ກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຄົມສິລະປິນລາວ ໄດ້ຈັດຂຶ້ນຢ່າງເປັນທາງການ

0
2571

ກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຄົມສິລະປິນລາວ ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2021 ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີສິລະປິນແຫ່ງຊາດ, ສິລະປິນດີເດັ່ນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ສະຫລຸບວຽກງານການຈັດຕັ້ງປະຕິບັດ ຂອງສະມາຄົມສິລະປິນລາວ ໄລ ຍະຜ່ານມາ ເຫັນວ່າຍາດໄດ້ຜົນສຳເລັດເປັນກ້າວໆ ເຊິ່ງບັນດາສະມາຊິກສະມາຄົມສິລະປິນ ທັງທີ່ປະຈຳການ ແລະ ບໍ່ປະຈຳການ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ, ການປະດິດຄິດແຕ່ງເພງຮ້ອງ, ບົດຟ້ອນ, ດົນຕີ, ຂັບລຳ, ລະຄອນ, ກາຍະສິນ ແລະ ການສະແດງຕ່າງໆ ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ, ປະກອບສ່ວນເຂົ້າໃນ ການສຶກສາອົບຮົມໃຫ້ຄົນລາວ ມີແນວຄິດຮັກເຊື້ອແພງຊາດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ວຽກງານການຟື້ນຟູອະນຸລັກພັດທະນາ ແລະ ໂຄສະນາເຜີຍແຜ່ມູນເຊື້ອສິລະປະວັດທະນະທຳ ອັນດີງາມຂອງຊາດ-ຂອງເຜົ່າ ໄດ້ຮັບການຈັດຕັ້ງປະຕິບັດ.

ພິເສດໄດ້ຮ່ວມກັບ ໂທລະພາບແຫ່ງຊາດ ຈັດການສະແດງຄອນເສີດ “ອຸດທິຍານສວນສິນ“ ເປັນເວລາຫລາຍເດືອນ ເຮັດໃຫ້ສິລະປິນຫລາຍຄົນ ໄດ້ມີໂອກາດເຂົ້າຮ່ວມສະແດງ ໃນເວທີດັ່ງກ່າວ, ປະກອບສ່ວນສ້າງຄວາມສາມັກຄີ-ມິດຕະພາບ ແລະ ການແລກປ່ຽນທາງດ້ານສິລະປະການສະແດງກັບພາກພື້ນ ແລະ ສາກົນ ໄດ້ຢ່າງກ້ວາງຂວາງ ອັນໄດ້ປະກອບສ່ວນສ້າງວຽກເຮັດງານທຳ ສ້າງລາຍຮັບໃຫ້ແກ່ສິລະປິນ ແລະ ຜູ້ປະກອບການບັນເທິງ ແລະ ອື່ນໆ.

ສຳລັບທິດທາງແຜນການໃນຕໍ່ໜ້າ (2021-2025) ແມ່ນສືບຕໍ່ປັບປຸງການຈັດຕັ້ງບຸກຄະລາກອນ ແລະ ລະບອບລະບຽບໃນການເຄື່ອນ ໄຫວວຽກງານຂອງສະມາຄົມ ໃຫ້ມີລັກສະນະຄົບຊຸດ-ຮັດກຸມ ເພື່ອໃຫ້ເປັນບ່ອນອີງໃນການບໍລິຫານງານ ຊຸກຍູ້ການເຄື່ອນໄຫວຂອງສະມາ ຄົມໃຫ້ດີຂຶ້ນຢ່າງເປັນຮູບປະທຳ, ຝຶກອົບຮົມທາງດ້ານວິຊາການປະດິດແຕ່ງ-ການສະແດງ ຂອງຂະແໜງຕ່າງໆ ເພື່ອຍົກລະດັບທາງດ້ານວິຊາການສິລະປະການສະແດງ ໃຫ້ແກ່ສະມາຊິກສະມາຄົມ ແລະ ຖັນແຖວສິລະປິນ, ສືບຕໍ່ເຕົ້າໂຮມຊື່ສຽງ ແລະ ຜົນງານຂອງສິລະປິນລາວ ແຕ່ລະຍຸກສະໄໝເພື່ອໂຄສະນາເຜີຍແຜ່ ດ້ວຍການພິມປຶ້ມ-ວາລະສານ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານຂອງບັນດາສິລະປິນລາວ ແລະ ສະມາຄົມນັກສິນລະປິນລາວ ທີ່ຍາດໄດ້ຜົນສໍາເລັດຫລາຍດ້ານ ໂດຍສະ ເພາະການເຄື່ອນໄຫວຂອງສິລະປິນອາຊີບ, ເຄິ່ງອາຊີບ ແລະ ສະໝັກຫລິ້ນ ທີ່ໄດ້ສ້າງສັນສິລະປະ ການສະແດງ ເຊັ່ນ: ການປະດິດແຕ່ງ ແລະ ສະແດງສິລະປະ ປະເພດຕ່າງໆ ອອກສູ່ສັງຄົມເປັນປົກ ກະຕິ ສ້າງບັນຍາກາດຄວາມບັນເທິງ ມ່ວນຊື່ນໃຫ້ສັງຄົມລາວ, ເຊິ່ງສິລະປະວັນນະຄະດີ ແມ່ນສ່ວນໜຶ່ງທີ່ເຮັດໃຫ້ປະເທດຊາດ ໄດ້ຮັບການປົດປ່ອຍ ຕີຖອຍພວກຈັກກະພັດຜູ້ຮຸກຮານໄດ້ຢ່າງມີໄຊ ໃນໄລ ຍະສະໄໝຕໍ່ສູ້ກູ້ຊາດ.

ພ້ອມນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໃຫ້ທິດຊີ້ນຳຕໍ່ຄະນະບໍລິຫານງານ ສະມາຄົມສິລະປິນລາວຊຸດທີ II ໃຫ້ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ສິລະປິນ ມີໂອກາດຂະຫຍາຍຄວາມຮູ້ຄວາມສາມາດ ແລະ ພອນສະຫວັນຂອງຕົນ ເພື່ອຮັບໃຊ້ສັງຄົມ ແລະ ສ້າງສາພັດທະນາຕົນເອງ, ສົ່ງເສີມໃຫ້ມີບົດປະພັນປະດິດຄິດແຕ່ງ ແລະ ຜະລິດຕະພັນທາງດ້ານສິລະປະ ການສະແດງໃຫ້ຫລາກຫລາຍ ນັບທັງປະລິມານ ແລະ ຄຸນນະພາບ.

ຂ່າວ: ກິດຕາ, ພາບ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here