ໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໄດ້ມີພິທີມອບ-ຮັບລັດຖະມົນຕີ ກະ ຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
![](https://tholakhong.com/wp-content/uploads/2021/04/fb_img_16177007660271167301692899675302-1024x683.jpg)
ໃນພິທີ ທ່ານ ນາງ ວິໄລວັນ ເພັງສະຫວັດ ໄດ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານບັນດານິກຳຕ່າງໆ ເປັນຕົ້ນແມ່ນ ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 120/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກການ-ຮັບອູດໜູນບຳນານ ໂດຍອະນຸມັດໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ອອກພັກການ-ຮັບອຸດໜູນບຳນານ; ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 135/ປປທ ລົງວັນທີ 29 ມີນາ 2021 ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງໃຫ້ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນຕີ ກະຊວງການເງິນ (ຜູ້ໃໝ່) ແລະ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 285/ນຍ ລົງວັນທີ 2 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງ ທ່ານ ບຸນປອນ ວັນນະຈິດ ເປັນຮອງລັດຖະມົນຕີ ກະຊວງການເງິນຜູ້ໃໝ່.
![](https://tholakhong.com/wp-content/uploads/2021/04/fb_img_16177007639129135276011845780855.jpg)
ໃນພິທີໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ພັນຄຳ ວິພາວັນ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ກະຊວງການເງິນ ແມ່ນກະຊວງໜຶ່ງທີ່ສຳຄັນ ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງວຽກງານການເງິນ ແລະ ງົບປະມານແຫ່ງລັດ, ຂຸດຄົ້ນແຫລ່ງລາຍຮັບເຂົ້າງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງກົງຈັກພັກ-ລັດ, ຮັບໃຊ້ໃຫ້ແກ່ການພັດທະນາປະເທດ; ໃຫ້ເພີ່ມທະວີຂຸດຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນພາຍໃນ ແລະ ສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ນັບມື້ເພີ່ມ; ສຸມທຸກກຳລັງໃນການຫັນການເງິນເປັນທັນສະໄໝ; ຮັບປະກັນການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງກວ່າເກົ່າ; ເພີ່ມທະວີການຊີ້ນຳຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈຳປີ 2021; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຂອງຖັນແຖວພະນັກງານ; ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອຕອບສະໜອງກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ; ເພີ່ມທະວີການປະຕິບັດວິໄນການເງິນ ໃຫ້ມີຄວາມເຂັ້ມງວດ ໂດຍສະເພາະເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ເຂັ້ມງວດ ບໍ່ຈ່າຍນອກແຜນສ້າງໜີ້ສິນຄຸມເຄືອ ທີ່ຈະກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດການເງິນ ແລະ ເງິນຕາຂອງພວກເຮົາ; ສືບຕໍ່ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນຂະແໜງການເງິນ ຕ້ານຄວາມບໍ່ໂປ່ງໃສ; ແກ້ໄຂການສໍ້ລາດບັງຫລວງຂອງພະນັກງານການເງິນ ແລະ ການສວຍໂອກາດຍາດເອົາຜົນປະໂຫຍດສ່ວນຕົວ ແນວຄິດຄອງຄອຍແກ້ໄຂບັນຫາທີ່ແກ່ຍາວ ຄື ການແກ້ໄຂບັນຫາຄົນເຫລືອບໍ່ພໍ ປະສິດທິພາບການເຮັດວຽກຕ່ຳ ຄາດຄວາມກະຕືລືລົ້ນ ຂາດລະບຽບວິໄນ ແລະ ອື່ນໆ.
![](https://tholakhong.com/wp-content/uploads/2021/04/fb_img_1617700768213258745985521006940.jpg)
ຂ່າວ ສົມຫວັງ
ພາບ ເກດສະໜາ