ປະທານປະເທດ ອວຍພອນປີໃໝ່ລາວແກ່ປວງຊົນລາວທັງຊາດ

0
2518

ສານອວຍພອນປີໃໝ່ລາວ ຈສ 1383 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !

ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ” ແລະ ຕ້ອນຮັບປີໃໝ່ “ ປີສະຫລູ” ຈສ 1383 ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາເລີກງາມຍາມດີ ວັນທີ່ເປັນມົງຄຸນນີ້, ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະ ເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງປາ ສະຈາກໂລກໄພໄຂ້ເຈັບ, ປອດໄພຈາກພະຍາດ ໂຄວິດ-19, ມີພະລານາໄມສົມບູນ, ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.

ໃນປີເກົ່າ ຈສ 1383 ພສ 2563 ທີ່ພວມຜ່ານພົ້ນໄປນີ້, ເວົ້າລວມແລ້ວ ກໍເປັນອີກປີແຫ່ງຄວາມພະ ຍາຍາມບຸກບືນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກເຫື່ອເທແຮງ, ສຸມທຸກກໍາລັງຂອງຕົນ ເຂົ້າໃນການພັດທະນາ, ສ້າງສາປະເທດຊາດ ອັນແສນຮັກຂອງພວກເຮົາ ຢ່າງເປັນຂະບວນຟົດຟື້ນສະເໝີມາ.

ເຫດການທີ່ພົ້ນເດັ່ນກວ່າໝູ່ ແມ່ນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຮົາໄດ້ເຂົ້າຮ່ວມການກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ຈາກນັ້ນ, ປວງຊົນລາວທັງຊາດ ທີ່ມີສິດຕາມລັດຖະທຳມະນູນ ແລະ ກົດໝາຍ ໄດ້ພ້ອມພຽງຮຽງໜ້າກັນ ອອກມາໃຊ້ສິດຂອງຕົນ ໃນການປ່ອນບັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຊຶ່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວ ໄດ້ສືບຕໍ່ຍົກສູງ ແລະ ເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ຢ່າງເຕັມສ່ວນ;

ຕໍ່ຈາກນັ້ນ, ສະພາແຫ່ງຊາດ ກໍໄດ້ເປີດກອງປະຊຸມຄັ້ງປະຖົມມະລືກຂອງຕົນ ແລະ ໄດ້ສຳເລັດລົງຢ່າງຈົບງາມ ໂດຍມີການຕົກລົງຮັບຮອງເອົາບັນດາເນື້ອໃນ ທີ່ສຳຄັນຂອງຊາດເຮົາ. ເຫດການດັ່ງກ່າວ, ໄດ້ສະແດງໃຫ້ເຫັນຄວາມເຕີບໃຫຍ່ຂະຫຍາຍຕົວຂອງປະເທດເຮົາ ໃນການຍົກລະດັບສະຕິຕື່ນຕົວທາງການເມືອງ, ນໍ້າໃຈຮັກຊາດ ແລະ ນໍ້າໃຈແຫ່ງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນລາວບັນດາເຜົ່າ ຕໍ່ກັບການນໍາພາຂອງພັກ-ລັດ ແລະ ຕໍ່ລະບອບປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !

ເຖິງວ່າປີຜ່ານມາ, ປະເທດເຮົາ ຈະປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ທີ່ກະທົບເຂົ້າໃສ່ປະເທດເຮົາກໍຕາມ, ແຕ່ພາຍໃຕ້ການນໍາຂອງ ພັກ-ລັດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນລາວໃນທົ່ວປະເທດ, ພວກເຮົາ ມີຄວາມພາກພູມໃຈທີ່ເຫັນວ່າ ສປປ ລາວ ສາມາດປະຕິບັດຄາດໝາຍສູ້ຊົນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ທີ່ວາງໄວ້ດ້ວຍຜົນສໍາເລັດທີ່ສໍາຄັນຈໍານວນບໍ່ໜ້ອຍເປັນຕົ້ນ: ປະເທດເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ລະບົບການເມືອງ-ການປົກຄອງ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ; ປະຊາຊົນລາວເຮົາ ມີຄວາມສາມັກຄີປອງດອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ກໍໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ນັບຫລາຍ; ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດຕິຜົນ ແລະ ຖານະບົດບາດອິດທິພົນຂອງ ສປປ ລາວ ໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ນະໂອກາດ ອັນເລີກງາມ, ຍາມດີ ແລະ ເປັນສີລິມົງຄຸນນີ້, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ລັດຖະບານ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ແພດໝໍ ແລະ ຄູອາຈານ, ນັກທຸລະກິດ, ຜູ້ປະກອບການ ຕະຫຼອດເຖິງພີ່ນ້ອງຮ່ວມຊາດທຸກຖ້ວນໜ້າ, ພີ່ນ້ອງເຊື້ອຊາດລາວ ທີ່ຢູ່ຕ່າງປະເທດ, ລວມທັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດເຮົາໃນແຕ່ລະດ້ານຢ່າງຕັ້ງໜ້າ, ໂດຍສະເພາະໃນສະໜາມຮົບຕໍ່ສູ້ອັນດຸເດືອດ ຂອງການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດໂຄວິດ-19, ຈົນເຮັດໃຫ້ປະເທດເຮົາມີຜູ້ຕິດເຊື້ອສະສົມຈຳນວນຈຳກັດ ແລະ ບໍ່ທັນມີຜູ້ເສຍຊີວິດ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ!

