ກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ IX ພິຈາລະນາຫຼາຍບັນຫາສໍາຄັນຂອງຊາດ

0
3526

ໃນຕອນແລງ ຂອງວັນທີ 9 ເມສາ 2021 ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ ກ່ຽວກັບຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ IX ມີເນື້ອໃນສຳຄັນບາງຕອນວ່າ:

ກອງປະຊຸມ ໂດຍໄດ້ຮັບກຽດຢ່າງສູງ ຮັບຟັງຄໍາເຫັນໂອ້ລົມ ແລະ ທິດຊີ້ນໍາຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ

ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ 5 ເອກະສານທີ່ສຳຄັນ ຄື:

1. ໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 28/ນຍ, ລົງວັນທີ 7 ເມສາ 2021 ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງນາຍົກ ແລະ ຮອງນາຍົກລັດຖະມົນຕີ;

2. ໄດ້ພິຈາລະນາຮ່າງແຜນດຳເນີນງານ ຂອງລັດຖະບານ ຊຸດທີ IX ໄລຍະ 5 ປີ 2021-2025
ຈຸດປະສົງ ຂອງແຜນດຳເນີນງານ ແມ່ນເພື່ອກໍານົດແຜນການເຄື່ອນໄຫວ ແລະ ວຽກງານຈຸດສຸມ ຂອງລັດຖະບານ ຊຸດທີ IX ໃນໄລຍະ 5 ປີ ໃຫ້ຈະແຈ້ງ, ເປັນລະບົບ, ມີຈຸດສຸມ, ຮັບປະກັນຄວາມເປັນເອກະພາບ, ການປະສານສົມທົບຢ່າງກົມກຽວ ລະຫວ່າງ ສູນກາງກັບທ້ອງຖິ່ນ ແນໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ; ພ້ອມທັງເປັນບ່ອນອີງໃຫ້ແກ່ການກໍານົດຄວາມຮັບຜິດຊອບ, ຍົກສູງຄວາມເປັນເຈົ້າການ, ຄວາມຕັດສິນໃຈ ຂອງສະມາຊິກລັດຖະບານ ໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ. ພ້ອມກັນນີ້ ແຜນດໍາເນີນງານຂອງລັດຖະບານ ສະໄໝທີ IX ຕ້ອງສອດຄ່ອງກົມກຽວກັບ ແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ແຜນດໍາເນີນງານຂອງສະພາແຫ່ງຊາດ ແນໃສ່ເພື່ອຮັບປະກັນການຊຸກຍູ້ເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວຊີ້ນໍາ-ນໍາພາຂອງສູນກາງພັກ ກັບ ການອໍານວຍຄວບຄຸມຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ.

3. ໄດ້ພິຈາລະນາຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX
ຈຸດປະສົງ ແມ່ນເພື່ອກຳນົດຫຼັກການ, ລະບອບ, ການພົວພັນ, ວິທີການ ແລະ ຂັ້ນຕອນ ໃນການແກ້ໄຂວຽກງານຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ແນໃສ່ຮັບປະກັນໃຫ້ການບັນຊາ-ຊີ້ນໍາ ແລະ ການແກ້ໄຂວຽກງານຂອງລັດຖະບານ ມີຄວາມກົມກຽວ, ວ່ອງໄວ, ໂປ່ງໃສ, ສອດຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
ສັງລວມແລ້ວ, ກອງປະຊຸມ ໄດ້ເຫັນດີຮັບຮອງດ້ານຫຼັກການ ຕໍ່ ຮ່າງແຜນດຳເນີນງານ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຄືນໃຫ້ສຳເລັດໂດຍໄວ ຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ມີຈຸດສຸມ, ແທດຕົວຈິງ, ສາມາດຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງທ່ານ ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ແລ້ວ, ຈະໄດ້ຮີບຮ້ອນເຜີຍແຜ່ ແລະ ຜັນຂະຫຍາຍ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ໂດຍສະເພາະ ກົນໄກຜ່ານປະຕູດຽວ, ກົນໄກການປະສານງານ, ຍົກສູງຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການປະຕິບັດພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ.

