ເປີດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II

0
1531

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ນວ ຊຸດທີ II ເປີດຂຶ້ນຢ່າງເປັນທາງການ

  • ທ່ານ ອານຸພາບ ຕຸນາລົມ ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານສະພາ ນວ ອີກສະໄໝ,
  • ເລືອກຕັ້ງເອົາ ທ່ານ ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງນະຄອນຫຼວງວຽງຈັນຄົນໃໝ່.

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 1 ເມສາ 2021 ທີ່ສະພາແຫ່ງຊາດ (ຫຼັກ 6) ໂດຍການເປັນປະ ທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສສ ນວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມ ພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີບັນດາການນຳນະຄອນຫຼວງວຽງຈັນ, ສະມາຊິກສະພາ ແຫ່ງຊາດເຂດ 1 ນວ ສະມາຊິກສະພາປະຊາຊົນ ນດ ເຂົ້າຮ່ວມ.

ທ່ານ ອານຸພາບ ຕຸນາລົມ ໄດ້ຂຶ້ນກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ນວ ຊຸດທີ II ຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສຳຄັນພື້ນຖານ ຂອງ ນວ ເປັນຕົ້ນຮັບຟັງການລາຍງານ ຂອງຄະນະກຳມະການເລືອກຕັ້ງ ຂັ້ນ ນວ ກ່ຽວກັບຜົນ ສຳເລັດການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນ ນວ ຊຸດທີ II, ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງປະທານ, ການສະເໜີແຕ່ງຕັ້ງຮອງປະທານກຳມະການ ຄະນະປະຈຳ ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ຂອງສະພາປະຊາຊົນ ນວ ຊຸດທີ II, ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເຈົ້າຄອງ ນວ, ການສະເໜີແຕ່ງຕັ້ງຮອງເຈົ້າຄອງ ໂຄງ ປະກອບການຈັດຕັ້ງ ແລະ ສະມາຊິກຂອງອົງການປົກຄອງ ນວ, ພິຈາລະນາ ແລະ ຮັບຮອງເອົາ ການເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນ, ປະທານສານປະຊາຊົນພາກກາງ ແລະ ຫົວ ໜ້າອົງການໄອຍະການປະຊາຊົນ ນວ, ພິຈາລະນາ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ ຄັ້ງທີ 9 ຂອງ ນວ, ພິຈາລະນາ ແລະ ຮັບຮອງເອົາແຜນການ 5 ປີ ຂອງອົງການໄອຍະການປະຊາຊົນ, ສານປະຊາຊົນພາກກາງ ແລະ ແຜນການ 5 ປີ ຂອງອົງການ ໄອຍະການປະຊາຊົນ, ສານປະຊາຊົນ ນວ, ພິຈາລະນາ ແລະ ຮັບຮອງເອົາແຜນການ 5 ປີ ຂອງສະພາປະຊາຊົນ ນວ ຊຸດທີ 2, ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການກຳ ນົດຂອບເຂດ ແລະ ຫຼັກການປະເມີນຫົວໜ່ວຍລາຄາຜົນລະປູກ, ສິ່ງປຸກສ້າງ, ເນື້ອທີ່ດິນທີ່ຖືກຜົນກະ ທົບຈາກໂຄງການສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ເມືອງລ່ອງແຈ້ງ ຫາ ສະຖານີນາບົງ.

ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍສຳຄັນ ເພາະເປັນການພິຈາລະນາ ແລະ ຕົກລົງຮັບຮອງເອົາບັນຫາສຳຄັນພື້ນຖານຂອງ ນວ ໃນໄລຍະ 5 ປີຕໍ່ໜ້າ. ດັ່ງນັ້ນ, ຂໍຮຽກຮ້ອງມາຍັງບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ແລະ ບັນດາສະມາຊິກ ສະພາປະຊາຊົນ ນວ ຊຸດທີ II ຈົ່ງໄດ້ຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາ ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຄົ້ນຄ້ວາພິຈາລະນາ ແລະ ປະກອບ ຄຳເຫັນ ຢ່າງມີປະຊາທິປະໄຕ ເລິກເຊິ່ງມີຈຸດສຸມ ແລະ ຮັບປະກັນຄວາມຖືກຕ້ອງຕາມລະ ບຽບກົດໝາຍ ກ້າວໄປເຖິງການຕົກລົງ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງ ນວ ໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸໄດ້ ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາການເລືອກຕັ້ງ ທ່ານ ອານຸພາບ ຕຸນາລົມ ເປັນປະ ທານສະພາປະຊາຊົນ ນວ ຊຸດທີ II, ຮັບຮອງເອົາການເລືອກຕັ້ງ ທ່ານ ນາງ ລໍາພອຍ ສີອັກຄະຈັນ, ທ່ານ ບຸນທາມ ພຸດທະວົງສາ ເປັນຮອງປະທານສະພາປະຊາຊົນ ນວ ຊຸດທີ II, ຮັບຮອງເອົາການເລືອກຕັ້ງ ທ່ານ ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງ ນວ, ຮັບຮອງເອົາການເລືອກຕັ້ງ ທ່ານ ຈັນທີ ໂປລິວັນ ເປັນຫົວໜ້າ ອົງການໄອຍະການ, ທ່ານ ສົມສັກ ໄຕບຸນລັກ ເປັນປະທານສານປະຊາຊົນ ພາກກາງ ແລະ ທ່ານ ຄໍາສຸກ ແສງມີໄຊ ເປັນຫົວໜ້າອົງການໄອການປະຊາຊົນ, ທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານປະຊາຊົນ ນວ. ນອກຈາກນີ້, ກອງປະຊຸມໄດ້ຮັບຮອງເອົາຫົວໜ້າພະແນກການ ອົງການ ທຽບເທົ່າລັດ ພະແນກການຂັ້ນ ນວ ຕື່ມອີກ.

ຂ່າວ: ນາງ ແສງຈັນ

LEAVE A REPLY

Please enter your comment!
Please enter your name here