ປີສະຫລູ ຈສ 1383 ພ.ສ 2564 ທີ່ພວມກ້າວເຂົ້າມາ ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບ ສປປ ລາວ ເຮົາ ຊຶ່ງພວກເຮົາຈະໄດ້ພ້ອມກັນ ສຸມໃສ່ຈັດຕັ້ງຜັນຂະຫຍາຍໜ້າທີ່ວຽກງານຫຼາຍຢ່າງທີ່ສໍາຄັນ ຂອງພັກ ແລະ ຂອງຊາດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຈັດຕັ້ງປະຕິບັດເປົ້າໝາຍ “ສູ້ຊົນພັດທະນາປະເທດເຮົາ ໃຫ້ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເພື່ອກ້າວໄປສູ່ບາດ ກ້າວຕໍ່ໄປ ທີ່ໜັກແໜ້ນ, ພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແຕ່ນີ້ ເຖິງປີ 2030”.

ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ປະຊາຊົນລາວ ໃນທົ່ວປະເທດ ຕ້ອງໄດ້ພ້ອມກັບ ພັກ ແລະ ລັດເຮົາ ຮ່ວມແຮງຮ່ວມໃຈກັນ ອອກແຮງສູ້ຊົນຈັດຕັ້ງປະຕິບັດແນວທາງນະໂຍບາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດ ໃຫ້ປະກົດຜົນເປັນຈິງ, ສ້າງວິຖີຊີວິດແບບໃໝ່, ສ້າງການຫັນປ່ຽນໃໝ່ ໃນການທຳມາຫາກິນ, ການດຳລົງຊີວິດ ທີ່ກ້າວໜ້າທັນສະໄໝຂຶ້ນ, ຈຳກັດປັດເປົ່າສິ່ງຫຍໍ້ທໍ້ໃນສັງຄົມເຮົາ ໃຫ້ກາຍເປັນສັງຄົມທີ່ປອດໃສ, ສະອາດ, ຈົບງາມ ເປັນສັງຄົມທີ່ໂອບເອື້ອອາລີ, ຍຸຕິທຳ ແລະ ສີວິໄລ ຕາມມູນເຊື້ອອັນດີງາມຂອງຊາດ ທັງໃຫ້ມີຄວາມຄິດປະດິດສ້າງ ແລະ ກ້າວໜ້າທັນຍຸກທັນເຫດການດ້ວຍ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !

ກ້າວເຂົ້າສູ່ປີໃໝ່ ປີສະຫຼູ ພ.ສ 2564 ນີ້, ຂໍຖືໂອກາດ ທີ່ເປັນມົງຄຸນ ແລະ ເລີກງາມຍາມດີ ນີ້, ຂ້າພະເຈົ້າ ຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດ, ຈົ່ງພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດເຮົາ, ເພີ່ມທະວີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ທີ່ຈະເກີດຂຶ້ນໃນປີຈະມາເຖິງນີ້, ພ້ອມພາກັນ ສ້າງສາພັດທະນາປະເທດເຮົາ ໃຫ້ກ້າວໜ້າຈະເລີນຂຶ້ນໄປບໍ່ຢຸດຢັ້ງ.

ພ້ອມກັນນີ້, ຂ້າພະເຈົ້າ ກໍຂໍຝາກຄວາມຄິດເຖິງ ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ຂໍຈົ່ງພ້ອມກັນອ່ວາຍໜ້າມາຫາປະເທດ ທີ່ເປັນບ້ານເກີດຂອງເຊື້ອເຜົ່າພົງພັນຂອງຕົນ ເພື່ອຮ່ວມກັບປະຊາ ຊົນພາຍໃນຊາດ ສ້າງສາ ແລະ ພັດທະນາປະເທດຊາດ ອັນແສນຮັກຂອງພວກເຮົາ ໃຫ້ມັ່ງຄັ່ງ, ເຂັ້ມ ແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລຍິ່ງໆຂຶ້ນໄປ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ຊາວຕ່າງປະເທດ ແລະ ຊາວຕ່າງດ້າວ ທີ່ກໍາລັງດຳລົງຊີວິດ ຢູ່ ສປປ ລາວ ຈົ່ງມີຄວາມສຸກ, ຄວາມຈະເລີນຕະຫຼອດປີໃໝ່ ພ.ສ 2564 ນີ້.

ທ້າຍສຸດນີ້, ຂໍອວຍພອນໃຫ້ປີໃໝ່ “ປີສະຫລູ” ພ.ສ 2564 ນີ້, ຈົ່ງເປັນປີທີ່ນຳເອົາຜົນສໍາເລັດ ໃໝ່ ໃຫຍ່ຫລວງກວ່າເກົ່າ ແລະ ຄວາມຢູ່ເຢັນເປັນສຸກ ມາສູ່ປວງຊົນລາວທັງຊາດດ້ວຍເທີ້ນ!

LEAVE A REPLY

Please enter your comment!
Please enter your name here