4. ຮ່າງເອກະສານ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນບັນຫາຮີບດ່ວນ ແລະ ບູລິມະສິດ ທີ່ພັກ-ລັດ ແລະ ທົ່ວສັງຄົມ ຕ້ອງໄດ້ຮ່ວມກັນແກ້ໄຂ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ເສດຖະກິດຂອງປະເທດ. ໃນຮ່າງວາລະແຫ່ງຊາດ ດັ່ງກ່າວ ໄດ້ກຳນົດຄວາມໝາຍ, ຄວາມສໍາຄັນ ແລະ ຄວາມຈໍາເປັນຮີບດ່ວນຂອງວາລະແຫ່ງຊາດ, ຈຸດປະສົງ ແລະ ລະດັບຄາດໝາຍ, ສາເຫດຂອງບັນຫາ ແລະ ທິດທາງການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ມາດຕະການແກ້ໄຂ ແລະ ກົນໄກການຈັດຕັ້ງປະຕິບັດ. ຜ່ານການປຶກສາຫາລື, ກອງປະຊຸມ ໄດ້ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງວາລະແຫ່ງຊາດ ດັ່ງກ່າວ ແລະ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບໜ່ວຍງານຊ່ວຍວຽກທ່ານ ນາຍົກລັດຖະມົນຕີ ປັບປຸງເອກະສານດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ທັງກຳນົດໃຫ້ຈະແຈ້ງ, ລະອຽດ ບັນຫາທີ່ຈະສຸມໃສ່ແກ້ໄຂ, ໃຫ້ມີຄາດໝາຍທາງດ້ານເວລາທີ່ຊັດເຈນ, ລວມທັງມາດຕະການແກ້ໄຂຕົວຈິງ ເພື່ອແກ້ໄຂຈຸດ ອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ. ພາຍຫຼັງປັບປຸງແລ້ວ ໃຫ້ນຳມາລາຍງານຕໍ່ ທ່ານ ນາຍົກລັດຖະມົນຕີ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ, ກ່ອນນຳສະເໜີກົມການເມືອງສູນກາງພັກ ແລະ ກອງປະຊຸມຄົບຄະນະຂອງຄະນະບໍລະຫານງານສູນກາງພັກ ໃນຂັ້ນຕໍ່ໄປ.

5. ຮ່າງເອກະສານ ວາລະແຫ່ງຊາດ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2021-2025

ບັນຫາຢາເສບຕິດ ເປັນບັນຫາລວມຂອງໂລກ ທີ່ມີຄວາມອັນຕະລາຍຮ້າຍແຮງ, ເປັນໄພຂົ່ມຂູ່ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ-ປອດໄພທາງສັງຄົມ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ຊຶ່ງເຊື່ອມໂຍງກັບບັນຫາການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ການຟອກເງິນ ແລະ ອາຊະຍາກຳອື່ນໆ. ໄລຍະຜ່ານມາ ເຖິງແມ່ນວ່າທຸກພາກສ່ວນໃນສັງຄົມ ໄດ້ສຸມຄວາມພະຍາຍາມແກ້ໄຂ ແຕ່ບັນຫາຢາເສບຕິດ ກໍ່ຍັງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ເລ່ຫຼ່ຽມການເຄື່ອນໄຫວລັກລອບຄ້າ-ຂາຍ, ຂົນສົ່ງ, ນໍາເຂົ້າສົ່ງອອກຢາເສບຕິດປະເພດຕ່າງໆ ກໍ່ນັບມື້ເລິກແລບແນບນຽນ ແລະ ຂະຫຍາຍເປັນວົງກວ້າງ ຊຶ່ງໄດ້ເຮັດໃຫ້ມີຜູ້ຕິດຢາເສບຕິດປະເພດຕ່າງໆ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ. ຈາກສະພາບດັ່ງກ່າວ, ລັດຖະບານເຮົາ ໄດ້ກຳນົດເປັນວາລະແຫ່ງຊາດ ເພື່ອດຳເນີນການແກ້ໄຂ ໃນໄລຍະ ປີ 2021-2025 ໃຫ້ມີຄວາມເຄັ່ງຮ້ອນ, ເຂັ້ມຂຸ້ນ, ໜັກແໜ້ນ-ແຂງແຮງ, ເລິກເຊິ່ງ, ເຄັ່ງຄັດ ແລະ ເປັນສະຕິ-ຄວາມຮັບຜິດຊອບ ຂອງທົ່ວສັງຄົມ ສູງຂຶ້ນກວ່າເກົ່າ ແລະ ມີການຫັນປ່ຽນ ຢ່າງຈະແຈ້ງ.

