອງຍໍ, ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ; ເອົາໃຈເປັນເຈົ້າການ ແລະ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເພື່ອໃນການປົກປັກຮັກສາຄວາມສະຫງົບພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນ ໃນຂົງເຂດສາທາລະນະສຸກ ສືບຕໍ່ເອົາໃຈໃສ່ໃສ່ຕ້ານ ແລະ ສະກັດກັ້ນ ທຸກກົນອຸບາຍເລ່ຫລ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກພາຍໃນຄະນະນຳ ກໍຄືພາຍໃນຄະນະພັກຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍພວກເຮົາ ຕະຫລອດເວລາ; ໃຫ້ບັນດາສະຫາຍສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ ຂອງກະຊວງພວກສະຫາຍ ໂດຍສະເພາະມູນເຊື້ອ ຄວາມສາມັກຄີ ເປັນເອກະພາບລະດັບສູງພາຍໃນຄະນະພັກຄະນະນຳ ສືບຕໍ່ເປັນຫລັກເປັນແຫລ່ງ, ເປັນຄັນທຸງ ແລະ ເປັນແກນນຳ ໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານສະມາຊິກພັກ;

ພ້ອມນັ້ນ, ບັນດາສະຫາຍ ຈະຕ້ອງໄດ້ຊ່ວຍ ແລະ ໃຫ້ການຮ່ວມມືສະໜັບສະໜູນ ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ທີ່ຈະເປັນໃຈກາງນຳພາ-ຊີ້ນຳ ຮັບຜິດຊອບຕໍ່ໜ້າທີ່ການເມືອງອັນສູງສົ່ງ ໃນນາມເປັນເລຂາຄະນະພັກກະຊວງ ກໍຄື ລັດຖະມົນຕີ ກະຊວງສາທາລະນະສຸກຜູ້ໃໝ່. ສິ່ງສຳຄັນແມ່ນຕ້ອງເອົາໃຈໃສ່ ປັບປຸງ ແລະ ປະຕິບັດລະບອບ, ແບບແຜນວິທີເຮັດວຽກທີ່ມີວິທະຍາສາດ, ປະຕິບັດລະບອບປະຊຸມປືກສາຫາລື ສ່ອງແສງລາຍງານພາຍຄະນະພັກຄະນະນຳເປັນປົກກະຕິ ເພື່ອສືບຕໍ່ນຳພາພະນັກງານສະມາຊິກພັກ ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຂົງເຂດສາທາລະນະສຸກ ໃຫ້ນັບມື້ໄດ້ຮັບຜົນສຳເລັດດີຂຶ້ນເລື້ອຍໆ. ພ້ອມກັນ ສືບຕໍ່ເອົາໃຈໃສ່ວຽກງານວິຊາສະເພາະ ເປັນຕົ້ນ ວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ; ວຽກງານຄວບຄຸມພະຍາດຕິດຕໍ່ ເປັນຕົ້ນ ພະຍາດໂຄວິດ-19, ເອດສ ແລະ ພະຍາດອື່ນໆ; ວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ; ວຽກງານຄຸ້ມຄອງຜູ້ບໍລິໂພກອາຫານ ແລະ ຢາ ທັງຕິດພັນການການບໍລິການ ແລະ ຮັບໃຊ້ປະຊາຊົນລາວບັນດາເຜົ່າ ໃຫ້ໄດ້ເຂົ້າເຖິງຕາໜ່າງສາທາລະນະສຸກຢ່າງທົ່ວເຖິງ ແລະ ເອົາໃຈໃສ່ວຽກງານອື່ນໆ ຕາມໜ້າທີ່ວິຊາສະເພາະຂອງຕົນ ໃຫ້ມີປະສິດທິຜົນດີຂຶ້ນເທື່ອລະກ້າວ.

ຂ່າວ: ມະນີທອນ
ພາບ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here