ການຄ້າ ແຂວງອັດຕະປື ເຂັ້ມງວດຄວບຄຸມລາຄາສິນຄ້າ ໄລຍະບຸນປີໃໝ່ລາວ

0
1457


ເພື່ອບໍ່ໃຫ້ເປັນການເອົາລັດເອົາປຽບລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ຫຼື ບໍ່ໃຫ້ພໍ່ຄ້າ-ແມ່ຄ້າສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ທາງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ກໍ່ໄດ້ມີການວາງລະບຽບການ,ມາດຕະການໃນການຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດໃຫ້ເປັນເອກະພາບກັນໃນທົ່ວແຂວງ.

ທ່ານ ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສາ ຫະກຳ ແລະ ການຄ້າ ແຂວງອັດຕະປື ໄດ້ໃຫ້ສຳພາດຕໍ່ສື່ມວນຂອງແຂວງ ເມື່ອວັນທີ 13 ເມສາ 2021 ນີ້ວ່າ: ໃນໄລຍະບຸນປີໃໝ່ລາວ ປີ ພສ 2564 ນີ້ທາງພະແນກອຸດສາ ຫະກຳ ແລະ ການຄ້າແຂວງອັດຕະປື ໄດ້ເອົາໃຈໃສ່ຕິດ ຕາມ,ຄວບຄຸມ ລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນແຂວງ ແລະ ບັນດາເມືອງ ເພື່ອປ້ອງກັນການສວຍໂອກາດຂື້ນລາຄາສິນຄ້າຂອງບັນດາຜູ້ປະກອບການຄ້າຂາຍ,ໂດຍໃນເບື້ອງຕົ້ນນັ້ນ ໄດ້ອອກແຈ້ງການກ່ຽວກັບການຕິດ ຕາມ,ກວດກາ,ຄຸ້ມຄອງ,ແກ້ໄຂສະພາບການປັ່ນປ່ວນ,ກັກຕຸນ ແລະ ສວຍໂອກາດຂຶ້ນລາຄາໃນໄລຍະເທດສະການປີໃໝ່ລາວ ໃຫ້ບັນດາຫ້ອງການອຸດສະຫະກຳ ແລະ ການຄ້າ 5 ຕົວເມືອງຂອງແຂວງ,ເປັນເຈົ້າການກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ,ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ບໍ່ໃຫ້ມີການຂື້ນລາຄາຕາມລໍາພັງໃຈ ແລະ ປະຕິບັດຕາມລະບຽບການຢ່າງເຂັ້ມງວດ,

ເອົາໃຈໃສ່ຄຸມຄອງລາຄາສະບຽບອາຫານປະເພດເຂົ້າກິນ,ຊີ້ນ ແລະ ພືດຜັກຕ່າງໆ,ລວມທັງສິນຄ້າອຸປະໂພກ-ບໍ ລິໂພກ ແລະ ສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ພາຍໃນແຂວງ ແລະ ເມືອງ,ໃຫ້ໄປຕາມກົນໄກຂອງຕະຫຼາດ ທີ່ມີການຄຸ້ມຄອງ ດັດສົມຂອງລັດ,ໃນແຕ່ລະໄລຍະບົນພື້ນຖານຂອງດໍາລັດ 474/ນຍ ແລະ ຕາມລະບຽບທີ່ກ່ຽວຂ້ອງ,ພ້ອມນັ້ນກໍ່ໄດ້ຄິດໄລໂຄງປະກອບຄາຄາໃນແຕ່ລະຂອດຢ່າງຊັດເຈນ ນັບແຕ່ຂອດຕົ້ນທຶນການຜະລິດ ແລະ ຂອດຂາຍຍົກ-ຂາຍຍ່ອຍ ເພື່ອຫຼີກເວັ້ນການສວຍໂອກາດຂື້ນລາຄາສິນຄ້າ,ພ້ອມດຽວກັນນັ້ນກໍ່ໄດ້ແຕ່ງ ຕັ້ງພະນັກງານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມບັນດາຜູ້ປະກອບການ,ແມ່ຄ້າຊາວຂາຍຕ່າງໆ ໃຫ້ປະຕິບັດຕາມແຈ້ງການ ກໍ່ຄືລະບຽບ,ກົດໝາຍ ຢ່າງເປັນເອກະພາບ .
ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າ ແຂວງອັດຕະປື ໃຫ້ຮູ້ຕື່ມວ່າ: ໃນກໍລະນີຜູ້ປະກອບການຄ້າຂາຍ ຫາກມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ຫຼືຂື້ນລາຄາສິນຄ້າເກີນເກນກຳນົດໄວ້ ທາງເຈົ້າໜ້າທີ່ການຄ້າພວກເຮົາ ຈະໄດ້ປະຕິບັດຕາມລະບຽບການຄື: ເບື້ອງຕົ້ນຈະມີການກ່າວເຕືອນ,ສ້າງບົດບັນທຶກ ແລະ ຈະມີການປັບໃໝຕາມລະບຽບການຂອງກົດໝາຍ.

ຂ່າວ: ວັດທະນາ ຫລວງອາໄພ ຂ.ອັດຕະປື

LEAVE A REPLY

Please enter your comment!
Please enter your name here