ກອງປະຊຸມ ໄດ້ເຫັນດີດ້ານຫຼັກການຮັບຮອງຮ່າງວາລະແຫ່ງຊາດດັ່ງກ່າວ ແລະ ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຄືນຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງວາລະ, ກົນໄກການຈັດຕັ້ງປະຕິບັດ, ການກຳນົດແບ່ງຄວາມຮັບຜິດຊອບ, ການກຳນົດຄາດໝາຍຕ່າງໆ ໃນແຕ່ລະໄລຍະ ແລະ ອື່ນໆ ໃຫ້ຄົບຖ້ວນແລະ ລະອຽດຈະແຈ້ງ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ແຜນການສັກຢາກັນ ພະຍາດ ໂຄວິດ-19 ຊຶ່ງທ່ານ ນາຍົກລັດຖະມົນຕີ ໄດ້ມີທິດຊີ້ໃຫ້ຄະນະສະເພາະກິດ ຖະແຫຼງຂ່າວໃຫ້ສັງຄົມ ຮັບຊາບຕື່ມ ເພື່ອເນັ້ນເຖິງຄວາມອັນຕະລາຍຂອງພະຍາດນີ້, ປຸກລະດົມສະຕິປ້ອງກັນຕົນເອງຈາກການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານ ກໍ່ຄືຄະນະສະເພາະກິດ ວາງອອກໃນແຕ່ລະໄລຍະ ຢ່າງເຂັ້ມງວດ, ໃຫ້ຄະນະສະເພາະກິດ ເຜີຍແຜ່ແຜນສັກວັກຊີນ ໃຫ້ຊັດເຈນ ເພື່ອຕີຖອຍຄວາມລັງເລຂອງ ເປົ້າໝາຍທີ່ຈະຮັບວັກຊີນ.

ໃນກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ສະມາຊິກລັດຖະບານ ນຳເອົາຜົນກອງປະຊຸມ ໄປຜັນຂະຫຍາຍເປັນແຜນລະອຽດ ແລະ ແຜນປະຕິບັດງານ ຂອງຂະແໜງການຕົນ, ທົບທວນຄືນ ແລະ ປັບປຸງ ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ທີ່ກ່ຽວຂ້ອງ ຖ້າເຫັນວ່າຈຳເປັນ. ພ້ອມກັນນີ້, ໄດ້ມີທິດຊີ້ນຳໃຫ້ເອົາໃຈໃສ່ວຽກງານຈຸດສຸມປະຈຳເດືອນເມສາ 2021 ດັ່ງນີ້:

