ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ່ II ຈະມີການພິຈາລະນາ 6 ບັນຫາສຳຄັນຂອງແຂວງ

0
1484

ກອງປະຊຸມຄັ້ງປະຖົມມະລືກ ຂອງສະ ພາປະຊາຊົນແຂວງຫຼວງພະບາງ ຊຸດທີ່ II ຈະດຳເນີນຂື້ນ ໃນລະຫວ່າງ ວັນທີ່ 7-9 ເມສາ 2021 ນີ້ ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະກົດໝາຍວ່າດ້ວຍສະພາປະຊາຊົນແຂວງ. ທ່ານ ກໍລະກັນ ພົມມະວົງ ຄະນະປະຈຳ ເລຂາ ທິ ການສະພາປະຊາຊົນແຂວງ ໄດ້ຖະແຫຼງຂ່າວກ່ຽວກັບ ການກະກຽມດຳເນີນກອງປະຊຸມ ວັນທີ່ 2 ເມສາ 2021 ນີ້ ວ່າ:

ສຳລັບວາລະຂອງການດຳເນີນກອງປະຊຸມຈະມີການຮັບຟັງ, ພິຈາລະນາ ແລະຮັບຮອງເອົາບັນຫາສຳຄັນຂອງແຂວງ ເປັນຕົ້ນ ຮັບຟັງການລາຍງານຜົນສຳເລັດ ຂອງການເລືອກຕັ້ງ ແລະຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນແຂວງຫຼວງພະບາງຊຸດທີ່ II, ພິຈາລະນາ ແລະຮັບຮອງເອົາໂຄງປະກອບກົງຈັກ ແລະບຸກຄະລາກອນ ຂອງສະພາປະຊາຊົນແຂວງ ຊຸດທີ່ II ເປັນຕົ້ນ: ເລືອກຕັ້ງປະທານສະພາປະຊາຊົນແຂວງ ຊຸດທີ່ II ຕາມການສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ່ I, ເລືອກຕັ້ງຮອງປະທານສະພາປະຊາຊົນແຂວງ ແລະກຳມະການ ຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ່ II ຕາມການສະເໜີຂອງປະທານສະພາປະຊາຊົນແຂວງ ຊຸດທີ່ II, ເລືອກຕັ້ງປະທານຄະນະກໍາມະການ, ເລຂາທິການ, ຮອງປະທານຄະນະກຳມະການ ຂອງສະພາປະຊາຊົນແຂວງ ຊຸດທີ່ II ຕາມການສະເໜີຂອງ ປະທານສະພາປະຊາຊົນແຂວງ ຊຸດທີ່ II, ພິຈາລະນາ ແລະຮັບຮອງເອົາການແຕ່ງຕັ້ງ ເຈົ້າແຂວງ-ຮອງເຈົ້າແຂວງ, ຮັບຟັງການລາຍງານໂດຍຫຍໍ້ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານ 5 ປີ (2016-2020), ແຜນການ 5 ປີ (2021-2025), ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີ (2016-2020) ແລະທິດທາງ ແຜນການ 5 ປີ (2021-2025) ຂອງອົງການໄອຍາການປະຊາຊົນແຂວງ ແລະສານປະຊາຊົນແຂວງ, ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີ (2016-2020) ແລະທິດທາງ ແຜນການ 5 ປີ (2021-2025) ຂອງຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ່ II, ໃນວາລະການດຳເນີນກອງປະຊຸມ ຈະໄດ້ເປີດໂອກາດ ໃຫ້ປະຊາຊົນລາວບັນດາເຜົ່າ ໃນທົ່ວແຂວງຫຼວງພະບາງ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອສະເໜີຄຳຄິດເຫັນ ອັນເປັນປະໂຫຍດ ຕໍ່ກອງປະຊຸມຜ່ານໂທລະສັບສາຍດ່ວຍ ໝາຍເລກ 071 156 ໂດຍບໄດ້ເສຍຄ່າ.

ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ພະນັກງານ, ທະຫານ-ຕໍ່ໍ່າຫຼວດ ແລະປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ຈົ່ງພ້ອມກັນຕິດຕາມ ແລະໃຫ້ການສະໜັບສະໜູນ ເພື່ອເຮັດໃຫ້ ການດຳເນີນກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ່ II ໃນເທື່ອນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະຄາດໝາຍທີ່ວາງໄວ້ ທຸກປະການ.

ຂ່າວ: ອາພຸດເດດ ບຸບຜາ

LEAVE A REPLY

Please enter your comment!
Please enter your name here