  • 1. ໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ເປັນເຈົ້າໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ແກ້ໄຂ ແລະ ຈຳກັດສະພາບການນໍາໃຊ້ສື່ສັງຄົມອອນລາຍ ທີ່ເຄື່ອນໄຫວໂຄສະນາບິດເບືອນຄວາມເປັນຈິງ ແລະ ແນວທາງນະໂຍບາຍຂອງພັກ ແລະ ລັດ ໃຫ້ຫຼຸດລົງ;
  • 2. ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມສະພາບການພາກພື້ນ ແລະ ສາກົນ ຢ່າງໃກ້ຊິດ ໂດຍມີການວິເຄາະວິໄຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ແລະ ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອມີມາດຕະການຮັບມືທີ່ເປັນລະບົບ.
  • 3. ກະຊວງພາຍໃນ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນມອບໂອນກົງຈັກ, ພະນັກງານ ແລະ ວຽກງານໃຫ້ຂະແໜງການກ່ຽວຂ້ອງຕາມການຕົກລົງຂອງຄະນະເລຂາທິການສູນກາງພັກ ທັງກະກຽມພາລະບົດບາດສິດໜ້າທີ່ຂອງແຕ່ລະກະຊວງ-ອົງການ.
  • 4. ໃຫ້ກະຊວງແຜນການ ແລະ ການລົງທຶນ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອສືບຕໍ່ ແລະ ຮີບຮ້ອນປັບປຸງແກ້ໄຂ ນິຕິກຳ, ກົນໄກ ທີ່ຕິດພັນກັບບັນຫາສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນໄຂສະ ດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ. ພ້ອມນີ້, ກໍກວດກາຄືນ ແລະ ປັບປຸງ 8 ມາດຕະການຊຸກຍູ້ເສດຖະກິດ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ.
  • 5. ໃຫ້ກະຊວງການເງິນ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ຄົບຖ້ວນ ແລະ ທັນເວລາ;
  • 6. ໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ລວມທັງອັດຕາແລກປ່ຽນ ໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງໃນລະດັບທີ່ກໍານົດໄວ້; ກວດກາຄືນບັນດາມາດຕະການຈັດຕັ້ງປະຕິບັດຜ່ານມາ ແລະ ປັບປຸງໃຫ້ແທດເໝາະກັບສະພາບຕົວຈິງ.


  • 7. ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ກະກຽມ ແລະ ຊຸກຍູ້ຂະບວນການຜະລິດລະດູແລ້ງ ແລະ ລະດູຝົນ, ພ້ອມທັງກຽມໃນການຕ້ານແລ້ງ-ຕ້ານຖ້ວມ, ຕິດຕາມເຝົ້າລະວັງພະຍາດສັດ, ສັດຕູພືດ ທີ່ອາດຈະເກີດຂຶ້ນຕາມລະດູການ.
  • 8. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ຕິດຕາມຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ການອອກທະບຽນວິສາຫະກິດໃຫ້ວ່ອງໄວ, ຮັບປະກັນຫັນບັນດາຫົວໜ່ວຍທຸລະກິດ ເຂົ້າສູ່ລະບຽບ.
  • 9. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນ ແກ້ໄຂບັນຫາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າ ເພື່ອໃຫ້ມີຄວາມຄ່ອງຕົວດີຂຶ້ນ.
  • 10. ໃຫ້ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ຊີ້ນຳຊຸກຍູ້ ແລະ ຕິດຕາມ ການກະກຽມສອບເສັງຈົບຊັ້ນ ແລະ ເລື່ອນຊັ້ນ ປະຈຳສົກຮຽນປີ 2020-2021 ໃຫ້ໄດ້ຕາມແຜນການ; ເອົາໃຈໃສ່ຄຸ້ມຄອງຄູ, ອາຈານ, ນັກຮຽນ, ນັກສຶກສາ ໃຫ້ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ ໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.
  • 11. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສືບຕໍ່ໂຄສະນາສົ່ງເສີມການຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ, ຄົ້ນຄ້ວາ ແລະ ສະເໜີລັດຖະບານປະກາດໃຊ້ເຄື່ອງນຸ່ງປະຈຳຊາດຢ່າງເປັນທາງການ.
  • 12. ໃຫ້ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວີການຊີ້ນໍາ-ນຳພາ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2021 ແລະ ແຜນງົບປະມານແຫ່ງລັດ ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງ;
  • 13. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຮ່າງມະຕິຕົກລົງຂອງກອງປະຊຸມລັດຖະບານ ຄັ້ງປະຖົມມະລຶກ ສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ເພື່ອເປັນບ່ອນອີງໃນການຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.

ໃນຕອນທ້າຍ, ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ທິດຊີ້ນຳ ຈາກສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ທີ່ໄດ້ເນັ້ນ ໃຫ້ປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ, ກົມກອງ ແລະ ພະແນກການ ໃຫ້ເໝາະສົມ ລວມທັງ ຄົ້ນຄວ້າ ປັບປຸງກົງຈັກຢູ່ຂັ້ນທ້ອງຖິ່ນຮາກຖານ ໃຫ້ສອດຄ່ອງກັນ ບົນຈິດໃຈກະທັດຮັດ, ມີປະສິດທິພາບສູງ ແລະ ສາມາດກວດກາໄດ້, ລົບລ້າງການບໍລິຫານລັດ ທີ່ເປັນຂອດລະຫວ່າງກາງ, ມອບໜ້າທີ່ຮັບຜິດຊອບ ໃຫ້ບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ ແລະ ເຈົ້າແຂວງ ໃຫ້ລະອຽດຂຶ້ນກວ່າເກົ່າ; ຫັນການບໍລິຫານວຽກງານຂອງລັດ ໃຫ້ເຂົ້າສູ່ລະບຽບກົດໝາຍ ຢ່າງເຂັ້ມງວດ. ສະມາຊິກລັດຖະບານ ຕ້ອງເປັນຜູ້ຄິດ, ຄົ້ນຫາສິ່ງໃໝ່ໆ ໃນການບໍລິຫານວຽກ, ບໍລິຫານຄົນ ໃຫ້ຄ່ອງແຄ້ວ, ທັງຕ້ອງເປັນແບບຢ່າງທີ່ດີ, ເຮັດວຽກຍາມໃດກໍໃກ້ຊິດຕິດແທດຕົວຈິງກັບຮາກຖານ, ເປັນແບບຢ່າງໃນການປ່ຽນແປງສູ່ອັນໃໝ່, ສ້າງການຫັນປ່ຽນແບບບຸກທະລຸດ້ານຕ່າງໆ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ ທີ່ຕົນຊີ້ນຳບັນຊາໃຫ້ເຂົາກ້າຄິດ, ກ້າເຮັດໃນສິ່ງທີ່ຖືກກົດໝາຍ; ສະມາຊິກລັດຖະບານ ຕ້ອງກ້າຕັດສິນໃຈ ແລະ ກ້າຮັບຜິດຊອບ, ມີຄວາມຊື່ສັດບໍລິສຸດ, ຍົກສູງຜົນປະໂຫຍດສ່ວນລວມ, ຖືຜົນປະໂຫຍດຂອງປະຊາຊົນສູງກວ່າສິ່ງໃດ ແນໃສ່ເພີ່ມຄວາມເຫຼື້ອມໃສສັດທາຂອງປະຊາຊົນ ຕໍ່ພັກ-ລັດເຮົາ. ໃຫ້ລັດຖະບານ ສືບຕໍ່ປັບປຸງແກ້ໄຂຄວາມໂປ່ງໃສຂອງພະນັກງານ ຢ່າງແຂງແຮງກວ່າເກົ່າ.

ທັງໝົດນັ້ນ ແມ່ນຜົນຂອງກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ຊຸດທີ IX.

ທ້າຍສຸດນີ້ ເນື່ອງໃນໂອກາດປີໃໝ່ລາວ ພສ 2564 ທີ່ຈະມາເຖິງນີ້, ຂໍອວຍພອນ ໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ທຸກປະການ.

ພາບ-ເນື້ອໃນ: ກົມປະຊາສຳພັນ ຫສນຍ

LEAVE A REPLY

Please enter your comment!
Please enter your name here